Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 8:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ສຳລັບ​ຕີໂຕ ເພິ່ນ​ເປັນ​ຜູ້​ເຂົ້າສ່ວນ​ກັບ​ເຮົາ ແລະ ເປັນ​ຜູ້ຮ່ວມງານ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ; ສ່ວນ​ພວກ​ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ພວກເຂົາ​ເປັນ​ຕົວແທນ​ຂອງ​ບັນດາ​ຄຣິສຕະຈັກ ແລະ ເປັນ​ກຽດ​ແກ່​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ສ່ວນ​ຕີໂຕ​ນັ້ນ ເປັນ​ຜູ້​ເຂົ້າ​ສ່ວນ​ກັບ​ເຮົາ ແລະ​ເປັນ​ຜູ້​ຮ່ວມງານ​ໃນ​ການ​ຮັບໃຊ້​ເຈົ້າ​ທັງຫລາຍ ສ່ວນ​ພວກ​ພີ່ນ້ອງ​ຂອງເຮົາ​ນັ້ນ ກໍ​ເປັນ​ທູດ​ຮັບໃຊ້​ຂອງ​ຄຣິສຕະຈັກ​ທັງຫລາຍ ແລະ​ເປັນ​ພຣະ​ກຽດຕິຍົດ​ຂອງ​ພຣະຄຣິດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 8:23
20 Jak'a apnaqawi uñst'ayäwi  

ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ຜູ້​ຮ່ວມງານ​ຂອງ​ຊີໂມນ​ກໍ​ປະຫລາດໃຈ​ເໝືອນກັນ. ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ຊີໂມນ​ວ່າ, “ຢ່າ​ຢ້ານ​ເລີຍ, ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຈະ​ເປັນ​ຜູ້ຫາຄົນ”.


ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ສັນຍານ​ໃຫ້​ໝູ່​ທີ່​ຢູ່​ໃນ​ເຮືອ​ລຳ​ອື່ນ​ມາ​ຊ່ວຍ, ພວກເຂົາ​ຈຶ່ງ​ມາ​ຊ່ວຍ ແລະ ໄດ້​ປາ​ເຕັມ​ເຮືອ​ທັງ​ສອງ​ລຳ​ຈົນ​ເຮືອ​ແຊມ​ເກືອບ​ຫລົ້ມ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ ແລະ ຜູ້​ທີ່​ຖືກ​ໃຊ້​ໄປ​ກໍ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຜູ້​ທີ່​ໃຊ້​ຕົນ​ໄປ​ນັ້ນ.


ຜູ້ຊາຍ​ບໍ່​ຄວນ​ປົກ​ຫົວ​ຂອງ​ຕົນ, ເນື່ອງຈາກ​ວ່າ​ຜູ້ຊາຍ​ເປັນ​ແບບ​ລັກສະນະ ແລະ ກຽດຕິຍົດ​ຂອງ​ພຣະເຈົ້າ ແຕ່​ແມ່ຍິງ​ເປັນ​ກຽດຕິຍົດ​ຂອງ​ຜູ້ຊາຍ.


ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ຕີໂຕ​ມາ​ຫາ​ພວກເຈົ້າ ແລະ ເຮົາ​ກໍ​ໄດ້​ສົ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ມາ​ກັບ​ເພິ່ນ​ດ້ວຍ. ຕີໂຕ​ບໍ່​ໄດ້​ເອົາປຽບ​ພວກເຈົ້າ​ແມ່ນ​ບໍ? ພວກເຮົາ​ບໍ່​ໄດ້​ເດີນ​ຕາມ​ບາດກ້າວ​ດຽວກັນ​ໂດຍ​ພຣະວິນຍານ​ອົງ​ດຽວກັນ​ບໍ?


ແຕ່​ພຣະເຈົ້າ​ຜູ້​ເລົ້າໂລມໃຈ​ຄົນ​ທີ່​ທໍ້ຖອຍ ໄດ້​ເລົ້າໂລມໃຈ​ພວກເຮົາ​ໂດຍ​ການ​ມາ​ຂອງ​ຕີໂຕ


ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ໃຫ້​ຕີໂຕ​ມີ​ໃຈ​ເປັນຫ່ວງ​ພວກເຈົ້າ​ເໝືອນກັນ​ກັບ​ທີ່​ເຮົາ​ມີ​ຕໍ່​ພວກເຈົ້າ.


ແລະ ພວກເຮົາ​ໄດ້​ສົ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໄປ​ກັບ​ຕີໂຕ​ດ້ວຍ ຜູ້​ທີ່​ໄດ້ຮັບ​ການຍົກຍ້ອງ​ຈາກ​ຄຣິສຕະຈັກ​ທັງຫລາຍ​ໃນ​ດ້ານ​ການປະກາດ​ຂ່າວປະເສີດ.


ຍິ່ງ​ໄປ​ກວ່າ​ນັ້ນ, ຄຣິສຕະຈັກ​ຕ່າງໆ​ໄດ້​ເລືອກ​ພີ່ນ້ອງ​ຄົນ​ນີ້​ໃຫ້​ຮ່ວມ​ເດີນທາງ​ກັບ​ພວກເຮົາ​ຂະນະ​ທີ່​ນຳ​ເງິນຖວາຍ​ໄປ, ເຊິ່ງ​ພວກເຮົາ​ໄດ້​ຮັບຜິດຊອບ​ເບິ່ງແຍງ​ເງິນ​ຖວາຍ​ນີ້​ເພື່ອ​ຖວາຍ​ກຽດ​ແກ່​ອົງພຣະຜູ້ເປັນເຈົ້າ ແລະ ເພື່ອ​ສະແດງ​ວ່າ​ພວກເຮົາ​ເອງ​ກໍ​ມີ​ໃຈ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍ.


ນອກຈາກນີ້ ພວກເຮົາ​ຍັງ​ສົ່ງ​ພີ່ນ້ອງ​ອີກ​ຄົນ​ໜຶ່ງ​ຮ່ວມ​ໄປນຳ​ດ້ວຍ ພີ່ນ້ອງ​ຜູ້​ນີ້​ໄດ້​ພິສູດ​ໃຫ້​ພວກເຮົາ​ເຫັນ​ໃນ​ຫລາຍໆ​ດ້ານ​ແລ້ວ​ວ່າ ລາວ​ກະຕືລືລົ້ນ​ຫລາຍ ແລະ ບັດນີ້ ກໍ​ກະຕືລືລົ້ນ​ຫລາຍ​ຂຶ້ນ​ອີກ​ກວ່າເກົ່າ ເພາະວ່າ​ລາວ​ໝັ້ນໃຈ​ໃນ​ພວກເຈົ້າ​ຫລາຍ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ໄດ້​ຊຸກຍູ້​ຕີໂຕ, ຂໍ​ໃຫ້​ນຳ​ເອົາ​ການກະທຳ​ແຫ່ງ​ຄວາມເມດຕາ​ນີ້​ມາ​ສູ່​ຄວາມສຳເລັດ​ໃນ​ສ່ວນ​ຂອງ​ພວກເຈົ້າ​ເໝືອນກັນ ຕາມ​ທີ່​ເພິ່ນ​ເປັນ​ຜູ້​ເລີ່ມຕົ້ນ​ມາ​ກ່ອນ​ນັ້ນ.


ແຕ່​ເຮົາ​ຄິດ​ວ່າ​ຈຳເປັນ​ທີ່​ຈະ​ສົ່ງ​ເອປາໂຟດີໂຕ​ກັບ​ມາ​ຫາ​ພວກເຈົ້າ, ເພິ່ນ​ເປັນ​ນ້ອງຊາຍ, ເປັນ​ເພື່ອນຮ່ວມງານ ແລະ ເປັນ​ເພື່ອນ​ທະຫານ​ດ້ວຍກັນ​ກັບ​ເຮົາ, ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ເພື່ອ​ເບິ່ງແຍງ​ໃນ​ຍາມ​ເຮົາ​ຂັດສົນ.


ແລະ ເຮົາ​ຂໍຮ້ອງ​ພວກເຈົ້າ​ຜູ້​ເປັນ​ເພື່ອນຮ່ວມງານ​ທີ່​ແທ້ຈິງ​ຂອງ​ເຮົາ, ໃຫ້​ຊ່ວຍເຫລືອ​ແມ່ຍິງ​ເຫລົ່ານີ້ ເພາະ​ພວກເຂົາ​ໄດ້​ຕໍ່ສູ້​ຄຽງຂ້າງ​ເຮົາ​ໃນ​ວຽກງານ​ຂ່າວປະເສີດ ພ້ອມ​ທັງ​ກະເລເມ ແລະ ເພື່ອນ​ຮ່ວມງານ​ຄົນ​ອື່ນໆ​ຂອງ​ເຮົາ​ດ້ວຍ ຄົນ​ເຫລົ່ານີ້​ມີ​ຊື່​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.


ພວກເຈົ້າ​ໄດ້​ຮຽນຮູ້​ຂ່າວປະເສີດ​ນັ້ນ​ຈາກ​ເອປາຟາ ເພື່ອນ​ຮ່ວມ​ຮັບໃຊ້​ທີ່ຮັກ​ຂອງ​ພວກເຮົາ ຜູ້ຮັບໃຊ້​ພຣະຄຣິດເຈົ້າ​ຢ່າງ​ສັດຊື່​ແທນ​ພວກເຮົາ


ກ່ອນໜ້າ​ນີ້​ພວກເຮົາ​ໄດ້​ປະເຊີນ​ກັບ​ຄວາມທຸກທໍລະມານ ແລະ ຖືກ​ປະຕິບັດ​ຢ່າງ​ໂຫດຮ້າຍ​ໃນ​ເມືອງ​ຟີລິບປອຍ​ຕາມ​ທີ່​ພວກເຈົ້າ​ຮູ້, ແຕ່​ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ພວກເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ​ຂ່າວປະເສີດ​ຂອງ​ພຣະອົງ​ແກ່​ພວກເຈົ້າ​ເຖິງ​ແມ່ນ​ວ່າ​ຖືກ​ຕໍ່ຕ້ານ​ຢ່າງ​ໜັກ​ກໍຕາມ.


ເພາະ​ເດມາ​ໄດ້​ຮັກ​ໂລກ​ນີ້, ໄດ້​ປະຖິ້ມ​ເຮົາ​ໄປ​ຍັງ​ເມືອງ​ເທສະໂລນິກ​ແລ້ວ. ເຄເຊັນ​ໄດ້​ໄປ​ຍັງ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ຍັງ​ເມືອງ​ດັນມາເຕຍ.


ເຖິງ​ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ​ດຽວ​ກັນ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ເຈົ້າ.


ເຫດສະນັ້ນ ຖ້າ​ເຈົ້າ​ຖື​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ຂອງ​ເຈົ້າ​ແລ້ວ ກໍ​ຈົ່ງ​ຕ້ອນຮັບ​ລາວ​ໄວ້​ເໝືອນ​ກັບ​ທີ່​ເຈົ້າ​ຕ້ອນຮັບ​ເຮົາ.


ເຊັ່ນ​ດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນຮ່ວມງານ​ຂອງ​ເຮົາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ເໝືອນ​ກັນ.


ເຫດສະນັ້ນ ພວກເຮົາ​ຄວນ​ສະແດງ​ການຕ້ອນຮັບ​ຕໍ່​ຄົນ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຮັດວຽກ​ຮ່ວມ​ກັນ​ເພື່ອ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka