Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 8:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແລະ ພວກເຂົາ​ໄດ້​ເຮັດ​ເກີນກວ່າ​ທີ່​ພວກເຮົາ​ຄາດຫວັງ​ໄວ້​ຄື: ກ່ອນ​ສິ່ງອື່ນ​ໝົດ​ພວກເຂົາ​ໄດ້​ມອບ​ຕົນເອງ​ແກ່​ອົງພຣະຜູ້ເປັນເຈົ້າ ແລະ ຫລັງຈາກ​ນັ້ນ ກໍ​ມອບ​ຕົນເອງ​ໃຫ້​ພວກເຮົາ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ບໍ່​ເໝືອນ​ດັ່ງ​ເຮົາ​ໄດ້​ຄາດໝາຍ​ໄວ້, ແຕ່​ຂໍ້​ສຳຄັນ​ທີ່ສຸດ ແມ່ນ​ພວກເຂົາ​ໄດ້​ຖວາຍ​ຕົວ​ເອງ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ກ່ອນ ແລ້ວ​ໄດ້​ມອບ​ຕົວ​ໃຫ້​ເຮົາ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 8:5
15 Jak'a apnaqawi uñst'ayäwi  

ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ເພື່ອ​ເຫັນແກ່​ຄວາມ​ເມດຕາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ທັງຫລາຍ​ໃຫ້​ຖວາຍ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ ເພື່ອ​ເປັນ​ເຄື່ອງຖວາຍ​ບູຊາ​ທີ່​ມີຊີວິດ, ທີ່​ບໍລິສຸດ ແລະ ທີ່​ພໍໃຈ​ພຣະເຈົ້າ ນີ້​ເປັນ​ການນະມັດສະການ​ທີ່​ແທ້ຈິງ ແລະ ເໝາະສົມ.


ຢ່າ​ມອບ​ອະໄວຍະວະ​ສ່ວນ​ໃດ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ໃຫ້​ແກ່​ຄວາມບາບ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມ​ຊົ່ວຮ້າຍ ແຕ່​ຈົ່ງ​ຖວາຍ​ໂຕ​ຂອງ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າ​ໃນ​ຖານະ​ເປັນ​ຜູ້​ທີ່​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ​ສູ່​ຊີວິດ; ແລະ ຈົ່ງ​ຖວາຍ​ອະໄວຍະວະ​ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະອົງ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມຊອບທຳ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ໂຊຊະເຖນ ພີ່ນ້ອງ​ຂອງ​ພວກເຮົາ,


ເພາະ​ສິ່ງ​ທີ່​ພວກເຮົາ​ປະກາດ​ນັ້ນ​ບໍ່​ແມ່ນ​ພວກເຮົາເອງ, ແຕ່​ປະກາດ​ພຣະເຢຊູຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາ​ເອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ​ທັງຫລາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ.


ແລະ ບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ບັນດາ​ຄຣິສຕະຈັກ​ໃນ​ແຂວງ​ມາເກໂດເນຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka