Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 7:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເຮົາ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພື່ອ​ກ່າວໂທດ​ພວກເຈົ້າ; ເຮົາ​ເຄີຍ​ເວົ້າ​ໄວ້​ກ່ອນ​ແລ້ວ​ວ່າ​ພວກເຈົ້າ​ທັງຫລາຍ​ຢູ່​ໃນ​ໃຈ​ຂອງ​ພວກເຮົາ ເຖິງ​ຂະໜາດ​ວ່າ​ພວກເຮົາ​ຈະ​ຮ່ວມເປັນ​ຮ່ວມຕາຍ​ກັບ​ພວກເຈົ້າ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເຮົາ​ກ່າວ​ຢ່າງ​ນີ້ ກໍ​ບໍ່ແມ່ນ​ເພື່ອ​ຈະ​ໃສ່​ໂທດ​ພວກເຈົ້າ ເພາະ​ເຮົາ​ໄດ້​ບອກ​ແລ້ວ​ວ່າ, ເຈົ້າ​ທັງຫລາຍ​ຢູ່​ໃນ​ໃຈ​ຂອງເຮົາ ຄື​ຈະ​ຕາຍ ຫລື​ຈະ​ເປັນ​ກໍ​ຢູ່​ດ້ວຍ​ກັນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 7:3
12 Jak'a apnaqawi uñst'ayäwi  

ເພາະ​ເຫດໃດ? ເພາະ​ເຮົາ​ບໍ່​ຮັກ​ພວກເຈົ້າ​ບໍ? ພຣະເຈົ້າ​ຮູ້​ວ່າ​ເຮົາ​ຮັກ​ພວກເຈົ້າ!


ດັ່ງນັ້ນ ເຮົາ​ກໍ​ຍິນດີ​ຫລາຍ​ທີ່​ຈະ​ໃຊ້​ທຸກສິ່ງ​ທີ່​ເຮົາ​ມີ ແລະ ທຸ້ມເທ​ເຮົາ​ເອງ​ເພື່ອ​ພວກເຈົ້າ​ດ້ວຍ. ຖ້າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ ພວກເຈົ້າ​ຈະ​ຮັກ​ເຮົາ​ໜ້ອຍ​ລົງ​ບໍ?


ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.


ພວກເຈົ້າເອງ​ເປັນ​ຈົດໝາຍ​ຂອງ​ພວກເຮົາ, ທີ່​ໄດ້​ຂຽນ​ໄວ້​ໃສ່​ຫົວໃຈ​ຂອງ​ພວກເຮົາ, ເພື່ອ​ໃຫ້​ທຸກຄົນ​ໄດ້​ຮູ້ ແລະ ໄດ້​ອ່ານ.


ດັ່ງນັ້ນ ເຖິງແມ່ນ​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ກໍ​ບໍ່​ແມ່ນ​ເພາະ​ເຫັນແກ່​ຄົນ​ທີ່​ເຮັດ​ຜິດ ຫລື ຝ່າຍ​ທີ່​ເສຍຫາຍ​ນັ້ນ, ແຕ່​ເພື່ອ​ວ່າ​ຕໍ່ໜ້າ​ພຣະເຈົ້າ​ພວກເຈົ້າ​ຈະ​ໄດ້​ເຫັນ​ເອງ​ວ່າ​ພວກເຈົ້າ​ໄດ້​ທຸ້ມເທ​ໃຫ້​ກັບ​ພວກເຮົາ​ຫລາຍ​ເທົ່າໃດ.


ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ຫ່ວງໃຍ​ພວກເຈົ້າ. ເພາະ​ພວກເຮົາ​ຮັກ​ພວກເຈົ້າ​ຫລາຍ, ພວກເຮົາ​ຍິນດີ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແມ່ນແຕ່​ຊີວິດ​ຂອງ​ພວກເຮົາ​ກໍ​ສະຫລະ​ໃຫ້​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka