Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 9:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ດັ່ງນັ້ນ ເຮົາ​ຈຶ່ງ​ຄິດ​ວ່າ​ຈຳເປັນ​ຕ້ອງ​ຂໍຮ້ອງ​ພີ່ນ້ອງ​ເຫລົ່ານັ້ນ​ໃຫ້​ມາຫາ​ພວກເຈົ້າ​ລ່ວງໜ້າ ແລະ ຈັດຕຽມ​ເຄື່ອງບໍລິຈາກ​ດ້ວຍ​ໃຈກວ້າງຂວາງ​ໄວ້​ໃຫ້​ຮຽບຮ້ອຍ​ຕາມ​ທີ່​ພວກເຈົ້າ​ໄດ້​ສັນຍາ​ໄວ້. ແລ້ວ​ເຄື່ອງບໍລິຈາກ​ນີ້​ກໍ​ຈະ​ຕຽມພ້ອມ​ໄວ້​ເພື່ອ​ເປັນ​ເຄື່ອງບໍລິຈາກ​ທີ່​ໃຫ້​ດ້ວຍ​ໃຈກວ້າງຂວາງ, ບໍ່ແມ່ນ​ເປັນ​ເຄື່ອງບໍລິຈາກ​ທີ່​ໃຫ້​ດ້ວຍ​ການຝືນໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ດັ່ງນັ້ນ ເຮົາ​ຈຶ່ງ​ເຫັນ​ວ່າ ຈຳເປັນ​ຕ້ອງ​ວອນ​ຂໍ​ພີ່ນ້ອງ​ເຫຼົ່ານັ້ນ ໃຫ້​ໄປ​ຫາ​ພວກເຈົ້າ​ກ່ອນ​ເຮົາ ເພື່ອ​ຕຽມ​ເຄື່ອງ​ບໍລິຈາກ​ໄວ້​ຕາມ​ທີ່​ພວກເຈົ້າ​ໄດ້​ສັນຍາ ແລ້ວ​ສິ່ງ​ນັ້ນ​ກໍ​ຄົງ​ຈະ​ໄດ້​ມີ​ໄວ້​ພ້ອມ ເມື່ອ​ເຮົາ​ໄປ​ເຖິງ ອັນ​ຈະ​ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ ພວກເຈົ້າ​ມີ​ນໍ້າໃຈ​ຢາກ​ຖວາຍ​ບໍ່ແມ່ນ​ດ້ວຍ​ຄວາມ​ຂືນໃຈ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 9:5
11 Jak'a apnaqawi uñst'ayäwi  

ໃນ​ມື້​ທີໜຶ່ງ​ຂອງ​ທຸກໆ​ອາທິດ, ພວກເຈົ້າ​ແຕ່ລະຄົນ​ຄວນ​ແຍກ​ເງິນ​ຈຳນວນ​ໜຶ່ງ​ທີ່​ເໝາະສົມ​ກັບ​ລາຍໄດ້​ຂອງ​ຕົນ ເກັບ​ສະສົມ​ເງິນ​ນີ້​ໄວ້ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ຈະ​ບໍ່​ມີ​ການແຜ່ຊັບ​ອີກ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ໄດ້​ຊຸກຍູ້​ຕີໂຕ, ຂໍ​ໃຫ້​ນຳ​ເອົາ​ການກະທຳ​ແຫ່ງ​ຄວາມເມດຕາ​ນີ້​ມາ​ສູ່​ຄວາມສຳເລັດ​ໃນ​ສ່ວນ​ຂອງ​ພວກເຈົ້າ​ເໝືອນກັນ ຕາມ​ທີ່​ເພິ່ນ​ເປັນ​ຜູ້​ເລີ່ມຕົ້ນ​ມາ​ກ່ອນ​ນັ້ນ.


ແຕ່​ທີ່​ເຮົາ​ກຳລັງ​ສົ່ງ​ພີ່ນ້ອງ​ເຫລົ່ານັ້ນ​ມາ ກໍ​ເພື່ອ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ອວດອ້າງ​ໄວ້​ກ່ຽວກັບ​ພວກເຈົ້າ​ໃນ​ເລື່ອງ​ນີ້​ຈະ​ບໍ່​ເສຍປະໂຫຍດ, ແຕ່​ເພື່ອ​ພວກເຈົ້າ​ກໍ​ຈະ​ໄດ້​ຕຽມພ້ອມ​ຢູ່​ສະເໝີ​ສົມ​ກັບ​ທີ່​ເຮົາ​ໄດ້​ບອກ​ໄວ້.


ຈົ່ງ​ຈົດຈຳ​ສິ່ງ​ນີ້​ຄື: ຜູ້​ທີ່​ຫວ່ານ​ພຽງ​ເລັກນ້ອຍ​ກໍ​ຈະ​ເກັບກ່ຽວ​ໄດ້​ແຕ່​ພຽງ​ເລັກນ້ອຍ​ເໝືອນກັນ ແລະ ຜູ້​ທີ່​ຫວ່ານ​ດ້ວຍ​ໃຈກວ້າງຂວາງ​ກໍ​ຈະ​ເກັບ​ກ່ຽວ​ໄດ້​ຢ່າງ​ຫລວງຫລາຍ​ເໝືອນກັນ.


ບໍ່​ແມ່ນ​ວ່າ​ເຮົາ​ປາຖະໜາ​ຢາກ​ໄດ້​ຂອງຖວາຍ​ຈາກ​ພວກເຈົ້າ; ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka