Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 8:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ແລະ ບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ບັນດາ​ຄຣິສຕະຈັກ​ໃນ​ແຂວງ​ມາເກໂດເນຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ຮູ້​ເຖິງ ພຣະຄຸນ​ຂອງ​ພຣະເຈົ້າ ທີ່​ຊົງ​ໂຜດ​ປະທານ​ແກ່​ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ມາເກໂດເນຍ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 8:1
15 Jak'a apnaqawi uñst'ayäwi  

“ຄົນ​ທີ່​ໄດ້​ຮັບ​ສອງ​ຖົງ​ກໍ​ເຂົ້າມາ​ເໝືອນກັນ ແລະ ກ່າວ​ວ່າ, ‘ນາຍ​ເອີຍ, ທ່ານ​ໄດ້​ມອບ​ຄຳ​ສອງ​ຖົງ​ໃຫ້​ຂ້ານ້ອຍ. ເບິ່ງແມ, ຂ້ານ້ອຍ​ໄດ້​ກຳໄລ​ສອງ​ຖົງ​ຕື່ມ​ອີກ’.


ເມື່ອ​ບາຣະນາບາ​ໄດ້​ມາ​ຮອດ ແລະ ໄດ້​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ເພິ່ນ​ກໍ​ດີໃຈ ແລະ ໜູນໃຈ​ພວກເຂົາ​ທຸກຄົນ​ໃຫ້​ສືບຕໍ່​ສັດຊື່​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ພວກເຂົາ.


ໃນ​ເວລາ​ກາງຄືນ ໂປໂລ​ໄດ້​ຮັບ​ນິມິດ ເຫັນ​ຊາຍ​ຊາວ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຮ້ອງຂໍ​ເພິ່ນ​ວ່າ, “ຂໍ​ມາ​ຊ່ວຍ​ພວກຂ້ານ້ອຍ​ທີ່​ແຂວງ​ມາເກໂດເນຍ​ດ້ວຍ”.


“ຫລັງ​ຈາກ​ຫາຍ​ໄປ​ຫລາຍ​ປີ, ຂ້າພະເຈົ້າ​ໄດ້​ມາ​ທີ່​ເຢຣູຊາເລັມ​ເພື່ອ​ນຳ​ເງິນ​ມາ​ໃຫ້​ພີ່ນ້ອງ​ທີ່​ທຸກຍາກ ແລະ ຖວາຍ​ເຄື່ອງບູຊາ.


ເພາະ​ພີ່ນ້ອງ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ຍິນດີ​ທີ່​ຈະ​ບໍລິຈາກ​ໃຫ້​ແກ່​ຜູ້​ທີ່​ຍາກຈົນ​ໃນ​ທ່າມກາງ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ ພຣະຄຸນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ​ນັ້ນ​ກໍ​ບໍ່​ໄດ້​ໄຮ້ປະໂຫຍດ. ບໍ່​ດອກ, ເຮົາ​ໄດ້​ເຮັດວຽກ​ໜັກ​ກວ່າ​ພວກເຂົາ​ທຸກຄົນ, ແຕ່​ບໍ່ແມ່ນ​ເຮົາ​ເອງ​ທີ່​ເຮັດ, ຫາກ​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ.


ແລະ ເມື່ອ​ເຮົາ​ຢູ່​ກັບ​ພວກເຈົ້າ ແລະ ເມື່ອ​ເຮົາ​ຂາດເຂີນ​ບາງສິ່ງ, ເຮົາ​ກໍ​ບໍ່​ໄດ້​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ, ເພາະ​ພີ່ນ້ອງ​ຜູ້​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ​ໄດ້​ສະໜັບສະໜູນ​ສິ່ງ​ຈຳເປັນ​ໃຫ້​ແກ່​ເຮົາ. ເຮົາ​ໄດ້​ລະວັງ​ເຮົາເອງ​ບໍ່​ໃຫ້​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ແລະ ຈະ​ເຮັດ​ຢ່າງນັ້ນ​ຕໍ່ໄປ.


ການຮັບໃຊ້​ທີ່​ພວກເຈົ້າ​ກະທຳ​ຢູ່​ນີ້​ບໍ່​ພຽງ​ແຕ່​ຊ່ວຍເຫລືອ​ຄວາມຕ້ອງ​ຂອງ​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ເທົ່ານັ້ນ ແຕ່​ຍັງ​ເປັນເຫດ​ໃຫ້​ມີ​ການຂອບພຣະຄຸນ​ພຣະເຈົ້າ​ຢ່າງ​ລົ້ນເຫລືອ.


ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍເຫລືອ ແລະ ເຮົາ​ໄດ້​ອວດອ້າງ​ເລື່ອງ​ນີ້​ຕໍ່​ຊາວ​ມາເກໂດເນຍ​ແລ້ວ ໂດຍ​ບອກ​ພວກເຂົາ​ວ່າ​ຕັ້ງແຕ່​ປີ​ຜ່ານມາ​ທີ່​ພວກເຈົ້າ​ຢູ່​ໃນ​ແຂວງ​ອະຂາຢາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຖວາຍ ແລະ ຄວາມກະຕືລືລົ້ນ​ຂອງ​ພວກເຈົ້າ​ທັງຫລາຍ​ໄດ້​ກະຕຸ້ນ​ພວກເຂົາ​ສ່ວນຫລາຍ​ໃຫ້​ລົງ​ມື​ເຮັດ​ຕາມ.


ເພາະ​ຖ້າ​ຊາວ​ມາເກໂດເນຍ​ຄົນ​ໃດ​ທີ່​ມາ​ກັບ​ເຮົາ ແລະ ພົບ​ວ່າ​ພວກເຈົ້າ​ບໍ່​ໄດ້​ກຽມພ້ອມ​ນັ້ນ ຢ່າ​ວ່າ​ແຕ່​ພວກເຈົ້າ​ເລີຍ ເຮົາ​ເອງ​ກໍ​ຈະ​ອັບອາຍ​ທີ່​ມີ​ຄວາມໝັ້ນໃຈ​ຢ່າງ​ນັ້ນ​ແລ້ວ.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ເພື່ອ​ຈຸດປະສົງ​ນີ້​ແຫລະ ເຮົາ​ຈຶ່ງ​ຕໍ່ສູ້​ຢ່າງ​ສຸດ​ກຳລັງ​ທັງໝົດ​ທີ່​ພຣະຄຣິດເຈົ້າ​ກຳລັງ​ທຳງານ​ຢ່າງ​ເຂັ້ມແຂງ​ໃນ​ໂຕ​ເຮົາ.


ແລະ ຕາມ​ເປັນຄວາມຈິງ​ແລ້ວ ພວກເຈົ້າ​ກໍ​ຮັກ​ຄອບຄົວ​ຂອງ​ພຣະເຈົ້າ​ທັງໝົດ​ທົ່ວ​ແຂວງ​ມາເກໂດເນຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ຮັກ​ພີ່ນ້ອງ​ໃຫ້​ຫລາຍ​ຂຶ້ນ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka