Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂຢຮັນ 1:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແລະ ບັດນີ້, ທ່ານ​ສຸພາບ​ສະຕຼີ​ທີ່ຮັກ, ເຮົາ​ບໍ່​ໄດ້​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ກົດບັນຍັດ​ໃໝ່ ແຕ່​ເປັນ​ກົດບັນຍັດ​ທີ່​ພວກເຮົາ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ​ພຸ້ນ. ເຮົາ​ຂໍ​ໃຫ້​ພວກເຮົາ​ຮັກ​ເຊິ່ງກັນແລະກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແຕ່​ບັດນີ້ ທ່ານ​ສຸພາບ​ສະຕຼີ​ທີ່ຮັກ​ເອີຍ, ເຮົາ​ຂໍຮ້ອງ​ເຈົ້າ​ທັງຫຼາຍ ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ນີ້​ບໍ່ແມ່ນ​ກົດບັນຍັດ​ຂໍ້​ໃໝ່​ທີ່​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ, ແຕ່​ເປັນ​ກົດບັນຍັດ​ທີ່​ພວກເຮົາ​ເຄີຍ​ມີ​ມາ​ແລ້ວ​ຕັ້ງແຕ່​ຕົ້ນເດີມ.

Uka jalj uñjjattʼäta Copia luraña




2 ໂຢຮັນ 1:5
17 Jak'a apnaqawi uñst'ayäwi  

ຄຳສັ່ງ​ຂອງ​ເຮົາ​ກໍ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ຮັກ​ພວກເຈົ້າ.


ນີ້​ແມ່ນ​ຄຳສັ່ງ​ຂອງ​ເຮົາ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.


ບັດນີ້ ພວກເຮົາ​ບໍ່​ຈຳເປັນ​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມຮັກ​ລະຫວ່າງ​ພີ່ນ້ອງ ເພາະ​ພຣະເຈົ້າ​ສອນ​ພວກເຈົ້າ​ເອງ​ໃຫ້​ຮັກເຊິ່ງກັນແລະກັນ​ຢູ່​ແລ້ວ.


ຈົ່ງ​ສືບຕໍ່​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ.


ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ, ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ເລິກເຊິ່ງ, ເພາະ​ຄວາມຮັກ​ປິດບັງ​ຄວາມບາບ​ຈຳນວນ​ຫລວງຫລາຍ​ໄວ້​ໄດ້.


ແລະ ເພີ່ມ​ຄວາມຮັກ​ກັນ​ເໝືອນ​ພີ່ນ້ອງ​ເຂົ້າ​ກັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ເພີ່ມ​ຄວາມຮັກ​ເຂົ້າ​ກັບ​ຄວາມ​ຮັກ​ກັນ​ເໝືອນ​ພີ່ນ້ອງ.


ເພາະ​ນີ້​ເປັນ​ຖ້ອຍຄຳ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ມາ​ຕັ້ງແຕ່​ຕົ້ນ​ຄື: ພວກເຮົາ​ຄວນ​ຮັກ​ເຊິ່ງກັນແລະກັນ.


ແລະ ນີ້​ແມ່ນ​ຄຳສັ່ງ​ຂອງ​ພຣະອົງ​ຄື: ໃຫ້​ເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ ແລະ ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ພວກເຮົາ​ໄວ້​ນັ້ນ.


ຖ້າ​ຜູ້ໃດ​ເວົ້າ​ວ່າ “ຂ້ານ້ອຍ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ເປັນ​ຄົນຂີ້ຕົວະ. ເພາະ​ຜູ້ໃດ​ກໍ​ຕາມ​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ​ຜູ້​ທີ່​ຕົນ​ເບິ່ງເຫັນ​ໄດ້ ກໍ​ບໍ່​ສາມາດ​ຮັກ​ພຣະເຈົ້າ​ຜູ້​ທີ່​ຕົນ​ບໍ່​ສາມາດ​ເບິ່ງເຫັນ​ໄດ້.


ຈາກ ຜູ້​ອາວຸໂສ, ເຖິງ​ທ່ານ​ສຸພາບສະຕີ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ກັບ​ລູກ​ທັງຫລາຍ​ຂອງ​ນາງ ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ ແລະ ບໍ່​ແມ່ນ​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ລວມ​ທັງ​ຄົນ​ທັງປວງ​ທີ່​ຮູ້ຈັກ​ຄວາມ​ຈິງ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka