Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂຢຮັນ 1:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເຮົາ​ມີ​ຫລາຍ​ເລື່ອງ​ຈະ​ຂຽນ​ເຖິງ​ພວກເຈົ້າ​ແຕ່​ບໍ່​ຢາກ​ໃຊ້​ເຈ້ຍ ແລະ ນ້ຳມຶກ. ແຕ່​ເຮົາ​ຫວັງ​ຈະ​ມາ​ຢ້ຽມຢາມ ແລະ ເວົ້າ​ກັບ​ພວກເຈົ້າ​ແບບ​ໜ້າຕໍ່ໜ້າ​ເພື່ອ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຮົາ​ຈະ​ເຕັມບໍລິບູນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເຮົາ​ຍັງ​ມີ​ຫລາຍ​ຢ່າງ ທີ່​ຈະ​ຂຽນ​ມາ​ເຖິງ​ເຈົ້າ​ທັງຫຼາຍ ແຕ່​ເຮົາ​ບໍ່​ຢາກ​ໃຊ້​ເຈ້ຍ​ແລະ​ນໍ້າມຶກ ເຮົາ​ຫວັງ​ວ່າ​ຈະ​ມາ​ຫາ​ພວກເຈົ້າ ແລະ​ເວົ້າ​ກັນ​ປາກ​ຕໍ່​ປາກ ເພື່ອ​ຄວາມ​ຍິນດີ​ຈະ​ໄດ້​ມີ​ຢ່າງ​ເຕັມປ່ຽມ.

Uka jalj uñjjattʼäta Copia luraña




2 ໂຢຮັນ 1:12
15 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ບອກ​ສິ່ງ​ນີ້​ແກ່​ພວກເຈົ້າ​ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ຈະ​ຢູ່​ໃນ​ພວກເຈົ້າ ແລະ ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ຈະ​ຄົບເຕັມບໍລິບູນ.


“ເຮົາ​ຍັງ​ມີ​ອີກ​ຫລາຍ​ສິ່ງ​ທີ່​ຈະ​ກ່າວ​ກັບ​ພວກເຈົ້າ, ຫລາຍ​ເກີນ​ກວ່າ​ທີ່​ພວກເຈົ້າ​ຈະ​ຮັບ​ໄດ້​ໃນ​ເວລາ​ນີ້.


ຈົນ​ເຖິງ​ບັດນີ້​ພວກເຈົ້າ​ຍັງ​ບໍ່​ໄດ້​ຂໍ​ສິ່ງໃດ​ໃນ​ນາມ​ຂອງ​ເຮົາ​ເລີຍ. ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ແລະ ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ຈະ​ເຕັມບໍລິບູນ.


“ບັດນີ້ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຫາ​ພຣະອົງ ແຕ່​ຂ້ານ້ອຍ​ກ່າວ​ສິ່ງ​ເຫລົ່ານີ້​ຂະນະ​ທີ່​ຂ້ານ້ອຍ​ຍັງ​ຢູ່​ໃນ​ໂລກ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມຊື່ນຊົມຍິນດີ​ຂອງ​ຂ້ານ້ອຍ​ຢ່າງ​ເຕັມລົ້ນ​ຢູ່​ພາຍໃນ​ພວກເຂົາ.


ເຈົ້າສາວ​ກໍ​ເປັນ​ຂອງ​ເຈົ້າບ່າວ. ເພື່ອນ​ຂອງ​ເຈົ້າບ່າວ​ກໍ​ຄອຍຖ້າ​ຟັງ​ເຈົ້າບ່າວ​ຢູ່ ແລະ ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເມື່ອ​ໄດ້​ຍິນ​ສຽງ​ຂອງ​ເຈົ້າບ່າວ. ເຮົາ​ກໍ​ມີ​ຄວາມຊື່ນຊົມຍິນດີ​ຢ່າງ​ນັ້ນ ແລະ ບັດນີ້​ຄວາມຊື່ນຊົມຍິນດີ​ນັ້ນ​ກໍ​ຄົບຖ້ວນ​ແລ້ວ.


ເຮົາ​ຈຶ່ງ​ວາງແຜນ​ຈະ​ມາຫາ​ພວກເຈົ້າ​ຕອນ​ເວລາ​ທີ່​ໄປ​ປະເທດ​ສະເປນ​ນັ້ນ. ເຮົາ​ຫວັງວ່າ​ຈະ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ​ຂະນະ​ເດີນທາງ​ຜ່ານ​ໄປ ແລະ ຫວັງ​ຈະໃຫ້​ພວກເຈົ້າ​ຊ່ວຍເຫລືອ​ເຮົາ​ໃນ​ການເດີນທາງ​ໄປ​ທີ່​ນັ້ນ ຫລັງຈາກ​ໄດ້​ຢ້ຽມຢາມ​ຖາມ​ຂ່າວ ແລະ ຫລັງຈາກ​ໄດ້​ພົບປະ​ສັງສັນ​ຢູ່​ກັບ​ພວກເຈົ້າ​ໄລຍະໜຶ່ງ.


ເມື່ອ​ເຮົາ​ລະນຶກ​ເຖິງ​ນ້ຳຕາ​ຂອງ​ເຈົ້າ, ເຮົາ​ກໍ​ປາຖະໜາ​ຈະ​ມາ​ຫາ​ເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເຕັມ​ດ້ວຍ​ຄວາມຊື່ນຊົມຍິນດີ.


ອີກ​ຢ່າງ​ໜຶ່ງ​ກໍ​ຄື: ຂໍ​ໃຫ້​ຈັດຕຽມ​ຫ້ອງພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ກັບ​ມາ​ຫາ​ເຈົ້າ​ອີກ​ຕາມ​ຄຳອະທິຖານ​ຂອງ​ເຈົ້າ.


ເຮົາ​ຂໍຮ້ອງ​ພວກເຈົ້າ​ເປັນ​ພິເສດ​ໃຫ້​ອະທິຖານ​ຂໍ​ໃຫ້​ເຮົາ​ໄດ້​ກັບ​ມາ​ຫາ​ພວກເຈົ້າ​ໃນ​ໄວໆ​ນີ້.


ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮູ້​ວ່າ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ​ໄດ້​ຮັບ​ການປ່ອຍໂຕ​ແລ້ວ. ຖ້າ​ລາວ​ມາ​ຮອດ​ໄວ, ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ລາວ.


ພວກເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເພື່ອ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ພວກເຮົາ​ທັງຫລາຍ​ຄົບເຕັມບໍລິບູນ.


ດັ່ງນັ້ນ ເມື່ອ​ເຮົາ​ມາ, ເຮົາ​ຈະ​ຊີ້​ໃຫ້​ເຫັນ​ເຖິງ​ສິ່ງ​ທີ່​ລາວ​ໄດ້​ເຮັດ, ຄື​ນິນທາ​ໃສ່ຮ້າຍ​ພວກເຮົາ. ຍັງ​ບໍ່​ພໍ​ເທົ່ານັ້ນ, ລາວ​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ຕ້ອນຮັບ​ພວກ​ພີ່ນ້ອງ​ຜູ້ທີ່ເຊື່ອ​ຄົນ​ອື່ນໆ​ອີກ. ລາວ​ຍັງ​ຫ້າມ​ບັນດາ​ຄົນ​ທີ່​ຢາກ​ຕ້ອນຮັບ ແລະ ໄລ່​ພວກເຂົາ​ອອກຈາກ​ຄຣິສຕະຈັກ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka