Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຊີໂມນ​ເປໂຕ ຜູ້​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ລ້ຳຄ່າ​ເໝືອນ​ກັບ​ທີ່​ພວກເຮົາ​ໄດ້​ຮັບ​ໂດຍ​ຜ່ານທາງ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ:

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຊີໂມນ​ເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ຮຽນ ທ່ານ​ທັງຫລາຍ ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ປະເສີດ ເທົ່າທຽມ​ກັນ​ກັບ​ເຮົາ ດ້ວຍ​ຄວາມ​ຊອບທຳ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ.

Uka jalj uñjjattʼäta Copia luraña




2 ເປໂຕ 1:1
40 Jak'a apnaqawi uñst'ayäwi  

ລາຍຊື່​ຂອງ​ອັກຄະສາວົກ​ສິບສອງ​ຄົນ​ແມ່ນ​ມີ​ດັ່ງນີ້: ຄົນ​ທຳອິດ​ຊື່​ວ່າ: ຊີໂມນ (ຜູ້​ທີ່​ເອີ້ນ​ວ່າ​ເປໂຕ) ແລະ ອັນເດອາ​ນ້ອງຊາຍ​ຂອງ​ເພິ່ນ, ຢາໂກໂບ ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ເພິ່ນ,


ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ຢູ່​ນັ້ນ, ພຣະອົງ​ໄດ້​ເຫັນ​ສອງ​ອ້າຍ​ນ້ອງ​ຄື: ຊີໂມນ ທີ່​ມີ​ຊື່​ອີກ​ວ່າ​ເປໂຕ ແລະ ນ້ອງຊາຍ​ຂອງ​ເພິ່ນ​ຊື່​ວ່າ​ອັນເດອາ. ພວກເພິ່ນ​ກຳລັງ​ຢ່ອນມອງ​ຢູ່​ໃນ​ທະເລສາບ, ເພາະ​ພວກເພິ່ນ​ເປັນ​ຄົນຫາປາ.


ແລະ ຈິດວິນຍານ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ,


ເພາະ​ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ກ່າວ​ດ້ວຍ​ປັນຍາ​ຂອງ​ພຣະອົງ​ວ່າ, ‘ເຮົາ​ຈະ​ໃຊ້​ພວກ​ຜູ້ທຳນວາຍ ແລະ ພວກ​ອັກຄະສາວົກ​ໄປ​ຫາ​ພວກເຂົາ ເຊິ່ງ​ບາງຄົນ​ຈະ​ຖືກ​ພວກເຂົາ​ຂ້າ ແລະ ບາງຄົນ​ຈະ​ຖືກ​ພວກເຂົາ​ຂົ່ມເຫັງ’.


ແລະ ກໍ​ພາ​ລາວ​ມາ​ຫາ​ພຣະເຢຊູເຈົ້າ. ພຣະເຢຊູເຈົ້າ​ແນມເບິ່ງ​ລາວ ແລະ ກ່າວ​ວ່າ, “ເຈົ້າ​ຄື​ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ວ່າ​ເກຟາ” (ເຊິ່ງ​ແປວ່າ ເປໂຕ).


ຜູ້ໃດ​ກໍ​ຕາມ​ທີ່​ຮັບໃຊ້​ເຮົາ​ຜູ້​ນັ້ນ​ຕ້ອງ​ຕິດຕາມ​ເຮົາ​ມາ ແລະ ເຮົາ​ຢູ່​ບ່ອນໃດ, ຜູ້ຮັບໃຊ້​ຂອງ​ເຮົາ​ກໍ​ຈະ​ຢູ່​ບ່ອນນັ້ນ​ເໝືອນກັນ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ໃຫ້​ກຽດ​ແກ່​ຜູ້​ທີ່​ຮັບໃຊ້​ເຮົາ.


ພຣະເຢຊູເຈົ້າ​ກ່າວ​ອີກ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ເຈົ້າ​ທັງຫລາຍ! ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຢ່າງໃດ ເຮົາ​ກໍ​ໃຊ້​ພວກເຈົ້າ​ໄປ​ຢ່າງນັ້ນ”.


ຊີໂມນ​ໄດ້​ອະທິບາຍ​ໃຫ້​ພວກເຮົາ​ຟັງ​ແລ້ວ​ວ່າ ພຣະເຈົ້າ​ໄດ້​ສະແດງ​ຄວາມຫ່ວງໃຍ​ຂອງ​ພຣະອົງ​ຕັ້ງແຕ່​ທຳອິດ ໂດຍ​ເລືອກ​ຄົນຕ່າງຊາດ​ບາງຄົນ​ມາ​ເປັນ​ຂອງ​ພຣະອົງ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,


ຄື​ວ່າ​ພວກເຈົ້າ ແລະ ເຮົາ​ຈະ​ໄດ້​ໜູນໃຈ​ເຊິ່ງກັນແລະກັນ​ໂດຍ​ຄວາມເຊື່ອ​ຂອງ​ພວກເຮົາ​ທັງ​ສອງ​ຝ່າຍ.


ເພາະ​ໃນ​ຂ່າວປະເສີດ​ນັ້ນ ຄວາມຊອບທຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ຮັບ​ການເປີດເຜີຍ ເປັນ​ຄວາມຊອບທຳ​ທີ່​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ, ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ຄົນຊອບທຳ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ”.


ເພາະ​ໂດຍ​ພຣະອົງ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ຜູ້​ເປັນ​ປັນຍາ​ຈາກ​ພຣະເຈົ້າ​ເພື່ອ​ເຮົາ ນັ້ນ​ຄື​ເປັນ​ຄວາມຊອບທຳ, ຄວາມບໍລິສຸດ ແລະ ການ​ໄຖ່​ຂອງ​ພວກເຮົາ.


ເພາະ​ເຮົາ​ເປັນ​ຜູ້​ນ້ອຍ​ທີ່ສຸດ​ໃນ​ບັນດາ​ອັກຄະສາວົກ ແລະ ບໍ່​ສົມຄວນ​ແມ່ນແຕ່​ຈະ​ໄດ້​ຊື່​ວ່າ​ອັກຄະສາວົກ, ເພາະວ່າ​ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ.


ເຮົາ​ບໍ່​ມີ​ເສລີພາບ​ບໍ? ເຮົາ​ບໍ່​ໄດ້​ເປັນ​ອັກຄະສາວົກ​ບໍ? ເຮົາ​ບໍ່​ໄດ້​ເຫັນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ບໍ? ພວກເຈົ້າ​ບໍ່​ໄດ້​ເປັນ​ຜົນ​ຂອງ​ວຽກງານ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ​ບໍ?


ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເຮົາ​ໄດ້​ເຊື່ອ ດ້ວຍເຫດນັ້ນ​ເຮົາ​ຈຶ່ງ​ໄດ້​ກ່າວ”. ເພາະວ່າ ພວກເຮົາ​ມີ​ພຣະວິນຍານ​ແຫ່ງ​ຄວາມເຊື່ອ​ອັນດຽວກັນ, ພວກເຮົາ​ກໍ​ເຊື່ອ​ຢ່າງນັ້ນ​ເໝືອນກັນ ແລະ ດ້ວຍເຫດນັ້ນ​ຈຶ່ງ​ກ່າວ​ອອກ​ມາ,


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ເພາະ​ພຣະເຈົ້າ​ຜູ້​ທຳງານ​ໃນ​ເປໂຕ​ໃນ​ຖານະ​ອັກຄະສາວົກ​ຂອງ​ຜູ້​ທີ່​ໄດ້​ຮັບ​ພິທີຕັດ​ແລ້ວ, ກໍ​ທຳງານ​ໃນ​ເຮົາ​ໃນ​ຖານະ​ອັກຄະສາວົກ​ຂອງ​ຄົນຕ່າງຊາດ​ເໝືອນກັນ.


ເຊິ່ງ​ບໍ່​ໄດ້​ກະທຳ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ປະຊາຊົນ​ໃນ​ຍຸກ​ອື່ນໆ ເໝືອນ​ດັ່ງ​ໃນ​ເວລານີ້​ໄດ້​ເປີດເຜີຍ​ໂດຍ​ພຣະວິນຍານ​ແກ່​ບັນດາ​ອັກຄະສາວົກ ແລະ ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະເຈົ້າ.


ດັ່ງນັ້ນ​ພຣະຄຣິດເຈົ້າ​ເອງ​ໄດ້​ໃຫ້​ບັນດາ​ອັກຄະສາວົກ, ບັນດາ​ຜູ້ທຳນວາຍ, ບັນດາ​ຜູ້ປະກາດຂ່າວປະເສີດ, ບັນດາ​ສິດຍາພິບານ ແລະ ບັນດາ​ອາຈານ,


ມີ​ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ, ຄວາມເຊື່ອ​ດຽວ, ບັບຕິສະມາ​ດຽວ,


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ເພາະ​ພຣະເຈົ້າ​ໄດ້​ໃຫ້​ສິດທິ​ພິເສດ​ແກ່​ພວກເຈົ້າ​ໃນ​ນາມ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ພຽງ​ໃຫ້​ພວກເຈົ້າ​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ໃຫ້​ທົນທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ,


ແລະ ໄດ້​ຢູ່​ໃນ​ພຣະອົງ, ໂຕ​ເຮົາ​ເອງ​ບໍ່​ມີ​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ກົດບັນຍັດ, ແຕ່​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ເປັນ​ຄວາມຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມເຊື່ອ.


ເຮົາ​ໄດ້​ຄິດເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ເຊິ່ງ​ຕອນ​ທຳອິດ​ກໍ​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ໃນ​ນາງ​ຢູນີເກ ແມ່​ຂອງ​ເຈົ້າ ແລະ ເຮົາ​ເຊື່ອ​ວ່າ​ບັດນີ້​ກໍ​ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ ແລະ ເພື່ອ​ຄວາມຮູ້​ເຖິງ​ຄວາມຈິງ​ອັນ​ນໍາ​ໄປ​ສູ່​ທາງ​ພຣະເຈົ້າ


ເຖິງ​ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ​ດຽວ​ກັນ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ເຈົ້າ.


ໃນ​ຂະນະ​ທີ່​ພວກເຮົາ​ກຳລັງ​ຄອຍຖ້າ​ຄວາມຫວັງ​ອັນ​ເຕັມ​ໄປ​ດ້ວຍ​ພອນ ຄື​ການ​ມາ​ປາກົດ​ຂອງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢາໂກໂບ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ, ເຖິງ​ຄົນ​ສິບສອງ​ເຜົ່າ​ທີ່​ກະຈັດກະຈາຍ​ຢູ່​ໃນ​ຊາດ​ຕ່າງໆ:


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ເປໂຕ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້, ເຊິ່ງ​ເປັນ​ຄົນຕ່າງຖິ່ນ​ທີ່​ກະຈັດກະຈາຍ​ໄປ​ທົ່ວ​ແຂວງ​ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບິທີເນຍ,


ສິ່ງ​ເຫລົ່ານີ້​ມີ​ມາ​ກໍ​ເພື່ອ​ພິສູດ​ວ່າ​ພວກເຈົ້າ​ມີ​ຄວາມເຊື່ອ​ແທ້, ຄວາມເຊື່ອ​ນີ້​ລ້ຳຄ່າ​ຍິ່ງ​ກວ່າ​ຄຳ ເຊິ່ງ​ສາມາດ​ເສື່ອມສູນ​ໄປ​ເຖິງ​ແມ່ນ​ວ່າ​ໄດ້​ຖືກ​ຫລອມ​ດ້ວຍ​ໄຟ ຄວາມເຊື່ອ​ນີ້​ກໍ່​ໃຫ້​ເກີດ​ຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດ​ເມື່ອ​ພຣະເຢຊູຄຣິດເຈົ້າ​ຈະ​ມາ​ປາກົດ.


ບັດນີ້ ສຳລັບ​ພວກເຈົ້າ​ຜູ້​ທີ່​ເຊື່ອ, ສີລາ​ນີ້​ແມ່ນ​ລ້ຳຄ່າ. ແຕ່​ສຳລັບ​ບັນດາ​ຜູ້​ທີ່​ບໍ່ເຊື່ອ​ນັ້ນ, “ຫີນ​ທີ່​ຊ່າງກໍ່​ໄດ້​ຖິ້ມ​ແລ້ວ ກໍ​ໄດ້​ກາຍເປັນ​ຫີນເສົາເອກ”,


ເຖິງ​ພວກ​ຜູ້ອາວຸໂສ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ອາວຸໂສ​ດ້ວຍກັນ ແລະ ເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ເລື່ອງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ໜຶ່ງ​ທີ່​ຈະ​ຮ່ວມ​ໃນ​ສະຫງ່າລາສີ​ທີ່​ຈະ​ມາ​ປາກົດ​ນັ້ນ​ວ່າ:


ໂດຍ​ຜ່ານທາງ​ສິ່ງ​ເຫລົ່ານີ້​ພຣະອົງ​ໄດ້​ໃຫ້​ສັນຍາ​ອັນ​ຍິ່ງໃຫຍ່ ແລະ ລ້ຳຄ່າ​ຂອງ​ພຣະອົງ​ແກ່​ພວກເຮົາ. ເພື່ອ​ວ່າ​ໂດຍ​ຜ່ານທາງ​ສັນຍາ​ເຫລົ່ານີ້​ພວກເຈົ້າ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ລັກສະນະ​ຂອງ​ພຣະເຈົ້າ ແລະ ພົ້ນ​ຈາກ​ຄວາມເສື່ອມຊາມ​ໃນ​ໂລກ​ທີ່​ເກີດ​ຈາກ​ຄວາມປາຖະໜາ​ຊົ່ວ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢູດາ ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ ເຊິ່ງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ພຣະບິດາ ແລະ ຮັກສາ​ໄວ້​ເພື່ອ​ພຣະເຢຊູຄຣິດເຈົ້າ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka