Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂຢຮັນ 1:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ແລະ ຄວາມຮັກ​ນີ້​ຄື: ການ​ທີ່​ພວກເຮົາ​ດຳເນີນຊີວິດ​ໃນ​ການເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ. ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ແລ້ວ​ຕັ້ງແຕ່​ຕົ້ນ, ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ຄື ໃຫ້​ພວກເຈົ້າ​ດຳເນີນຊີວິດ​ໃນ​ຄວາມຮັກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ແລະ​ຄວາມຮັກ​ທີ່​ເຮົາ​ກ່າວ​ເຖິງ​ນີ້ ຄື​ໃຫ້​ພວກເຮົາ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ ເປັນ​ກົດບັນຍັດ​ທີ່​ພວກເຈົ້າ​ເຄີຍ​ໄດ້​ມີ​ມາ​ແລ້ວ​ຕັ້ງແຕ່​ຕົ້ນເດີມ​ນັ້ນ ເພື່ອ​ໃຫ້​ພວກເຈົ້າ​ທຸກຄົນ​ໄດ້​ປະຕິບັດ​ຕາມ.

Uka jalj uñjjattʼäta Copia luraña




2 ໂຢຮັນ 1:6
14 Jak'a apnaqawi uñst'ayäwi  

“ຖ້າ​ພວກເຈົ້າ​ຮັກ​ເຮົາ ຈົ່ງ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ເຮົາ.


ຜູ້ໃດ​ກໍ​ຕາມ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ເຮົາ ແລະ ເຊື່ອຟັງ​ຄຳສັ່ງ​ນັ້ນ ແມ່ນ​ຜູ້​ນັ້ນ​ແຫລະ​ທີ່​ຮັກ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະຮັກ​ຜູ້​ທີ່​ຮັກ​ເຮົາ ແລະ ເຮົາ​ກໍ​ຈະ​ຮັກ​ພວກເຂົາ ແລະ ຈະ​ສະແດງ​ໂຕ​ເຮົາ​ເອງ​ແກ່​ພວກເຂົາ​ດ້ວຍ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຮັກ​ເຮົາ ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ຮັກ​ພວກເຂົາ, ພຣະບິດາເຈົ້າ​ກັບ​ເຮົາ​ຈະ​ມາ​ຫາ​ພວກເຂົາ ແລະ ຈະ​ຢູ່​ກັບ​ພວກເຂົາ.


ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ໃນ​ຄວາມຮັກ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ.


ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ມິດສະຫາຍ​ຂອງ​ເຮົາ.


ສຳລັບ​ພວກເຈົ້າ​ແລ້ວ, ຈົ່ງ​ໃຫ້​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ຕັ້ງແຕ່​ຕົ້ນ​ນັ້ນ​ດຳລົງ​ຢູ່​ໃນ​ພວກເຈົ້າ. ຖ້າ​ສິ່ງ​ນີ້​ດຳລົງ​ຢູ່​ໃນ​ພວກເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ດຳລົງ​ຢູ່​ໃນ​ພຣະບຸດ ແລະ ໃນ​ພຣະບິດາເຈົ້າ​ເໝືອນກັນ.


ແຕ່​ຖ້າ​ຜູ້ໃດ​ກໍ​ຕາມ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ ຄວາມຮັກ​ຕໍ່​ພຣະເຈົ້າ​ກໍ​ຄົບຖ້ວນ​ສົມບູນ​ຢູ່​ໃນ​ຜູ້​ນັ້ນ​ຢ່າງ​ແທ້ຈິງ. ດ້ວຍ​ວິທີ​ນີ້​ພວກເຮົາ​ຈຶ່ງ​ຮູ້​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ​ຄື:


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ບໍ່​ໄດ້​ຂຽນ​ຄຳສັ່ງ​ຂໍ້​ໃໝ່​ມາ​ເຖິງ​ພວກເຈົ້າ ແຕ່​ນີ້​ເປັນ​ຄຳສັ່ງ​ເກົ່າ​ທີ່​ພວກເຈົ້າ​ມີ​ມາ​ຕັ້ງແຕ່​ເລີ່ມຕົ້ນ​ແລ້ວ. ຄຳສັ່ງ​ເກົ່າ​ນີ້​ແມ່ນ​ຂໍ້ຄວາມ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ.


ແລະ ຖ້າ​ພວກເຮົາ​ຮູ້​ວ່າ​ພຣະອົງ​ຟັງ​ພວກເຮົາ ເມື່ອ​ພວກເຮົາ​ຂໍ​ສິ່ງໃດ ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພວກເຮົາ​ໄດ້​ຂໍ​ຈາກ​ພຣະອົງ.


ຕາມ​ຄວາມເປັນຈິງ​ແລ້ວ, ນີ້​ເປັນ​ຄວາມຮັກ​ຕໍ່​ພຣະເຈົ້າ​ຄື: ການ​ຖືຮັກສາ​ຄຳສັ່ງ​ຂອງ​ພຣະອົງ. ແລະ ຄຳສັ່ງ​ຂອງ​ພຣະອົງ​ກໍ​ບໍ່​ເປັນ​ພາລະໜັກ,


ແລະ ບັດນີ້, ທ່ານ​ສຸພາບ​ສະຕຼີ​ທີ່ຮັກ, ເຮົາ​ບໍ່​ໄດ້​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ກົດບັນຍັດ​ໃໝ່ ແຕ່​ເປັນ​ກົດບັນຍັດ​ທີ່​ພວກເຮົາ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ​ພຸ້ນ. ເຮົາ​ຂໍ​ໃຫ້​ພວກເຮົາ​ຮັກ​ເຊິ່ງກັນແລະກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka