Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ພວກເຮົາ​ມີ​ຖ້ອຍຄຳ​ຂອງ​ການທຳນວາຍ​ເໝືອນກັນ ເຊິ່ງ​ເປັນ​ສິ່ງ​ທີ່​ເຊື່ອຖືໄດ້​ຢ່າງ​ຄົບຖ້ວນ, ຈະ​ເປັນ​ເລື່ອງ​ດີ​ຖ້າ​ພວກເຈົ້າ​ເອົາໃຈໃສ່​ຖ້ອຍຄຳ​ເຫລົ່ານີ້ ເໝືອນ​ແສງສະຫວ່າງ​ທີ່​ສ່ອງ​ໃນ​ບ່ອນ​ມືດ​ຈົນ​ກວ່າ​ຈະ​ເຖິງ​ວັນ​ຮຸ່ງເຊົ້າ ແລະ ດາວ​ແຫ່ງ​ອາລຸນ​ຍາມເຊົ້າ​ຈະ​ປາກົດ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ສະນັ້ນ ພວກເຮົາ​ຢຶດຖື​ຄຳທຳນວາຍ​ຢ່າງ​ແນ່ນອນ​ກວ່າ​ເກົ່າ ຈະ​ເປັນ​ການ​ດີ ຖ້າ​ເຈົ້າ​ທັງຫລາຍ​ຈະ​ຖື​ຕາມ​ຄຳທຳນວາຍ​ນັ້ນ ເພາະ​ຄຳ​ນັ້ນ​ເປັນ​ເໝືອນ​ແສງ​ໂຄມ ທີ່​ສ່ອງ​ສະຫວ່າງ​ໃນ​ບ່ອນ​ມືດ ຈົນເຖິງ​ວັນ​ຮຸ່ງ​ເຊົ້າ ແລະ​ດາວ​ເພັກ​ຈະ​ສ່ອງ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




2 ເປໂຕ 1:19
27 Jak'a apnaqawi uñst'ayäwi  

ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມມືດ ໄດ້​ເຫັນ​ແສງສະຫວ່າງ​ອັນ​ຍິ່ງໃຫຍ່; ບັນດາ​ຜູ້​ອາໄສ​ໃນ​ດິນແດນ​ຂອງ​ເງົາ​ແຫ່ງ​ຄວາມຕາຍ​ນັ້ນ ແສງສະຫວ່າງ​ເລີ່ມ​ສ່ອງສະຫວ່າງ​ຂຶ້ນ​ແລ້ວ”.


ໂຢຮັນ​ເປັນ​ຕະກຽງ​ທີ່​ລຸກ ແລະ ໃຫ້​ແສງສະຫວ່າງ ແລ້ວ​ພວກເຈົ້າ​ກໍ​ເລືອກ​ທີ່​ຈະ​ຍິນດີ​ໃນ​ຄວາມສະຫວ່າງ​ຂອງ​ລາວ​ຊົ່ວຂະນະໜຶ່ງ.


ພວກເຈົ້າ​ສຶກສາ​ໃນ​ພຣະຄຳພີ​ເພາະ​ພວກເຈົ້າ​ຄິດ​ວ່າ​ໂດຍ​ພຣະຄຳພີ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ​ນິລັນດອນ. ຂໍ້​ພຣະຄຳພີ​ເຫລົ່ານັ້ນ​ທີ່​ເປັນ​ພະຍານ​ກ່ຽວກັບ​ເຮົາ,


ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ປະຊາຊົນ​ອີກ, ພຣະອົງ​ກ່າວ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມສະຫວ່າງ​ຂອງ​ໂລກ. ຜູ້ໃດ​ກໍ​ຕາມ​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ເດີນ​ໃນ​ຄວາມມືດ, ແຕ່​ຈະ​ມີ​ຄວາມສະຫວ່າງ​ແຫ່ງ​ຊີວິດ”.


ພວກທ່ານ​ທັງຫລາຍ​ຈົ່ງ​ລະເວັ້ນ​ຈາກ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບ​ເຄົາລົບ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ເລືອດ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ໃຫ້​ລະເວັ້ນ​ຈາກ​ການ​ຜິດສິນທຳ​ທາງເພດ. ຖ້າ​ພວກທ່ານ​ລະເວັ້ນ​ຈາກ​ສິ່ງ​ເຫລົ່ານີ້ ພວກທ່ານ​ກໍ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຂໍ​ອຳລາ.


ຄົນຢິວ​ໃນ​ເມືອງ​ເບເຣຍ​ມີ​ຈິດໃຈ​ດີ​ງາມ​ກວ່າ​ຊາວ​ເທສະໂລນິກ ເພາະ​ພວກເຂົາ​ໄດ້​ຮັບ​ຟັງ​ຖ້ອຍຄຳ​ດ້ວຍ​ຄວາມ​ກະຕືລືລົ້ນ ແລະ ສຶກສາ​ພຣະຄຳພີ​ທຸກ​ວັນ ເພື່ອ​ກວດ​ເບິ່ງ​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມ​ຈິງ.


ເພາະ​ໃນ​ເມື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ກ່າວ​ຜ່ານທາງ​ບັນດາ​ເທວະດາ​ຍັງ​ຜູກມັດ ແລະ ການລະເມີດ​ກັບ​ການບໍ່ເຊື່ອຟັງ​ໃນ​ຄວາມຈິງ​ທຸກຢ່າງ​ຍັງ​ໄດ້​ຮັບ​ການລົງໂທດ​ຢ່າງ​ຍຸຕິທຳ


ຖ້າ​ພວກເຈົ້າ​ຖືຮັກສາ​ພຣະບັນຍັດ​ທີ່​ມີ​ຢູ່​ໃນ​ພຣະຄຳພີ​ແທ້ໆ​ວ່າ, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ” ພວກເຈົ້າ​ກໍ​ເຮັດ​ຖືກ​ແລ້ວ.


ກ່ຽວກັບ​ເລື່ອງ​ຄວາມພົ້ນ​ນີ້, ບັນດາ​ຜູ້ທຳນວາຍ​ຜູ້​ທີ່​ໄດ້​ກ່າວ​ເຖິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ນັ້ນ​ກໍ​ໄດ້​ຄົ້ນຄວ້າ​ຢ່າງ​ຕັ້ງໃຈ ແລະ ດ້ວຍ​ຄວາມເອົາໃຈໃສ່​ທີ່ສຸດ.


ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຍອມຮັບ​ຄຳພະຍານ​ນີ້. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ, ເພາະ​ພວກເຂົາ​ບໍ່​ເຊື່ອ​ຄຳພະຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ.


ພວກເຂົາ​ໄດ້​ບອກ​ຄຣິສຕະຈັກ​ເລື່ອງ​ຄວາມຮັກ​ຂອງ​ພວກເຈົ້າ. ຂໍ​ຄວາມກະລຸນາ​ສົ່ງ​ພວກເຂົາ​ໄປ​ໃນ​ທາງ​ທີ່​ຖວາຍກຽດ​ແກ່​ພຣະເຈົ້າ.


ເຮົາ​ຈະ​ມອບ​ດາວ​ອາລຸນ​ໃຫ້​ແກ່​ຜູ້​ນັ້ນ​ດ້ວຍ.


“ເຮົາ​ຄື​ເຢຊູ, ເຮົາ​ໄດ້​ໃຊ້​ເທວະດາ​ຂອງ​ເຮົາ​ມາ​ເປັນພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ເພື່ອ​ຄຣິສຕະຈັກ​ຕ່າງໆ. ເຮົາ​ເປັນ​ຮາກ ແລະ ເປັນ​ເຊື້ອສາຍ​ຂອງ​ດາວິດ ແລະ ເຮົາ​ເປັນ​ດາວ​ຍາມ​ເຊົ້າ​ທີ່​ສົດໃສ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka