Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 8:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເຮົາ​ບໍ່​ໄດ້​ກຳລັງ​ສັ່ງ​ພວກເຈົ້າ, ແຕ່​ເຮົາ​ຢາກ​ທົດສອບ​ຄວາມຈິງໃຈ​ໃນ​ຄວາມຮັກ​ຂອງ​ພວກເຈົ້າ​ໂດຍ​ການປຽບທຽບ​ກັບ​ຄວາມ​ກະຕືລືລົ້ນ​ຂອງ​ຄົນ​ອື່ນໆ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ເຮົາ​ກ່າວ​ດັ່ງນີ້​ບໍ່ແມ່ນ​ຄຳ​ບັນຊາ, ແຕ່​ໄດ້​ນຳ​ເລື່ອງ​ຄວາມ​ກະຕື​ລືລົ້ນ​ຂອງ​ຄົນອື່ນ ມາ​ທຽບ​ທົດລອງ​ກັບ​ຄວາມຮັກ​ຂອງ​ເຈົ້າ​ທັງຫລາຍ​ນັ້ນ ເບິ່ງ​ວ່າ​ເປັນ​ຂອງ​ແທ້​ຫລື​ບໍ່.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 8:8
19 Jak'a apnaqawi uñst'ayäwi  

ຈົ່ງ​ຮັກ​ດ້ວຍ​ຄວາມ​ຈິງໃຈ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວ ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ.


ສຳລັບ​ຄົນ​ອື່ນ​ນັ້ນ ເຮົາ​ຂໍ​ກ່າວ​ຢ່າງ​ນີ້ (ແມ່ນ​ເຮົາ​ເອງ ບໍ່ແມ່ນ​ອົງພຣະຜູ້ເປັນເຈົ້າ) ວ່າ: ຖ້າ​ຊາຍ​ຄົນໃດ​ມີ​ເມຍ​ທີ່​ເປັນ​ຄົນ​ບໍ່ເຊື່ອ ແລະ ນາງ​ກໍ​ເຕັມໃຈ​ຈະ​ຢູ່​ກັບ​ລາວ, ລາວ​ຕ້ອງ​ບໍ່​ຢ່າຮ້າງ​ນາງ.


ສ່ວນ​ຄົນ​ທີ່​ຮັກສາ​ຄວາມບໍລິສຸດ​ນັ້ນ ເຮົາ​ບໍ່​ໄດ້​ຮັບ​ຄຳສັ່ງ​ຈາກ​ອົງພຣະຜູ້ເປັນເຈົ້າ, ແຕ່​ເຮົາ​ຂໍ​ໃຫ້​ຄຳ​ຕັດສິນ​ໃນ​ຖານະ​ຜູ້​ທີ່​ເປັນ​ທີ່​ໄວ້ໃຈ​ໄດ້​ໂດຍ​ຄວາມເມດຕາ​ຂອງ​ອົງພຣະຜູ້ເປັນເຈົ້າ.


ເຮົາ​ກ່າວ​ຢ່າງ​ນີ້​ດັ່ງ​ເປັນ​ການອະນຸຍາດ ບໍ່​ແມ່ນ​ເປັນ​ຄຳສັ່ງ.


ໃນ​ຄວາມບໍລິສຸດ, ໃນ​ຄວາມເຂົ້າໃຈ, ໃນ​ຄວາມອົດທົນ ແລະ ໃນ​ຄວາມເມດຕາ, ໃນ​ພຣະວິນຍານບໍລິສຸດເຈົ້າ ແລະ ໃນ​ຄວາມຮັກ​ທີ່​ຈິງໃຈ;


ແລະ ນີ້​ເປັນ​ຂໍ້ແນະນຳ​ຂອງ​ເຮົາ​ກ່ຽວກັບ​ສິ່ງ​ດີ​ທີ່ສຸດ​ສຳລັບ​ພວກເຈົ້າ​ໃນ​ເລື່ອງ​ນີ້. ປີ​ທີ່​ຜ່ານມາ​ພວກເຈົ້າ​ທັງຫລາຍ​ບໍ່​ພຽງ​ແຕ່​ເປັນ​ພວກ​ທຳອິດ​ທີ່​ໄດ້​ຖວາຍ ແຕ່​ຍັງ​ເປັນ​ພວກ​ທຳອິດ​ທີ່​ມີ​ຄວາມປາຖະໜາ​ທີ່​ຈະ​ຖວາຍ​ດ້ວຍ.


ເຫດສະນັ້ນ ຈົ່ງ​ສະແດງ​ໃຫ້​ຄົນ​ເຫລົ່ານັ້ນ​ເຫັນ​ຫລັກຖານ​ແຫ່ງ​ຄວາມຮັກ​ຂອງ​ພວກເຈົ້າ ແລະ ເຫັນ​ເຖິງ​ສາເຫດ​ທີ່​ພວກເຮົາ​ພາກພູມໃຈ​ໃນ​ພວກເຈົ້າ, ເພື່ອ​ວ່າ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ເຫັນ​ເຖິງ​ສິ່ງ​ນີ້​ດ້ວຍ.


ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍເຫລືອ ແລະ ເຮົາ​ໄດ້​ອວດອ້າງ​ເລື່ອງ​ນີ້​ຕໍ່​ຊາວ​ມາເກໂດເນຍ​ແລ້ວ ໂດຍ​ບອກ​ພວກເຂົາ​ວ່າ​ຕັ້ງແຕ່​ປີ​ຜ່ານມາ​ທີ່​ພວກເຈົ້າ​ຢູ່​ໃນ​ແຂວງ​ອະຂາຢາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຖວາຍ ແລະ ຄວາມກະຕືລືລົ້ນ​ຂອງ​ພວກເຈົ້າ​ທັງຫລາຍ​ໄດ້​ກະຕຸ້ນ​ພວກເຂົາ​ສ່ວນຫລາຍ​ໃຫ້​ລົງ​ມື​ເຮັດ​ຕາມ.


ທຸກຄົນ​ຄວນ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄິດ​ໝາຍ​ໄວ້​ໃນ​ໃຈ​ວ່າ​ຈະ​ໃຫ້, ບໍ່ແມ່ນ​ໃຫ້​ດ້ວຍ​ຄິດ​ເສຍດາຍ ຫລື ຝືນໃຈ​ໃຫ້, ເພາະວ່າ​ພຣະເຈົ້າ​ຮັກ​ຜູ້​ທີ່​ໃຫ້​ດ້ວຍ​ຊື່ນໃຈຍິນດີ.


ແຕ່​ການ​ກ່າວຄວາມຈິງ​ດ້ວຍ​ຄວາມຮັກ, ພວກເຮົາ​ຈະ​ເຕີບໃຫຍ່​ຂຶ້ນ​ໃນ​ທຸກ​ດ້ານ​ຈົນ​ເຖິງ​ຄວາມ​ເປັນ​ຜູ້ໃຫຍ່​ໃນ​ພຣະ​ກາຍ​ຂອງ​ພຣະອົງ​ຜູ້​ເປັນ​ຫົວ, ຄື​ພຣະຄຣິດເຈົ້າ.


ຂໍ​ໃຫ້​ພຣະຄຸນ​ຈົ່ງ​ຢູ່​ກັບ​ບັນດາ​ຄົນ​ທັງປວງ​ທີ່​ຮັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມຮັກ​ທີ່​ບໍ່​ຮູ້​ເສື່ອມສູນ.


ແລະ ໃຫ້​ພວກເຮົາ​ພິຈາລະນາ​ເບິ່ງ​ວ່າ​ພວກເຮົາ​ຈະ​ປຸກ​ໃຈ​ກັນ​ໃນ​ເລື່ອງ​ຄວາມຮັກ ແລະ ໃນ​ການ​ກະທຳ​ດີ​ໄດ້​ຢ່າງໃດ,


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka