Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂຢຮັນ 1:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈາກ ຜູ້​ອາວຸໂສ, ເຖິງ​ທ່ານ​ສຸພາບສະຕີ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ກັບ​ລູກ​ທັງຫລາຍ​ຂອງ​ນາງ ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ ແລະ ບໍ່​ແມ່ນ​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ລວມ​ທັງ​ຄົນ​ທັງປວງ​ທີ່​ຮູ້ຈັກ​ຄວາມ​ຈິງ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຈາກ ຜູ້ປົກຄອງ ເຖິງ ທ່ານ​ສຸພາບ​ສະຕຼີ​ທີ່​ຊົງ​ເລືອກ​ໄວ້ ແລະ ພວກ​ລູກ​ຂອງ​ນາງ ຜູ້​ທີ່​ເຮົາ​ຮັກ​ຢ່າງ​ແທ້ຈິງ ບໍ່ແມ່ນ​ເຮົາ​ພຽງ​ຄົນ​ດຽວ ແຕ່​ທຸກຄົນ​ທີ່​ຮູ້​ຄວາມຈິງ​ກໍ​ຮັກ​ເໝືອນກັນ,

Uka jalj uñjjattʼäta Copia luraña




2 ໂຢຮັນ 1:1
25 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສືບສວນ​ທຸກ​ສິ່ງ​ຢ່າງ​ລະອຽດ​ມາ​ຕັ້ງແຕ່​ຕົ້ນ​ແລ້ວ, ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ຂຽນ​ລຳດັບ​ເຫດການ​ເພື່ອ​ທ່ານ ເທໂອຟີໂລ​ທີ່​ນັບຖື,


ແລ້ວ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ​ຄວາມຈິງ ແລະ ຄວາມຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ”.


ພວກເພິ່ນ​ໄດ້​ເຮັດ​ຕາມ​ນັ້ນ​ໂດຍ​ຝາກ​ສິ່ງຂອງ​ໃຫ້​ບາຣະນາບາ​ກັບ​ໂຊໂລ​ນຳ​ໄປ​ຊ່ວຍ​ບັນດາ​ຜູ້ອາວຸໂສ​ໃນ​ຄຣິສຕະຈັກ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຣູໂຟ ຜູ້​ທີ່​ເລືອກ​ໄວ້​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ແມ່​ຂອງ​ເພິ່ນ​ຜູ້​ທີ່​ເປັນ​ແມ່​ຂອງ​ເຮົາ​ດ້ວຍ.


ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ປະຕິບັດ​ບໍ່​ສອດຄ່ອງ​ກັບ​ຄວາມຈິງ​ຂອງ​ຂ່າວປະເສີດ, ເຮົາ​ຈຶ່ງ​ເວົ້າ​ກັບ​ເກຟາ​ຕໍ່ໜ້າ​ພວກເຂົາ​ທັງໝົດ​ວ່າ, “ເຈົ້າ​ເປັນ​ຄົນຢິວ​ແຕ່​ດຳເນີນຊີວິດ​ເໝືອນ​ຄົນຕ່າງຊາດ ແລະ ບໍ່​ເໝືອນ​ຄົນຢິວ. ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ຖື​ທຳນຽມ​ຢິວ?


ພວກເຮົາ​ບໍ່​ໄດ້​ຍອມຈຳນົນ​ຕໍ່​ພວກເຂົາ​ເລີຍ​ແມ່ນແຕ່​ຊົ່ວຂະນະໜຶ່ງ, ເພື່ອວ່າ​ຄວາມຈິງ​ຂອງ​ຂ່າວປະເສີດ​ຈະ​ຖືກ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ທັງຫລາຍ.


ຊາວຄາລາເຕຍ​ຜູ້​ໂງ່ຈ້າ​ເອີຍ! ຜູ້ໃດ​ໃສ່​ຄາຖາ​ພວກເຈົ້າ? ພາບ​ທີ່​ພຣະເຢຊູຄຣິດເຈົ້າ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ​ກໍ​ຊັດເຈນ​ຢູ່​ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ແລ້ວ.


ພວກເຈົ້າ​ກຳລັງ​ແລ່ນ​ແຂ່ງຂັນ​ດີ​ຢູ່​ແລ້ວ. ຜູ້ໃດ​ຂັດຂວາງ​ພວກເຈົ້າ​ບໍ່​ໃຫ້​ເຊື່ອຟັງ​ຄວາມຈິງ?


ຄື​ຄວາມເຊື່ອ ແລະ ຄວາມຮັກ​ອັນ​ເກີດ​ຈາກ​ຄວາມຫວັງ​ທີ່​ສະສົມ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ ແລະ ເຊິ່ງ​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ໃນ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຂອງ​ຂ່າວປະເສີດ


ຜູ້​ປະສົງ​ໃຫ້​ທຸກຄົນ​ໄດ້​ຮັບ​ຄວາມພົ້ນ ແລະ ໄດ້​ມາ​ຮູ້ຈັກ​ຄວາມຈິງ.


ຫລັງຈາກ​ທີ່​ພວກເຮົາ​ໄດ້​ຮູ້​ຄວາມຈິງ​ແລ້ວ ຖ້າ​ພວກເຮົາ​ຍັງ​ເຈດຕະນາ​ເຮັດ​ບາບ​ຕໍ່ໄປ​ກໍ​ຈະ​ບໍ່​ເຫລືອ​ເຄື່ອງບູຊາ​ລຶບລ້າງ​ບາບ​ໃດໆ,


ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


ເຖິງ​ພວກ​ຜູ້ອາວຸໂສ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ອາວຸໂສ​ດ້ວຍກັນ ແລະ ເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ເລື່ອງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ໜຶ່ງ​ທີ່​ຈະ​ຮ່ວມ​ໃນ​ສະຫງ່າລາສີ​ທີ່​ຈະ​ມາ​ປາກົດ​ນັ້ນ​ວ່າ:


ຄຣິສຕະຈັກ​ທີ່​ເມືອງ​ບາບີໂລນ​ຜູ້​ໄດ້​ຮັບ​ການ​ເລືອກ​ດ້ວຍ​ກັນ​ກັບ​ພວກເຈົ້າ​ນັ້ນ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ ແລະ ມາຣະໂກ​ບຸດ​ຂອງ​ເຮົາ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ.


ເຮົາ​ບໍ່​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ຄວາມຈິງ ແຕ່​ເພາະວ່າ​ພວກເຈົ້າ​ຮູ້ຈັກ​ຄວາມຈິງ​ນັ້ນ ແລະ ເພາະ​ບໍ່​ມີ​ຄວາມຕົວະ​ທີ່​ມາ​ຈາກ​ຄວາມຈິງ.


ລູກ​ທີ່ຮັກ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ຄຳເວົ້າ ແລະ ຄຳປາໄສ​ເທົ່ານັ້ນ ແຕ່​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ການກະທຳ ແລະ ດ້ວຍ​ຄວາມຈິງ.


ບັນດາ​ລູກ​ຂອງ​ນ້ອງສາວ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.


ແລະ ບັດນີ້, ທ່ານ​ສຸພາບ​ສະຕຼີ​ທີ່ຮັກ, ເຮົາ​ບໍ່​ໄດ້​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ກົດບັນຍັດ​ໃໝ່ ແຕ່​ເປັນ​ກົດບັນຍັດ​ທີ່​ພວກເຮົາ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ​ພຸ້ນ. ເຮົາ​ຂໍ​ໃຫ້​ພວກເຮົາ​ຮັກ​ເຊິ່ງກັນແລະກັນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ຜູ້ປົກຄອງ, ເຖິງ​ໄຄໂຢ ເພື່ອນ​ທີ່ຮັກ, ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka