Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 8:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ພວກເຂົາ​ໄດ້​ອ້ອນວອນ​ຂໍ​ສິດທິ​ພິເສດ​ກັບ​ພວກເຮົາ​ເພື່ອ​ໃຫ້​ພວກເຂົາ​ມີ​ສ່ວນ​ຮ່ວມ​ຮັບໃຊ້​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ແລ້ວ​ຕາມ​ລຳພັງ​ໃຈ​ຂອງ​ພວກເຂົາ​ເອງ ພວກເຂົາ​ກໍ​ຍັງ​ໄດ້​ວອນຂໍ​ຢ່າງ​ຫລວງຫລາຍ ຂໍ​ໃຫ້​ເຮົາ​ກະລຸນາ​ພວກເຂົາ​ໄດ້​ມີ​ສ່ວນ​ໃນ​ການ​ຊ່ວຍເຫລືອ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 8:4
27 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ທີ່​ເອົາ​ນ້ຳ​ເຢັນ​ແມ່ນ​ແຕ່​ຈອກ​ໜຶ່ງ​ໃຫ້​ຜູ້​ໜຶ່ງ​ໃນ​ບັນດາ​ຄົນ​ຕໍ່າຕ້ອຍ​ເຫລົ່ານີ້​ເພາະ​ລາວ​ເປັນ​ສາວົກ​ຂອງ​ເຮົາ, ຜູ້​ນັ້ນ​ກໍ​ຈະ​ບໍ່​ຂາດ​ບຳເໜັດ​ຂອງ​ຕົນ​ແນ່ນອນ”.


ເພາະວ່າ​ຜູ້ໃດ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ​ກໍ​ເປັນ​ນ້ອງຊາຍ, ນ້ອງສາວ ແລະ ແມ່​ຂອງ​ເຮົາ”.


“ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ບັນດາ​ພີ່ນ້ອງ​ເຫລົ່ານີ້​ຂອງ​ເຮົາ ພວກເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.


ພວກເຈົ້າ​ຈະ​ມີ​ຄົນຍາກຈົນ​ຢູ່​ກັບ​ພວກເຈົ້າ​ສະເໝີ ແລະ ພວກເຈົ້າ​ສາມາດ​ຊ່ວຍ​ພວກເຂົາ​ໄດ້​ທຸກ​ເວລາ​ຕາມ​ທີ່​ພວກເຈົ້າ​ຕ້ອງການ. ແຕ່​ພວກເຈົ້າ​ຈະ​ບໍ່​ມີ​ເຮົາ​ຢູ່​ນໍາ​ສະເໝີ​ໄປ.


ພວກສາວົກ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ຮ່ວມ​ກັນ​ຊ່ວຍເຫລືອ​ບັນດາ​ພີ່ນ້ອງ​ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ​ຕາມ​ຄວາມສາມາດ​ຂອງ​ແຕ່ລະຄົນ.


ເມື່ອ​ນາງ​ກັບ​ສະມາຊິກ​ໃນ​ຄົວເຮືອນ​ຂອງ​ນາງ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ນາງ​ໄດ້​ເຊີນ​ພວກເຮົາ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ນາງ. ນາງ​ເວົ້າ​ວ່າ, “ຖ້າ​ທ່ານ​ເຫັນ​ວ່າ​ຂ້ານ້ອຍ​ເປັນ​ຜູ້ທີ່ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ, ຂໍ​ເຊີນ​ມາ​ພັກ​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ດ້ວຍ”. ນາງ​ໄດ້​ຊັກຊວນ​ຈົນ​ພວກເຮົາ​ຂັດ​ບໍ່​ໄດ້.


“ຫລັງ​ຈາກ​ຫາຍ​ໄປ​ຫລາຍ​ປີ, ຂ້າພະເຈົ້າ​ໄດ້​ມາ​ທີ່​ເຢຣູຊາເລັມ​ເພື່ອ​ນຳ​ເງິນ​ມາ​ໃຫ້​ພີ່ນ້ອງ​ທີ່​ທຸກຍາກ ແລະ ຖວາຍ​ເຄື່ອງບູຊາ.


ຂໍ​ອະທິຖານ​ໃຫ້​ເຮົາ​ໄດ້ຮັບ​ການ​ຊ່ວຍເຫລືອ​ໃຫ້​ພົ້ນ​ຈາກ​ຄົນທີ່ບໍ່ເຊື່ອ​ທັງຫລາຍ​ໃນ​ແຂວງ​ຢູດາຍ ແລະ ຂໍ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ຍອມ​ຮັບ​ເຄຶ່ອງຊ່ວຍເຫລືອ​ຂອງ​ເຮົາ,


ບັດນີ້ ກ່ຽວກັບ​ການ​ແຜ່​ຊັບ​ເພື່ອ​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ນັ້ນ ຂໍ​ໃຫ້​ປະຕິບັດ​ຕາມ​ທີ່​ເຮົາ​ໄດ້​ບອກ​ໃຫ້​ຄຣິສຕະຈັກ​ຕ່າງໆ​ໃນ​ຄາລາເຕຍ​ປະຕິບັດ​ນັ້ນ.


ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ຄອບຄົວ​ຂອງ​ສະເຕຟານາ​ໄດ້​ກັບໃຈ​ມາ​ເຊື່ອ​ເປັນ​ກຸ່ມ​ທຳອິດ​ໃນ​ແຂວງ​ອະຂາຢາ ແລະ ພວກເຂົາ​ໄດ້​ອຸທິດ​ຕົນ​ເອງ​ຮັບໃຊ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ. ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ


ເຮົາ​ບໍ່​ຈຳເປັນ​ຕ້ອງ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ການ​ຮັບໃຊ້​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.


ສິ່ງ​ທັງໝົດ​ທີ່​ພວກເຂົາ​ຂໍ​ກໍ​ຄື​ວ່າ​ພວກເຮົາ​ຄວນ​ສືບຕໍ່​ຄິດເຖິງ​ຄົນຍາກຈົນ, ເຊິ່ງ​ເປັນ​ສິ່ງ​ທີ່​ເຮົາ​ກະຕືລືລົ້ນ​ທີ່​ຈະ​ເຮັດ​ມາ​ຕະຫລອດ.


ເຫດສະນັ້ນ, ເມື່ອ​ພວກເຮົາ​ມີ​ໂອກາດ ໃຫ້​ພວກເຮົາ​ເຮັດ​ດີ​ຕໍ່​ທຸກຄົນ ໂດຍສະເພາະ​ຕໍ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ແຫ່ງ​ຄວາມເຊື່ອ.


ແລະ ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ການ​ເຮັດ​ຄວາມດີ, ເຊັ່ນ​ວ່າ​ລ້ຽງດູ​ລູກໆ, ມີ​ນ້ຳໃຈ​ຕ້ອນຮັບແຂກ, ລ້າງ​ຕີນ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ, ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ຍາກຈົນ ແລະ ອຸທິດ​ຕົນເອງ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ.


ພຣະເຈົ້າ​ຍຸຕິທຳ, ພຣະອົງ​ຈະ​ບໍ່​ລືມ​ການງານ​ທີ່​ພວກເຈົ້າ​ເຮັດ ແລະ ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ອອກ​ໃຫ້​ພຣະອົງ​ເຫັນ ຄື​ການ​ທີ່​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂອງ​ພຣະອົງ ແລະ ຍັງ​ຊ່ວຍເຫລືອ​ພວກເຂົາ​ຕໍ່ໄປ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka