Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ຢືນຢັນ​ໃນ​ການ​ເອີ້ນ ແລະ ເລືອກ​ຂອງ​ພວກເຈົ້າ​ນັ້ນ. ເພາະວ່າ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມລົງ​ຈັກເທື່ອ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ເພາະ​ສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດສາ​ພະຍາຍາມ​ຫລາຍກວ່າ​ເກົ່າ ເຮັດ​ໃຫ້​ຕົນເອງ​ເປັນ​ໄປ​ຕາມ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ແລະ​ຊົງ​ເລືອກ​ໄວ້​ນັ້ນ. ເພາະວ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມ​ລົງ​ຈັກເທື່ອ.

Uka jalj uñjjattʼäta Copia luraña




2 ເປໂຕ 1:10
31 Jak'a apnaqawi uñst'ayäwi  

“ດ້ວຍວ່າ ມີ​ຫລາຍ​ຄົນ​ຖືກ​ເຊີນ ແຕ່​ມີ​ໜ້ອຍ​ຄົນ​ທີ່​ຖືກ​ເລືອກ”.


ເພາະວ່າ​ຂອງປະທານ​ຈາກ​ພຣະເຈົ້າ ແລະ ການ​ເອີ້ນ​ຂອງ​ພຣະອົງ​ນັ້ນ​ປ່ຽນແປງບໍ່ໄດ້.


ເຖິງ​ຢ່າງໃດ​ກໍ​ຕາມ, ຮາກຖານ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ໝັ້ນຄົງ​ຢູ່ ແລະ ປະທັບຕາ​ດ້ວຍ​ຂໍ້ຄວາມ​ວ່າ: “ອົງພຣະຜູ້ເປັນເຈົ້າ​ຮູ້ຈັກ​ບັນດາ​ຜູ້​ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຮ້າຍ”.


ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ແຕ່ລະຄົນ​ສະແດງ​ຄວາມພາກພຽນ​ອັນ​ດຽວ​ກັນ​ນີ້​ຈົນ​ເຖິງ​ທີ່ສຸດ, ເພື່ອ​ໃຫ້​ແນ່ໃຈ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ຈະ​ເປັນ​ຈິງ​ຢ່າງ​ຄົບຖ້ວນ.


ພວກເຮົາ​ມີ​ຄວາມຫວັງ​ນີ້​ເປັນ​ສະໝໍ​ອັນ​ໝັ້ນຄົງ ແລະ ແນ່ນອນ​ຂອງ​ຈິດໃຈ. ຄວາມຫວັງ​ນີ້​ເຂົ້າ​ສູ່​ບ່ອນ​ສັກສິດ​ຊັ້ນໃນ​ທາງຫລັງ​ຜ້າກັ້ງ,


ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ກົດບັນຍັດ​ໄດ້​ທັງໝົດ​ແຕ່​ເຮັດ​ຜິດພາດ​ພຽງ​ຈຸດ​ດຽວ ກໍ​ມີ​ຄວາມຜິດ​ເທົ່າ​ກັບ​ລະເມີດ​ກົດບັນຍັດ​ທັງໝົດ.


ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


ຜູ້​ທີ່​ພຣະເຈົ້າ​ໄດ້​ປົກປ້ອງ​ໄວ້​ດ້ວຍ​ລິດອຳນາດ​ຂອງ​ພຣະອົງ​ຜ່ານທາງ​ຄວາມເຊື່ອ ຈົນ​ເຖິງ​ຄວາມພົ້ນ ເຊິ່ງ​ພ້ອມ​ແລ້ວ​ທີ່​ຈະ​ເປີດເຜີຍ​ໃນ​ຍຸກສຸດທ້າຍ.


ລິດອຳນາດ​ຂອງ​ພຣະອົງ​ໄດ້​ໃຫ້​ທຸກສິ່ງ​ທີ່​ຈຳເປັນ​ສຳລັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ແກ່​ພວກເຮົາ ຜ່ານທາງ​ການ​ຮູ້ຈັກ​ພຣະອົງ​ຜູ້​ເອີ້ນ​ພວກເຮົາ​ດ້ວຍ​ສະຫງ່າລາສີ ແລະ ຄຸນຄວາມດີ​ຂອງ​ພຣະອົງ​ເອງ.


ດ້ວຍເຫດນີ້, ພວກເຈົ້າ​ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ເພີ່ມ​ຄວາມດີ​ເຂົ້າ​ກັບ​ຄວາມເຊື່ອ​ຂອງ​ພວກເຈົ້າ ແລະ ເພີ່ມ​ຄວາມຮູ້​ເຂົ້າ​ກັບ​ຄວາມດີ,


ດ້ວຍເຫດນັ້ນ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ກຳລັງ​ຄອຍຖ້າ​ສິ່ງ​ນີ້​ຢູ່, ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ໃຫ້​ພຣະອົງ​ເຫັນ​ວ່າ​ພວກເຈົ້າ​ບໍ່​ມີ​ດ່າງພອຍ, ບໍ່ມີຕຳໜິ ແລະ ມີ​ສັນຕິສຸກ​ກັບ​ພຣະອົງ.


ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ການເຕືອນ​ລ່ວງໜ້າ​ຢ່າງ​ນີ້​ແລ້ວ ກໍ​ຈົ່ງ​ລະມັດລະວັງ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຖືກ​ຊັກຈູງ​ໃຫ້​ຫລົງຜິດ​ໄປ​ຕາມ​ຄົນ​ຂາດສິນທຳ ແລະ ບໍ່​ຕົກ​ຈາກ​ບ່ອນ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ.


ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່


“ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຊຳລະ​ເສື້ອຄຸມ​ຂອງ​ຕົນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ສິດ​ໃນ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ຜ່ານ​ປະຕູ​ເຂົ້າ​ສູ່​ນະຄອນ​ນັ້ນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka