Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 8:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເພາະ​ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ໄດ້​ຖວາຍ​ຫລາຍ​ກວ່າ​ທີ່​ພວກເຂົາ​ສາມາດ​ເຮັດ​ໄດ້ ແລະ ແມ່ນແຕ່​ເກີນ​ຄວາມສາມາດ​ຂອງ​ພວກເຂົາ. ດ້ວຍ​ຄວາມສະໝັກໃຈ​ຂອງ​ພວກເຂົາ​ເອງ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເພາະ​ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ສັດທາ​ຖວາຍ​ໂດຍ​ສຸດ​ຄວາມ​ສາມາດ​ຂອງ​ພວກເຂົາ ແລະ​ເຫຼືອ​ຄວາມ​ສາມາດ​ຂອງ​ພວກເຂົາ​ເສຍ​ອີກ,

Uka jalj uñjjattʼäta Copia luraña




2 ໂກຣິນໂທ 8:3
22 Jak'a apnaqawi uñst'ayäwi  

ນາງ​ເຮັດ​ເທົ່າ​ທີ່​ນາງ​ເຮັດ​ໄດ້. ນາງ​ຖອກ​ນ້ຳຫອມ​ໃສ່​ຮ່າງກາຍ​ຂອງ​ເຮົາ​ກໍ​ເພື່ອ​ເປັນ​ການ​ຕຽມ​ພິທີ​ຝັງສົບ​ຂອງ​ເຮົາ​ໄວ້​ລ່ວງໜ້າ.


ພວກສາວົກ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ຮ່ວມ​ກັນ​ຊ່ວຍເຫລືອ​ບັນດາ​ພີ່ນ້ອງ​ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ​ຕາມ​ຄວາມສາມາດ​ຂອງ​ແຕ່ລະຄົນ.


ເພາະ​ເຮົາ​ສາມາດ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ຮ້ອນຮົນ​ເພື່ອ​ພຣະເຈົ້າ ແຕ່​ຄວາມຮ້ອນຮົນ​ຂອງ​ພວກເຂົາ​ບໍ່​ໄດ້​ຕັ້ງ​ຢູ່​ເທິງ​ຄວາມຮູ້.


ໃນ​ມື້​ທີໜຶ່ງ​ຂອງ​ທຸກໆ​ອາທິດ, ພວກເຈົ້າ​ແຕ່ລະຄົນ​ຄວນ​ແຍກ​ເງິນ​ຈຳນວນ​ໜຶ່ງ​ທີ່​ເໝາະສົມ​ກັບ​ລາຍໄດ້​ຂອງ​ຕົນ ເກັບ​ສະສົມ​ເງິນ​ນີ້​ໄວ້ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ຈະ​ບໍ່​ມີ​ການແຜ່ຊັບ​ອີກ.


ຖ້າ​ເຮົາ​ປະກາດ​ດ້ວຍ​ຄວາມສະໝັກ​ໃຈ ເຮົາ​ກໍ​ໄດ້ຮັບ​ລາງວັນ, ຖ້າ​ເຮົາ​ບໍ່​ສະໝັກໃຈ​ປະກາດ ເຮົາ​ກໍ​ຍັງ​ຕ້ອງ​ເຮັດ​ໜ້າທີ່​ຕາມ​ຄວາມ​ໄວ້ໃຈ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ.


ບັດນີ້ ຄວາມຍິນດີ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ເຮົາ​ຫາຍ​ໄປ​ໃສ​ໝົດ​ແລ້ວ? ເຮົາ​ສາມາດ​ຢືນຢັນ​ວ່າ, ຖ້າ​ພວກເຈົ້າ​ເຮັດໄດ້ ພວກເຈົ້າ​ກໍ​ຄົງ​ຈະ​ຄວັດ​ໜ່ວຍຕາ​ຂອງ​ພວກເຈົ້າ​ອອກ ແລະ ມອບ​ໜ່ວຍຕາ​ນັ້ນ​ໃຫ້​ເຮົາ​ແລ້ວ.


ເພາະວ່າ​ແມ່ນ​ພຣະເຈົ້າ​ເປັນ​ຜູ້​ກະທຳການ​ຢູ່​ພາຍໃນ​ພວກເຈົ້າ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງໃຈ ແລະ ການກະທຳ​ເພື່ອ​ໃຫ້​ບັນລຸ​ຈຸດປະສົງ​ອັນ​ດີ​ຂອງ​ພຣະອົງ.


ເຮົາ​ເປັນ​ພະຍານ​ຝ່າຍ​ເພິ່ນ​ໄດ້​ວ່າ​ເພິ່ນ​ທຳງານ​ໜັກໜ່ວງ​ເພື່ອ​ພວກເຈົ້າ ແລະ ເພື່ອ​ຄົນ​ທັງຫລາຍ​ທີ່​ຢູ່​ເມືອງ​ລາວດີເກອາ ແລະ ທັງ​ຄົນ​ທີ່​ຢູ່​ເມືອງ​ເຮຍຣາໂປລີ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ຫ່ວງໃຍ​ພວກເຈົ້າ. ເພາະ​ພວກເຮົາ​ຮັກ​ພວກເຈົ້າ​ຫລາຍ, ພວກເຮົາ​ຍິນດີ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແມ່ນແຕ່​ຊີວິດ​ຂອງ​ພວກເຮົາ​ກໍ​ສະຫລະ​ໃຫ້​ໄດ້.


ແຕ່​ວ່າ​ເຮົາ​ບໍ່​ຢາກ​ເຮັດ​ສິ່ງໃດ​ກ່ອນ​ໄດ້​ຮັບ​ຄວາມເຫັນ​ຈາກ​ເຈົ້າ, ເພື່ອ​ວ່າ​ຄວາມດີ​ໃດໆ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ​ຈະ​ບໍ່​ເບິ່ງ​ຄື​ວ່າ​ຖືກ​ບັງຄັບ ແຕ່​ຈະ​ເປັນ​ຄວາມສະໝັກໃຈ.


ຖ້າ​ຜູ້ໃດ​ຈະ​ກ່າວ, ພວກເຂົາ​ກໍ​ຄວນ​ເຮັດ​ເໝືອນ​ເປັນ​ຜູ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ. ຖ້າ​ຜູ້ໃດ​ຈະ​ຮັບໃຊ້, ພວກເຂົາ​ກໍ​ຄວນ​ເຮັດ​ດ້ວຍ​ກຳລັງ​ທີ່​ພຣະເຈົ້າ​ໃຫ້, ເພື່ອ​ວ່າ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ທຸກສິ່ງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ. ຂໍ​ໃຫ້​ສະຫງ່າລາສີ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະເຈົ້າ​ໃຫ້​ຢູ່​ໃນ​ຄວາມຮັບຜິດຊອບ​ເບິ່ງແຍງ​ຂອງ​ພວກເຈົ້າ, ໃຫ້​ເບິ່ງແຍງ​ພວກເຂົາ​ບໍ່​ແມ່ນ​ຍ້ອນ​ວ່າ​ພວກເຈົ້າ​ຈໍາເປັນ​ຕ້ອງ​ເຮັດ ແຕ່​ຍ້ອນ​ວ່າ​ພວກເຈົ້າ​ເຕັມໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ເປັນ, ບໍ່​ແມ່ນ​ເຮັດ​ເພື່ອ​ຫາ​ຜົນປະໂຫຍດ​ດ້ວຍ​ຄວາມບໍ່ສັດຊື່, ແຕ່​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ຮັບໃຊ້,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka