Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ດັ່ງນັ້ນ ເຮົາ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ສິ່ງ​ເຫລົ່ານີ້​ສະເໝີ, ເຖິງແມ່ນວ່າ​ພວກເຈົ້າ​ຮູ້ຈັກ​ເລື່ອງ​ນີ້​ແລ້ວ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຈິງ​ທີ່​ພວກເຈົ້າ​ມີ​ຢູ່​ກໍ​ຕາມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເຫດສະນັ້ນ ເຖິງ​ແມ່ນ​ວ່າ​ເຈົ້າ​ທັງຫລາຍ​ຮູ້ຈັກ ແລະ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມຈິງ​ທີ່​ມີ​ຢູ່​ແລ້ວ​ກໍດີ. ຂ້າພະເຈົ້າ​ກໍ​ພ້ອມ​ຢູ່​ສະເໝີ ທີ່​ຈະ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ລະນຶກເຖິງ​ສິ່ງ​ເຫຼົ່ານີ້.

Uka jalj uñjjattʼäta Copia luraña




2 ເປໂຕ 1:12
20 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຄຣິສຕະຈັກ​ຕ່າງໆ​ຈຶ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ ແລະ ສະມາຊິກ​ກໍ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ທຸກວັນ.


ນອກຈາກ​ນີ້, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ! ບໍ່​ເປັນ​ການ​ລຳບາກ​ສຳລັບ​ເຮົາ​ເລີຍ​ທີ່​ຈະ​ຂຽນ​ເລື່ອງ​ດຽວ​ກັນ​ເຖິງ​ພວກເຈົ້າ​ອີກ ແລະ ເລື່ອງ​ນີ້​ກໍ​ເປັນ​ການ​ປ້ອງກັນ​ພວກເຈົ້າ​ດ້ວຍ.


ຄື​ຄວາມເຊື່ອ ແລະ ຄວາມຮັກ​ອັນ​ເກີດ​ຈາກ​ຄວາມຫວັງ​ທີ່​ສະສົມ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ ແລະ ເຊິ່ງ​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ໃນ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຂອງ​ຂ່າວປະເສີດ


ຈົ່ງ​ຢັ່ງຮາກ ແລະ ຮັບ​ການ​ສ້າງ​ຂຶ້ນ​ໃນ​ພຣະອົງ, ຈົ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ​ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ການສອນ​ມາ ແລະ ເຕັມລົ້ນ​ດ້ວຍ​ການຂອບພຣະຄຸນ.


ຖ້າ​ເຈົ້າ​ຫາກ​ຊີ້ແຈງ​ສິ່ງ​ເຫລົ່ານີ້​ແກ່​ພວກ​ພີ່ນ້ອງ​ທັງຫລາຍ​ທີ່​ເຊື່ອ​ແລ້ວ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະຄຣິດເຈົ້າເຢຊູ ເຊິ່ງ​ໄດ້​ຮັບ​ການບຳລຸງລ້ຽງ​ໃນ​ຄວາມຈິງ​ແຫ່ງ​ຄວາມເຊື່ອ ແລະ ຫລັກຄຳສອນ​ອັນ​ດີ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ຂໍ​ເຕືອນ​ເຈົ້າ​ວ່າ​ຈົ່ງ​ເຮັດ​ໃຫ້​ຂອງປະທານ​ຂອງ​ພຣະເຈົ້າ​ທີ່​ມີ​ຢູ່​ໃນ​ເຈົ້າ​ຜ່ານທາງ​ການວາງມື​ຂອງ​ເຮົາ​ນັ້ນ​ຈະເລີນ​ຮຸ່ງເຮືອງ​ຫລາຍ​ຂຶ້ນ.


ຈົ່ງ​ລະນຶກ​ເຖິງ​ວັນ​ກ່ອນໜ້າ​ນັ້ນ​ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ຄວາມສະຫວ່າງ, ເມື່ອ​ພວກເຈົ້າ​ອົດທົນ​ໃນ​ຍາມ​ທີ່​ຖືກ​ຕໍ່ຕ້ານ​ຢ່າງໜັກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມທຸກຍາກລໍາບາກ.


ຢ່າ​ຫລົງ​ໄປ​ກັບ​ບັນດາ​ຄຳສອນ​ແປກໆ​ທຸກ​ຊະນິດ. ເປັນ​ການ​ດີ​ທີ່​ຈະ​ໃຫ້​ຫົວໃຈ​ຂອງ​ພວກເຮົາ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ພຣະຄຸນ, ບໍ່​ແມ່ນ​ດ້ວຍ​ການ​ຮັບປະທານ​ອາຫານ​ຕາມ​ພິທີການ ເຊິ່ງ​ບໍ່​ມີ​ປະໂຫຍດ​ຫຍັງ​ແກ່​ບັນດາ​ຜູ້​ທີ່​ຮັບປະທານ.


ແລະ ຫລັງ​ຈາກ​ພວກເຈົ້າ​ທົນທຸກ​ຢູ່​ຊົ່ວຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ແຫ່ງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສະຫງ່າລາສີ​ອັນ​ນິລັນດອນ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ ພຣະອົງ​ເອງ​ຈະ​ຟື້ນຟູ​ພວກເຈົ້າ​ຄືນ​ໃໝ່ ແລະ ໃຫ້​ພວກເຈົ້າ​ເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.


ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.


ເຮົາ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ຈະ​ເຕືອນ​ຄວາມຈື່ຈຳ​ຂອງ​ພວກເຈົ້າ​ຕາບ​ທີ່​ເຮົາ​ຍັງ​ຢູ່​ໃນ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້,


ແລະ ເຮົາ​ຈະ​ພະຍາຍາມ​ເຮັດ​ທຸກ​ວິທີ​ໃຫ້​ພວກເຈົ້າ​ສາມາດ​ລະນຶກ​ເຖິງ​ສິ່ງ​ເຫລົ່ານີ້​ສະເໝີ​ຫລັງຈາກ​ເຮົາ​ຈາກໄປ​ແລ້ວ.


ເພື່ອນ​ທີ່​ຮັກ​ທັງຫລາຍ​ເອີຍ, ນີ້​ເປັນ​ຈົດໝາຍ​ສະບັບ​ທີ​ສອງ​ຂອງ​ເຮົາ​ເຖິງ​ພວກເຈົ້າ. ເຮົາ​ໄດ້​ຂຽນ​ມາ​ທັງ​ສອງ​ສະບັບ​ເປັນ​ເຄື່ອງເຕືອນໃຈ​ເພື່ອ​ກະຕຸ້ນ​ພວກເຈົ້າ​ໃຫ້​ມີ​ຄວາມຄິດ​ໃນ​ທາງ​ທີ່​ບໍລິສຸດ


ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ການເຕືອນ​ລ່ວງໜ້າ​ຢ່າງ​ນີ້​ແລ້ວ ກໍ​ຈົ່ງ​ລະມັດລະວັງ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຖືກ​ຊັກຈູງ​ໃຫ້​ຫລົງຜິດ​ໄປ​ຕາມ​ຄົນ​ຂາດສິນທຳ ແລະ ບໍ່​ຕົກ​ຈາກ​ບ່ອນ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ.


ເຮົາ​ບໍ່​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ຄວາມຈິງ ແຕ່​ເພາະວ່າ​ພວກເຈົ້າ​ຮູ້ຈັກ​ຄວາມຈິງ​ນັ້ນ ແລະ ເພາະ​ບໍ່​ມີ​ຄວາມຕົວະ​ທີ່​ມາ​ຈາກ​ຄວາມຈິງ.


ເພາະວ່າ​ຄວາມ​ຈິງ​ທີ່​ຢູ່​ໃນ​ພວກເຮົາ ແລະ ຈະ​ຢູ່​ກັບ​ພວກເຮົາ​ຕະຫລອດໄປ:


ແຕ່​ເພື່ອນ​ທີ່ຮັກ​ທັງຫລາຍ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ບັນດາ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ໄວ້​ກ່ອນ​ລ່ວງໜ້າ​ແລ້ວ.


ເພື່ອນ​ທີ່ຮັກ​ທັງຫລາຍ ເຖິງແມ່ນວ່າ​ເຮົາ​ກະຕືລືລົ້ນ​ຫລາຍ​ທີ່​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມພົ້ນ​ທີ່​ພວກເຮົາ​ມີ​ຮ່ວມກັນ, ເຮົາ​ກໍ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ຂຽນ​ມາ​ໃຫ້​ກຳລັງໃຈ​ພວກເຈົ້າ​ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ເຊິ່ງ​ໄດ້​ມອບໝາຍ​ໃຫ້​ແກ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ເທື່ອ​ດຽວ​ສຳລັບ​ຕະຫລອດ​ໄປ.


ເຖິງແມ່ນວ່າ​ພວກເຈົ້າ​ຮູ້​ຂໍ້ຄວາມ​ເຫລົ່ານີ້​ໝົດ​ແລ້ວ ເຮົາ​ກໍ​ຍັງ​ຢາກ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ວ່າ​ອົງພຣະຜູ້ເປັນເຈົ້າ​ໄດ້​ປົດປ່ອຍ​ຄົນ​ຂອງ​ພຣະອົງ​ອອກຈາກ​ເອຢິບ ແຕ່​ຕໍ່ມາ​ກໍ​ທຳລາຍ​ບັນດາ​ຜູ້​ທີ່​ບໍ່​ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka