2 ໂກຣິນໂທ 8:7 - ພຣະຄຳພີລາວສະບັບສະໄໝໃໝ່7 ແຕ່ເນື່ອງຈາກວ່າ ພວກເຈົ້າດີເລີດໃນທຸກສິ່ງ ບໍ່ວ່າໃນຄວາມເຊື່ອ, ໃນວາຈາ, ໃນຄວາມຮູ້, ໃນຄວາມກະຕືລືລົ້ນຢ່າງເຕັມທີ່ ແລະ ໃນຄວາມຮັກທີ່ພວກເຮົາມີຕໍ່ພວກເຈົ້ານັ້ນ ກໍເຫັນວ່າພວກເຈົ້າດີເລີດໃນການໃຫ້ດ້ວຍຄວາມເມດຕານີ້ເໝືອນກັນ. Uka jalj uñjjattʼätaພຣະຄຳພີສັກສິ7 ເຫດສະນັ້ນ ເມື່ອເຈົ້າທັງຫລາຍມີບໍຣິບູນໃນທຸກສິ່ງ ຄືຄວາມເຊື່ອ, ຖ້ອຍຄຳ, ວິຊາຄວາມຮູ້, ຄວາມກະຕືລືລົ້ນ ແລະຄວາມຮັກຕໍ່ເຮົາ, ເຈົ້າທັງຫລາຍກໍຈົ່ງປະກອບການກຸສົນນີ້ຢ່າງບໍຣິບູນເໝືອນກັນ. Uka jalj uñjjattʼäta |
ແລະ ບໍ່ພຽງແຕ່ໂດຍການມາຂອງຕີໂຕເທົ່ານັ້ນ ແຕ່ໂດຍການເລົ້າໂລມໃຈທີ່ພວກເຈົ້າທັງຫລາຍໄດ້ໃຫ້ກັບຕີໂຕອີກດ້ວຍ. ຕີໂຕໄດ້ບອກພວກເຮົາວ່າພວກເຈົ້າປາຖະໜາຢາກຈະພົບເຮົາ, ຄວາມຮູ້ສຶກເສຍໃຈຫລາຍຂອງພວກເຈົ້າ ແລະ ຄວາມຫ່ວງໃຍອັນແຮງກ້າຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ຄວາມຊື່ນຊົມຍິນດີຂອງເຮົາຫລາຍຂຶ້ນກວ່າເກົ່າອີກ.