Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 8:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ໃນ​ທ່າມກາງ​ການທົດລອງ​ຢ່າງ​ໜັກໜ່ວງ​ທີ່ສຸດ ຄວາມຊື່ນຊົມຍິນດີ​ອັນ​ເຫລືອລົ້ນ ແລະ ຄວາມຍາກຈົນ​ທີ່ສຸດ​ຂອງ​ພວກເຂົາ​ນັ້ນ​ກໍ​ລົ້ນ​ອອກ​ເປັນ​ຄວາມຮັ່ງມີ​ໃນ​ຄວາມເອື້ອເຟື້ອເຜື່ອແຜ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເພາະວ່າ ເມື່ອ​ຄາວ​ທີ່​ພວກເຂົາ​ຖືກ​ທົດລອງ​ຢ່າງ​ໜັກ ໂດຍ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ ຄວາມ​ຍິນດີ​ອັນ​ເຫລືອລົ້ນ ແລະ​ຄວາມ​ຍາກຈົນ​ອັນ​ເຫຼືອ​ປະມານ​ຂອງ​ພວກເຂົາ​ນັ້ນ ກໍໄດ້​ປາກົດ​ລົ້ນ​ອອກ​ມາ​ເປັນ​ໃຈ​ສັດທາ​ອັນ​ກວ້າງຂວາງ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 8:2
20 Jak'a apnaqawi uñst'ayäwi  

ຂ້ອຍ​ບໍ່​ມີ​ສິດ​ເຮັດ​ໃນ​ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ກັບ​ເງິນ​ຂອງ​ຂ້ອຍ​ບໍ? ຫລື ວ່າ​ເຈົ້າ​ອິດສາ​ເພາະ​ເຫັນ​ຂ້ອຍ​ໃຈ​ດີ?’


ຖ້າ​ມີ​ດ້ານ​ການໜູນໃຈ ກໍ​ຈົ່ງ​ໜູນໃຈ, ຖ້າ​ມີ​ດ້ານ​ການບໍລິຈາກ ກໍ​ຈົ່ງ​ບໍລິຈາກ​ດ້ວຍ​ໃຈກວ້າງຂວາງ, ຖ້າ​ມີ​ດ້ານ​ການເປັນຜູ້ນຳ ກໍ​ຈົ່ງ​ປົກຄອງ​ດ້ວຍ​ຄວາມເອົາໃຈໃສ່, ຖ້າ​ມີ​ດ້ານ​ການສະແດງ​ຄວາມເມດຕາ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈຍິນດີ.


ຫລື ພວກເຈົ້າ​ໝິ່ນປະໝາດ​ຄວາມເມດຕາ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນ​ອັນ​ລົ້ນເຫລືອ​ຂອງ​ພຣະອົງ, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄວາມເມດຕາ​ຂອງ​ພຣະເຈົ້າ​ນັ້ນ​ແມ່ນ​ມີ​ໄວ້​ເພື່ອ​ນຳ​ພວກເຈົ້າ​ໃຫ້​ກັບໃຈ​ໃໝ່?


ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ເຫດຜົນ​ອື່ນ​ອີກ​ທີ່​ເຮົາ​ຂຽນ​ມາ​ນັ້ນ​ກໍ​ເພື່ອ​ຈະ​ເບິ່ງ​ວ່າ​ພວກເຈົ້າ​ຈະ​ຕັ້ງໝັ້ນຄົງ​ຕໍ່​ການທົດລອງ ແລະ ເຊື່ອຟັງ​ໃນ​ທຸກສິ່ງ ຫລື ບໍ່.


ເຕັມ​ດ້ວຍ​ຄວາມທຸກໂສກ ແຕ່​ກໍ​ຍັງ​ຊື່ນຊົມຍິນດີ​ສະເໝີ; ທຸກຍາກ ແຕ່​ກໍ​ຍັງ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ແລະ ບໍ່​ມີ​ອັນໃດ ແຕ່​ກໍ​ຍັງ​ເປັນ​ເຈົ້າຂອງ​ທຸກສິ່ງ.


ພວກເຈົ້າ​ຈະ​ຮັ່ງມີ​ໃນ​ທຸກ​ດ້ານ​ເພື່ອວ່າ​ພວກເຈົ້າ​ຈະ​ສາມາດ​ເອື້ອເຟື້ອເພື່ອແຜ່​ໄດ້​ໃນ​ທຸກ​ໂອກາດ ແລະ ໂດຍ​ຜ່ານ​ທາງ​ພວກເຮົາ​ຄວາມເອື້ອເຟື້ອເພື່ອແຜ່​ຂອງ​ພວກເຈົ້າ​ນັ້ນ​ຈະ​ເປັນເຫດ​ໃຫ້​ມີ​ການໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.


ເພາະວ່າ​ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ດ້ວຍ​ການ​ຮັບໃຊ້​ນີ້, ຄົນອື່ນໆ​ຈະ​ສັນລະເສີນ​ພຣະເຈົ້າ​ເພາະ​ການເຊື່ອຟັງ​ຂອງ​ພວກເຈົ້າ ເຊິ່ງ​ມາ​ພ້ອມ​ກັບ​ການຍອມຮັບ​ເອົາ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ຂອງ​ພວກເຈົ້າ ແລະ ເພາະ​ຄວາມເອື້ອເຟື້ອ​ຂອງ​ພວກເຈົ້າ​ໃນ​ການແບ່ງປັນ​ແກ່​ພວກເຂົາ ແລະ ແກ່​ຄົນ​ອື່ນໆ​ອີກ​ດ້ວຍ.


ພວກເຈົ້າ​ໄດ້​ກາຍເປັນ​ຜູ້​ທີ່​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຮົາ ແລະ ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ໄດ້​ຕ້ອນຮັບ​ເອົາ​ພຣະຄຳ​ໃນ​ທ່າມກາງ​ຄວາມທຸກທໍລະມານ​ຢ່າງ​ໜັກໜ່ວງ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ມອບ​ໃຫ້.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ກໍ​ເໝືອນ​ກັບ​ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຢູດາຍ ເຊິ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ຄື: ພວກເຈົ້າ​ໄດ້​ຮັບ​ຄວາມທຸກລຳບາກ​ຈາກ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຕົນເອງ ເໝືອນ​ທີ່​ຄຣິສຕະຈັກ​ເຫລົ່ານັ້ນ​ໄດ້​ຮັບ​ຄວາມທຸກລໍາບາກ​ຈາກ​ພວກ​ຢິວ,


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?


ເຮົາ​ຮູ້ຈັກ​ຄວາມທຸກຍາກ ແລະ ຄວາມຍາກຈົນ​ຂອງ​ເຈົ້າ, ແຕ່​ເຈົ້າ​ກໍ​ຮັ່ງມີ! ເຮົາ​ຮູ້ຈັກ​ການ​ໃສ່ຮ້າຍປ້າຍສີ​ຂອງ​ບັນດາ​ຜູ້​ທີ່​ເວົ້າ​ວ່າ​ຕົນ​ເອງ​ເປັນ​ຄົນຢິວ ແລະ ບໍ່​ໄດ້​ເປັນ, ແຕ່​ເປັນ​ທຳມະສາລາ​ຂອງ​ຊາຕານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka