Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 9:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ການຮັບໃຊ້​ທີ່​ພວກເຈົ້າ​ກະທຳ​ຢູ່​ນີ້​ບໍ່​ພຽງ​ແຕ່​ຊ່ວຍເຫລືອ​ຄວາມຕ້ອງ​ຂອງ​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ເທົ່ານັ້ນ ແຕ່​ຍັງ​ເປັນເຫດ​ໃຫ້​ມີ​ການຂອບພຣະຄຸນ​ພຣະເຈົ້າ​ຢ່າງ​ລົ້ນເຫລືອ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເພາະວ່າ ການ​ຮັບໃຊ້​ໃນ​ການ​ບົວລະບັດ ບໍ່ແມ່ນ​ເປັນ​ການ​ຊ່ວຍ​ພວກ​ໄພ່ພົນ​ຂອງ​ພຣະອົງ ທີ່​ຂາດເຂີນ​ເທົ່ານັ້ນ, ແຕ່​ຍັງ​ເປັນ​ເຫດ​ໃຫ້​ມີ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຫລວງຫລາຍ​ອີກ​ດ້ວຍ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 9:12
10 Jak'a apnaqawi uñst'ayäwi  

ເຊັ່ນ​ດຽວ​ກັບ​ທີ່​ພວກເຈົ້າ​ຊ່ວຍ​ພວກເຮົາ​ໂດຍ​ຄຳອະທິຖານ​ຂອງ​ພວກເຈົ້າ. ແລ້ວ​ຄົນ​ທັງຫລາຍ​ກໍ​ຈະ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ພວກເຮົາ​ສຳລັບ​ຄວາມກະລຸນາ​ທີ່​ພວກເຮົາ​ໄດ້​ຮັບ ເຊິ່ງ​ເປັນ​ການ​ຕອບ​ຄຳອະທິຖານ​ຂອງ​ຄົນ​ທັງຫລາຍ.


ເພາະ​ເຊັ່ນດຽວ​ກັນ​ກັບ​ທີ່​ພວກເຮົາ​ຮ່ວມ​ໃນ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ຫລາຍ​ເຫລືອລົ້ນ​ຢ່າງໃດ, ການ​ເລົ້າໂລມໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະຄຣິດເຈົ້າ​ກໍ​ຫລາຍ​ເຫລືອລົ້ນ​ຢ່າງນັ້ນ.


ພວກເຂົາ​ໄດ້​ອ້ອນວອນ​ຂໍ​ສິດທິ​ພິເສດ​ກັບ​ພວກເຮົາ​ເພື່ອ​ໃຫ້​ພວກເຂົາ​ມີ​ສ່ວນ​ຮ່ວມ​ຮັບໃຊ້​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.


ເຮົາ​ບໍ່​ຈຳເປັນ​ຕ້ອງ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ການ​ຮັບໃຊ້​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.


ແຕ່​ເຮົາ​ຄິດ​ວ່າ​ຈຳເປັນ​ທີ່​ຈະ​ສົ່ງ​ເອປາໂຟດີໂຕ​ກັບ​ມາ​ຫາ​ພວກເຈົ້າ, ເພິ່ນ​ເປັນ​ນ້ອງຊາຍ, ເປັນ​ເພື່ອນຮ່ວມງານ ແລະ ເປັນ​ເພື່ອນ​ທະຫານ​ດ້ວຍກັນ​ກັບ​ເຮົາ, ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ເພື່ອ​ເບິ່ງແຍງ​ໃນ​ຍາມ​ເຮົາ​ຂັດສົນ.


ຖ້າ​ຜູ້ໃດ​ມີ​ຊັບສິ່ງຂອງ ແລະ ເຫັນ​ພີ່ນ້ອງ​ຂອງ​ຕົນ​ຂັດສົນ​ແຕ່​ຍັງ​ບໍ່​ສົງສານ​ພວກເຂົາ, ຄວາມຮັກ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃນ​ຜູ້​ນັ້ນ​ໄດ້​ຢ່າງໃດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka