Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 8:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ແລະ ພວກເຮົາ​ໄດ້​ສົ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໄປ​ກັບ​ຕີໂຕ​ດ້ວຍ ຜູ້​ທີ່​ໄດ້ຮັບ​ການຍົກຍ້ອງ​ຈາກ​ຄຣິສຕະຈັກ​ທັງຫລາຍ​ໃນ​ດ້ານ​ການປະກາດ​ຂ່າວປະເສີດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ພວກເຮົາ​ໄດ້​ໃຊ້​ພີ່ນ້ອງ​ຄົນ​ນັ້ນ ຜູ້​ທີ່​ຄຣິສຕະຈັກ​ທັງໝົດ​ໃຫ້​ຄວາມ​ໄວ້ວາງໃຈ ໃຫ້​ໄປ​ກັບ​ຕີໂຕ​ໃນ​ພາລະກິດ​ແຫ່ງ​ການ​ປະກາດ​ຂ່າວປະເສີດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 8:18
8 Jak'a apnaqawi uñst'ayäwi  

ພວກເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ເຮົາ. ບໍ່​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ຄຣິສຕະຈັກ​ທັງຫລາຍ​ຂອງ​ຄົນຕ່າງຊາດ​ກໍ​ສຳນຶກ​ໃນ​ບຸນຄຸນ​ຂອງ​ພວກເພິ່ນ​ດ້ວຍ.


ແລ້ວ​ເມື່ອ​ເຮົາ​ມາເຖິງ ເຮົາ​ກໍ​ຈະ​ມອບ​ຈົດໝາຍ​ແນະນຳ​ຕົວ​ໃຫ້​ແກ່​ບັນດາ​ຜູ້ຊາຍ​ທີ່​ພວກເຈົ້າ​ເຫັນ​ສົມຄວນ ແລະ ສົ່ງ​ພວກເຂົາ​ໄປ​ຍັງ​ເຢຣູຊາເລັມ​ພ້ອມ​ກັບ​ເງິນຖວາຍ​ຂອງ​ພວກເຈົ້າ.


ດ້ວຍ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ ລູກ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ສັດຊື່​ໃນ​ອົງພຣະຜູ້ເປັນເຈົ້າ ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ວິຖີທາງ​ການດຳເນີນຊີວິດ​ຂອງເຮົາ​ໃນ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ເຫັນພ້ອມ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ສັ່ງສອນ​ທຸກ​ບ່ອນ​ໃນ​ທຸກ​ຄຣິສຕະຈັກ.


ເຖິງຢ່າງໃດກໍຕາມ ຂໍ​ໃຫ້​ທຸກຄົນ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຜູ້ທີ່ເຊື່ອ ຕາມ​ຖານະ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໃຫ້​ພວກເຂົາ ຕາມ​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ພວກເຂົາ. ນີ້​ຄື​ກົດລະບຽບ​ທີ່​ເຮົາ​ວາງ​ໄວ້​ໃນ​ທຸກໆ​ຄຣິສຕະຈັກ.


ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ຕີໂຕ​ມາ​ຫາ​ພວກເຈົ້າ ແລະ ເຮົາ​ກໍ​ໄດ້​ສົ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ມາ​ກັບ​ເພິ່ນ​ດ້ວຍ. ຕີໂຕ​ບໍ່​ໄດ້​ເອົາປຽບ​ພວກເຈົ້າ​ແມ່ນ​ບໍ? ພວກເຮົາ​ບໍ່​ໄດ້​ເດີນ​ຕາມ​ບາດກ້າວ​ດຽວກັນ​ໂດຍ​ພຣະວິນຍານ​ອົງ​ດຽວກັນ​ບໍ?


ບັດນີ້​ເມື່ອ​ເຮົາ​ໄປ​ເມືອງ​ໂທອາດ​ເພື່ອ​ປະກາດ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ນັ້ນ ແລະ ພົບ​ວ່າ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ແກ່​ເຮົາ​ແລ້ວ,


ຍິ່ງ​ໄປ​ກວ່າ​ນັ້ນ, ຄຣິສຕະຈັກ​ຕ່າງໆ​ໄດ້​ເລືອກ​ພີ່ນ້ອງ​ຄົນ​ນີ້​ໃຫ້​ຮ່ວມ​ເດີນທາງ​ກັບ​ພວກເຮົາ​ຂະນະ​ທີ່​ນຳ​ເງິນຖວາຍ​ໄປ, ເຊິ່ງ​ພວກເຮົາ​ໄດ້​ຮັບຜິດຊອບ​ເບິ່ງແຍງ​ເງິນ​ຖວາຍ​ນີ້​ເພື່ອ​ຖວາຍ​ກຽດ​ແກ່​ອົງພຣະຜູ້ເປັນເຈົ້າ ແລະ ເພື່ອ​ສະແດງ​ວ່າ​ພວກເຮົາ​ເອງ​ກໍ​ມີ​ໃຈ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka