2 ໂກຣິນໂທ 7:8 - ພຣະຄຳພີລາວສະບັບສະໄໝໃໝ່8 ເຖິງແມ່ນວ່າ ຈົດໝາຍຂອງເຮົາເຮັດໃຫ້ພວກເຈົ້າທຸກໃຈ ເຮົາກໍບໍ່ເສຍໃຈ. ເຖິງແມ່ນວ່າ ເຮົາເຄີຍເສຍໃຈທີ່ເຫັນວ່າຈົດໝາຍນັ້ນເຮັດໃຫ້ພວກເຈົ້າບໍ່ສະບາຍໃຈ ແຕ່ກໍເປັນພຽງແຕ່ຊົ່ວຄາວເທົ່ານັ້ນ Uka jalj uñjjattʼätaພຣະຄຳພີສັກສິ8 ເພາະເຖິງແມ່ນຈົດໝາຍຂອງເຮົາສະບັບນັ້ນ ໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍຕາມ ເຮົາກໍບໍ່ກິນແໜງ ເຖິງແມ່ນວ່າເຮົາໄດ້ກິນແໜງແດ່ແລ້ວກໍຕາມ ເພາະເຮົາເຫັນວ່າ ຈົດໝາຍສະບັບນັ້ນໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍພຽງແຕ່ຊົ່ວຄາວເທົ່ານັ້ນ. Uka jalj uñjjattʼäta |
ພຣະອົງກ່າວກັບລາວເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາບໍ?” ເປໂຕຮູ້ສຶກເຈັບປວດໃຈ ເພາະພຣະເຢຊູເຈົ້າໄດ້ຖາມຕົນເປັນເທື່ອທີສາມວ່າ, “ເຈົ້າຮັກເຮົາບໍ?” ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຮູ້ຈັກທຸກສິ່ງ ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ”. ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ.
ເບິ່ງແມ ຄວາມທຸກໃຈໃນທາງຂອງພຣະເຈົ້ານັ້ນ ໄດ້ສົ່ງຜົນອັນໃດໃຫ້ແກ່ພວກເຈົ້າແດ່: ເປັນຕົ້ນວ່າຄວາມເອົາຈິງເອົາຈັງ, ຄວາມກະຕືລືລົ້ນທີ່ຈະແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມທີ່ຈະພົບຄວາມຍຸຕິທຳ. ພວກເຈົ້າໄດ້ພິສູດຕົນເອງໃນທຸກຈຸດແລ້ວວ່າພວກເຈົ້າບໍ່ມີຄວາມຜິດໃນເລື່ອງນີ້.
ແລະ ບໍ່ພຽງແຕ່ໂດຍການມາຂອງຕີໂຕເທົ່ານັ້ນ ແຕ່ໂດຍການເລົ້າໂລມໃຈທີ່ພວກເຈົ້າທັງຫລາຍໄດ້ໃຫ້ກັບຕີໂຕອີກດ້ວຍ. ຕີໂຕໄດ້ບອກພວກເຮົາວ່າພວກເຈົ້າປາຖະໜາຢາກຈະພົບເຮົາ, ຄວາມຮູ້ສຶກເສຍໃຈຫລາຍຂອງພວກເຈົ້າ ແລະ ຄວາມຫ່ວງໃຍອັນແຮງກ້າຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ຄວາມຊື່ນຊົມຍິນດີຂອງເຮົາຫລາຍຂຶ້ນກວ່າເກົ່າອີກ.