Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເພາະ​ເຮົາ​ຮູ້​ວ່າ​ອີກ​ບໍ່​ດົນ​ເຮົາ​ຈະ​ຕ້ອງ​ຈາກ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້​ໄປ, ຕາມ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ໄດ້​ສະແດງ​ໄວ້​ແກ່​ເຮົາ​ຢ່າງ​ຊັດເຈນ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເພາະ​ຂ້າພະເຈົ້າ​ຮູ້​ຢູ່​ວ່າ ອີກ​ບໍ່​ດົນ ຂ້າພະເຈົ້າ​ກໍ​ຈະ​ປະຖິ້ມ​ຮ່າງກາຍ​ນີ້​ເສຍ ເໝືອນ​ດັ່ງ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ໄດ້​ຊົງ​ສຳແດງ​ແກ່​ຂ້າພະເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña




2 ເປໂຕ 1:14
11 Jak'a apnaqawi uñst'ayäwi  

ຊີໂມນ​ເປໂຕ​ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ກຳລັງ​ຈະ​ໄປ​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ໄປ​ໃນ​ເວລາ​ນີ້​ນັ້ນ ເຈົ້າ​ຕາມ​ໄປ​ບໍ່​ໄດ້ ແຕ່​ພາຍຫລັງ​ເຈົ້າ​ຈະ​ຕາມ​ໄປ”.


“ບັດນີ້ ຂ້າພະເຈົ້າ​ຮູ້​ວ່າ​ບໍ່​ມີ​ຈັກ​ຄົນ​ໃນ​ພວກທ່ານ​ທີ່​ຂ້າພະເຈົ້າ​ໄດ້​ທຽວ​ໄປ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ຟັງ​ນັ້ນ​ຈະ​ໄດ້​ເຫັນ​ຂ້າພະເຈົ້າ​ອີກ.


ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຖ້າ​ຫາກ​ເຕັນ​ຝ່າຍໂລກ​ນີ້​ທີ່​ພວກເຮົາ​ອາໄສ​ຢູ່​ນັ້ນ​ຖືກ​ທຳລາຍ​ລົງ ພວກເຮົາ​ກໍ​ມີ​ອາຄານ​ຈາກ​ພຣະເຈົ້າ ເປັນ​ບ້ານ​ນິລັນດອນ​ໃນ​ສະຫວັນ, ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.


ເພາະວ່າ​ເຮົາ​ກຳລັງ​ຖືກ​ເທ​ອອກ​ແລ້ວ​ເໝືອນດັ່ງ​ເຄື່ອງດື່ມ​ບູຊາ ແລະ ເວລາ​ຂອງ​ການຈາກໄປ​ຂອງ​ເຮົາ​ກໍ​ໃກ້​ເຂົ້າ​ມາ​ແລ້ວ.


ເຮົາ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ຈະ​ເຕືອນ​ຄວາມຈື່ຈຳ​ຂອງ​ພວກເຈົ້າ​ຕາບ​ທີ່​ເຮົາ​ຍັງ​ຢູ່​ໃນ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka