Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 7:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ແຕ່​ບັດນີ້​ເຮົາ​ດີໃຈ ບໍ່​ແມ່ນ​ເພາະ​ເຮັດ​ໃຫ້​ພວກເຈົ້າ​ເສຍໃຈ ແຕ່​ເພາະ​ຄວາມທຸກໃຈ​ນັ້ນ​ໄດ້​ນໍາ​ພວກເຈົ້າ​ໄປ​ສູ່​ການ​ກັບໃຈໃໝ່. ເພາະ​ພວກເຈົ້າ​ໄດ້​ຮັບ​ຄວາມທຸກໃຈ​ຢ່າງ​ທີ່​ພຣະເຈົ້າ​ຕ້ອງການ ແລະ ດັ່ງນັ້ນ​ພວກເຮົາ​ຈຶ່ງ​ບໍ່​ທຳຮ້າຍ​ພວກເຈົ້າ​ໃນ​ເລື່ອງ​ໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ບັດນີ້ ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ ບໍ່ແມ່ນ​ເພາະ​ຄວາມ​ທຸກໃຈ​ຂອງ​ເຈົ້າ​ທັງຫລາຍ, ແຕ່​ເພາະ​ຄວາມ​ທຸກໃຈ​ນັ້ນ ເປັນ​ເຫດ​ໃຫ້​ພວກເຈົ້າ​ກັບໃຈ​ເສຍ​ໃໝ່ ເພາະວ່າ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທຸກໃຈ​ຢ່າງ​ທີ່​ຊອບພຣະໄທ​ພຣະເຈົ້າ ຈຶ່ງ​ບໍ່ໄດ້​ຮັບ​ຜົນຮ້າຍ​ຈາກ​ເຮົາ​ຈັກ​ຢ່າງ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 7:9
18 Jak'a apnaqawi uñst'ayäwi  

ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່.


ໃນ​ທຳນອງ​ດຽວກັນ​ນີ້ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ຄວາມຊື່ນຊົມຍິນດີ​ໃນ​ທ່າມກາງ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທີ່​ມີ​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່”.


ແຕ່​ທີ່​ພວກເຮົາ​ຕ້ອງ​ສະຫລອງ ແລະ ຊື່ນຊົມຍິນດີ​ນັ້ນ, ເພາະ​ນ້ອງຊາຍ​ຂອງ​ເຈົ້າ​ຄົນ​ນີ້​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ. ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’”.


ເຮົາ​ບອກ​ພວກເຈົ້າ​ວ່າ​ໃນ​ທຳນອງ​ດຽວ​ກັນ​ນີ້ ໃນ​ສະຫວັນ​ຈະ​ມີ​ຄວາມ​ຊື່ນຊົມຍິນດີ​ຫລາຍ​ທີ່​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ຫລາຍ​ກວ່າ​ໃນ​ຄົນ​ຊອບທຳ​ເກົ້າສິບເກົ້າ​ຄົນ​ທີ່​ບໍ່​ຢາກ​ຖິ້ມໃຈເກົ່າເອົາໃຈໃໝ່.


ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ເປັນ​ກິ່ນ​ແຫ່ງ​ຄວາມຕາຍ​ສຳລັບ​ຄົນ​ພວກໜຶ່ງ ແລະ ເປັນ​ກິ່ນຫອມ​ທີ່​ນຳ​ຊີວິດ​ສຳລັບ​ຄົນ​ອີກ​ພວກໜຶ່ງ. ແລະ ແມ່ນ​ຜູ້ໃດ​ນໍ​ທີ່​ສົມຄວນ​ກັບ​ງານ​ນີ້?


ເຖິງແມ່ນວ່າ ຈົດໝາຍ​ຂອງ​ເຮົາ​ເຮັດ​ໃຫ້​ພວກເຈົ້າ​ທຸກໃຈ ເຮົາ​ກໍ​ບໍ່​ເສຍໃຈ. ເຖິງ​ແມ່ນ​ວ່າ ເຮົາ​ເຄີຍ​ເສຍໃຈ​ທີ່​ເຫັນ​ວ່າ​ຈົດໝາຍ​ນັ້ນ​ເຮັດ​ໃຫ້​ພວກເຈົ້າ​ບໍ່​ສະບາຍ​ໃຈ ແຕ່​ກໍ​ເປັນພຽງ​ແຕ່​ຊົ່ວຄາວ​ເທົ່ານັ້ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka