Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ພຣະອົງ​ໄດ້​ຮັບ​ກຽດ ແລະ ສະຫງ່າລາສີ​ຈາກ​ພຣະເຈົ້າ​ພຣະບິດາເຈົ້າ ເມື່ອ​ມີ​ສຽງ​ຈາກ​ອົງ​ຜູ້​ມີ​ສະຫງ່າລາສີ​ຍິ່ງ​ໃຫຍ່​ສູງສຸດ​ຂອງ​ພຣະອົງ, ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ, ເຮົາ​ພໍໃຈ​ເພິ່ນ​ຫລາຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ເພາະວ່າ ພຣະອົງ​ໄດ້​ຊົງ​ຮັບ​ກຽດ​ແລະ​ສະຫງ່າຣາສີ ຈາກ​ພຣະເຈົ້າ ພຣະບິດາເຈົ້າ ເມື່ອ​ພຣະ​ສຸຣະສຽງ​ຈາກ​ຣັດສະໝີ​ອັນ​ຮຸ່ງເຮືອງ ຊົງ​ກ່າວ​ແກ່​ພຣະອົງ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່ຮັກ​ຂອງເຮົາ ເຮົາ​ພໍໃຈ​ຫລາຍ​ໃນ​ທ່ານ.”

Uka jalj uñjjattʼäta Copia luraña




2 ເປໂຕ 1:17
36 Jak'a apnaqawi uñst'ayäwi  

“ນີ້​ແມ່ນ​ຜູ້ຮັບໃຊ້​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້, ຜູ້​ທີ່​ເຮົາ​ຮັກ ແລະ ຜູ້​ທີ່​ເຮົາ​ພໍໃຈ; ເຮົາ​ຈະ​ເອົາ​ພຣະວິນຍານ​ຂອງ​ເຮົາ​ໃສ່​ໄວ້​ເທິງ​ເພິ່ນ, ແລະ ເພິ່ນ​ຈະ​ປະກາດ​ຄວາມຍຸຕິທຳ​ແກ່​ບັນດາ​ປະຊາຊາດ.


ໃນ​ຂະນະ​ນັ້ນ ໂມເຊ ແລະ ເອລີຢາ​ກໍ​ໄດ້​ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກເພິ່ນ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.


ຂະນະ​ທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ນັ້ນ ກໍ​ມີ​ກ້ອນເມກ​ອັນ​ສຸກໃສ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ພໍໃຈ​ເພິ່ນ​ຫລາຍ ຈົ່ງ​ເຊື່ອຟັງ​ເພິ່ນ!”


ເຫດສະນັ້ນ ຈົ່ງ​ໄປ ແລະ ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ນາມ​ແຫ່ງ​ພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,


ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ເພິ່ນ​ຫລາຍ”.


ແລ້ວ​ມີ​ສຽງ​ໜຶ່ງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ ເຮົາ​ພໍໃຈ​ທ່ານ​ຫລາຍ”.


ແລ້ວ​ກໍ​ມີ​ກ້ອນເມກ​ປາກົດ​ຂຶ້ນ​ມາ​ປົກຄຸມ​ພວກເພິ່ນ​ໄວ້, ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້, ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຈົ່ງ​ເຊື່ອຟັງ​ເພິ່ນ!”


“ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບຸດ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບິດາເຈົ້າ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ​ແກ່​ພວກເຂົາ”.


ແລະ ພຣະວິນຍານບໍລິສຸດເຈົ້າ​ໃນ​ຮູບຮ່າງ​ເໝືອນ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ທ່ານ​ຫລາຍ”.


ເໝືອນດັ່ງ​ທີ່​ພຣະບິດາເຈົ້າ​ຮູ້ຈັກ​ເຮົາ ແລະ ເຮົາ​ກໍ​ຮູ້ຈັກ​ພຣະບິດາເຈົ້າ ແລະ ເຮົາ​ສະຫລະ​ຊີວິດ​ຂອງ​ເຮົາ​ເພື່ອ​ແກະ​ນັ້ນ.


ແລ້ວ​ຜູ້​ທີ່​ພຣະບິດາເຈົ້າ​ເລືອກ​ໄວ້ ແລະ ໃຊ້​ເຂົ້າ​ມາ​ໃນ​ໂລກ​ນີ້​ຈະ​ວ່າ​ແນວໃດ? ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ກ່າວຫາ​ເຮົາ​ວ່າ​ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເພາະ​ເຮົາ​ກ່າວ​ວ່າ, ‘ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ’?


ຈົ່ງ​ເຊື່ອ​ໃນ​ເຮົາ​ເມື່ອ​ເຮົາ​ກ່າວ​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ ພຣະບິດາເຈົ້າ​ຢູ່​ໃນ​ເຮົາ, ຫລື ຢ່າງ​ນ້ອຍ​ກໍ​ໃຫ້​ເຊື່ອ​ໃນ​ຫລັກຖານ​ຂອງ​ກິດຈະການ​ນັ້ນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.


ເພື່ອ​ພວກເຂົາ​ທັງໝົດ​ຈະ​ເປັນ​ອັນໜຶ່ງອັນດຽວກັນ, ພຣະບິດາເຈົ້າ​ເອີຍ, ພຣະອົງ​ຢູ່​ໃນ​ຂ້ານ້ອຍ ແລະ ຂ້ານ້ອຍ​ຢູ່​ໃນ​ພຣະອົງ​ຢ່າງໃດ ກໍ​ຂໍ​ໃຫ້​ພວກເຂົາ​ຢູ່​ໃນ​ພຣະອົງ ແລະ ຢູ່​ໃນ​ຂ້ານ້ອຍ​ຢ່າງນັ້ນ​ເໝືອນກັນ ເພື່ອ​ໂລກ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະອົງ​ທີ່​ໃຊ້​ຂ້ານ້ອຍ​ມາ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ໜ່ວງໜ່ຽວ​ເຮົາ​ໄວ້ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ. ຈົ່ງ​ໄປ​ຫາ​ພວກ​ພີ່ນ້ອງ​ຂອງ​ເຮົາ ແລະ ບອກ​ພວກເຂົາ​ວ່າ, ‘ເຮົາ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ, ຈະ​ຂຶ້ນ​ໄປ​ຫາ​ພຣະເຈົ້າ​ຂອງ​ເຮົາ ແລະ ພຣະເຈົ້າ​ຂອງ​ພວກເຈົ້າ’”.


ພຣະບິດາ​ຮັກ​ພຣະບຸດ ແລະ ມອບ​ທຸກສິ່ງ​ໄວ້​ໃນ​ມື​ຂອງ​ພຣະບຸດ.


ເພາະ​ພຣະບິດາ​ຮັກ​ພຣະບຸດ ແລະ ສະແດງ​ໃຫ້​ພຣະບຸດ​ເຫັນ​ທຸກສິ່ງ​ທີ່​ພຣະອົງ​ເອງ​ກະທຳ​ຢູ່. ແລ້ວ​ພຣະອົງ​ຈະ​ສະແດງ​ໃຫ້​ພຣະບຸດ​ເຫັນ​ສິ່ງ​ຍິ່ງໃຫຍ່​ກວ່າ​ນີ້​ອີກ ເພື່ອ​ວ່າ​ພວກເຈົ້າ​ຈະ​ປະຫລາດໃຈ.


ເພາະວ່າ​ພຣະບິດາເຈົ້າ​ມີຊີວິດ​ໃນ​ພຣະອົງ​ເອງ​ສັນໃດ ພຣະອົງ​ກໍ​ໃຫ້​ພຣະບຸດ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນນັ້ນ.


ຢ່າ​ສະແຫວງຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ສະແຫວງຫາ​ອາຫານ​ທີ່​ຕັ້ງໝັ້ນຄົງ​ຢູ່​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ບຸດມະນຸດ​ຈະ​ໃຫ້​ແກ່​ພວກເຈົ້າ. ເພາະ​ແມ່ນ​ພຣະອົງ​ນີ້​ແຫລະ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ຮັບຮອງ​ພຣະອົງ​ໄວ້​ແລ້ວ”.


ຄົນ​ເຫລົ່ານັ້ນ​ທັງໝົດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ​ກໍ​ຈະ​ມາ​ຫາ​ເຮົາ ແລະ ຜູ້ໃດ​ກໍ​ຕາມ​ທີ່​ມາຫາ​ເຮົາ ເຮົາ​ຈະ​ບໍ່​ຂັບໄລ່​ໄປ​ຈັກເທື່ອ.


ແລະ ນີ້​ແມ່ນ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ຄື ບໍ່​ໃຫ້​ເຮົາ​ສູນເສຍ​ຄົນ​ທັງປວງ​ທີ່​ພຣະອົງ​ມອບ​ໃຫ້​ແກ່​ເຮົາ​ແມ່ນແຕ່​ຄົນດຽວ ແຕ່​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ.


ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຈິດໃຈ​ດຽວ​ກັນ ແລະ ສຽງ​ດຽວ​ກັນ.


ສັນລະເສີນ​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ພຣະບິດາເຈົ້າ​ແຫ່ງ​ຄວາມເມດຕາ ແລະ ພຣະເຈົ້າ​ແຫ່ງ​ການ​ເລົ້າໂລມໃຈ​ທັງປວງ,


ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ທີ່​ສັນລະເສີນ​ຕະຫລອດ​ນິລັນດອນ ພຣະອົງ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ເວົ້າຕົວະ.


ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາເຈົ້າ ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພຣະບຸດ​ຂອງ​ພຣະບິດາເຈົ້າ ຢູ່​ກັບ​ພວກເຮົາ​ທັງຫລາຍ​ໃນ​ຄວາມຈິງ ແລະ ໃນ​ຄວາມຮັກ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢູດາ ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ ເຊິ່ງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ພຣະບິດາ ແລະ ຮັກສາ​ໄວ້​ເພື່ອ​ພຣະເຢຊູຄຣິດເຈົ້າ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka