Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂຢຮັນ 1:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ສູນເສຍ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໄວ້ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງ​ເຕັມສ່ວນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ເຫດສະນັ້ນ ພວກເຈົ້າ​ຈົ່ງ​ລະວັງຕົວ​ໃຫ້​ດີ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ເສຍ​ປະໂຫຍດ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ ແຕ່​ຈະ​ໄດ້​ຮັບ​ບຳເໜັດ​ເຕັມ​ສ່ວນ.

Uka jalj uñjjattʼäta Copia luraña




2 ໂຢຮັນ 1:8
20 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ: “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້​ໜຶ່ງ​ຫລອກລວງ​ພວກເຈົ້າ.


ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ, ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ໃຫ້​ຮູ້​ທຸກ​ສິ່ງ​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ.


“ພວກເຈົ້າ​ຈົ່ງ​ລະວັງ​ໂຕ​ໃຫ້​ດີ. ພວກເຈົ້າ​ຈະ​ຖືກ​ມອບ​ໃຫ້​ສະພາ​ທ້ອງຖິ່ນ ແລະ ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ. ພວກເຈົ້າ​ຈະ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ຜູ້ປົກຄອງ ແລະ ກະສັດ​ທັງຫລາຍ​ເພື່ອ​ເປັນ​ພະຍານ​ແກ່​ພວກເຂົາ​ເພື່ອ​ເຮົາ.


“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ໃຫ້​ເຈົ້າ​ປົກຄອງ​ຫ້າ​ຫົວເມືອງ’.


ພຣະອົງ​ກ່າວ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຖືກ​ຫລອກລວງ. ດ້ວຍວ່າ ຈະ​ມີ​ຫລາຍ​ຄົນ​ມາ​ໃນ​ນາມ​ຂອງ​ເຮົາ, ອ້າງ​ໂຕ​ວ່າ, ‘ເຮົາ​ເປັນ​ຜູ້​ນັ້ນ’ ແລະ ‘ເວລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ’. ຢ່າ​ໄດ້​ຕາມ​ພວກເຂົາ​ໄປ.


ແມ່ນແຕ່​ເວລາ​ນີ້​ຜູ້​ທີ່​ກ່ຽວ​ກໍ​ກຳລັງ​ຮັບ​ຄ່າຈ້າງ ແລະ ຮວບຮວມ​ເອົາ​ຜົນລະປູກ​ໄວ້​ສຳລັບ​ຊີວິດ​ນິລັນດອນ, ເພື່ອ​ວ່າ​ທັງ​ຜູ້ຫວ່ານ ແລະ ຜູ້ເກັບກ່ຽວ​ຈະ​ຊື່ນຊົມຍິນດີ​ນຳກັນ.


ແລະ ໃນ​ທ້າຍ​ທີ່​ສຸດ​ພຣະອົງ​ກໍ​ໄດ້​ປາກົດ​ແກ່​ເຮົາ ຜູ້​ທີ່​ເປັນ​ເໝືອນ​ລູກ​ທີ່​ເກີດ​ຜິດປົກກະຕິ.


ຖ້າ​ສິ່ງ​ທີ່​ລາວ​ກໍ່​ຂຶ້ນ​ຍັງ​ຄົງ​ຢູ່ ຜູ້​ກໍ່​ນັ້ນ​ກໍ​ຈະ​ໄດ້ຮັບ​ລາງວັນ.


ຜູ້​ປູກ ແລະ ຜູ້​ຫົດນ້ຳ​ກໍ​ມີ​ຈຸດປະສົງ​ດຽວ​ກັນ ແລະ ພວກເຂົາ​ແຕ່ລະຄົນ​ກໍ​ຈະ​ໄດ້ຮັບ​ບຳເໜັດ​ຕາມ​ການງານ​ຂອງ​ຕົນ.


ພວກເຈົ້າ​ໄດ້​ປະສົບ​ຢ່າງ​ໜັກ​ໂດຍ​ໄຮ້ປະໂຫຍດ​ບໍ ສິ່ງ​ນີ້​ໄຮ້ປະໂຫຍດ​ແທ້ໆ​ບໍ?


ເຮົາ​ຢ້ານກົວ​ແທນ​ພວກເຈົ້າ ຄື​ຢ້ານ​ວ່າ​ການ​ທີ່​ເຮົາ​ບາກບັ່ນ​ທຸ້ມເທ​ໃຫ້​ພວກເຈົ້າ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ.


ຂໍ​ພຽງ​ແຕ່​ໃຫ້​ພວກເຮົາ​ດຳເນີນຊີວິດ​ໃຫ້​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້ຮັບ​ມາ​ແລ້ວ.


ຈົ່ງ​ລະນຶກ​ເຖິງ​ວັນ​ກ່ອນໜ້າ​ນັ້ນ​ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ຄວາມສະຫວ່າງ, ເມື່ອ​ພວກເຈົ້າ​ອົດທົນ​ໃນ​ຍາມ​ທີ່​ຖືກ​ຕໍ່ຕ້ານ​ຢ່າງໜັກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມທຸກຍາກລໍາບາກ.


ດັ່ງນັ້ນ ຢ່າ​ປະຖິ້ມ​ຄວາມຫມັ້ນໃຈ​ຂອງ​ພວກເຈົ້າ, ສິ່ງ​ນີ້​ຈະ​ນຳ​ບຳເໜັດ​ອັນ​ຍິ່ງໃຫຍ່​ມາ.


ຈົ່ງ​ລະວັງ​ຢ່າ​ໃຫ້​ຜູ້ໃດ​ຕົກ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຢ່າ​ໃຫ້​ມີ​ຮາກ​ຂົມຂື່ນ​ງອກຂຶ້ນ​ເພື່ອ​ສ້າງ​ຄວາມເດືອດຮ້ອນ ແລະ ເຮັດ​ໃຫ້​ຫລາຍ​ຄົນ​ເປັນມົນທິນ.


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້. ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່ ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ຍາດ​ເອົາ​ມົງກຸດ​ຂອງ​ເຈົ້າ​ໄປ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka