2 ໂກຣິນໂທ 7:11 - ພຣະຄຳພີລາວສະບັບສະໄໝໃໝ່11 ເບິ່ງແມ ຄວາມທຸກໃຈໃນທາງຂອງພຣະເຈົ້ານັ້ນ ໄດ້ສົ່ງຜົນອັນໃດໃຫ້ແກ່ພວກເຈົ້າແດ່: ເປັນຕົ້ນວ່າຄວາມເອົາຈິງເອົາຈັງ, ຄວາມກະຕືລືລົ້ນທີ່ຈະແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມທີ່ຈະພົບຄວາມຍຸຕິທຳ. ພວກເຈົ້າໄດ້ພິສູດຕົນເອງໃນທຸກຈຸດແລ້ວວ່າພວກເຈົ້າບໍ່ມີຄວາມຜິດໃນເລື່ອງນີ້. Uka jalj uñjjattʼätaພຣະຄຳພີສັກສິ11 ຈົ່ງພິຈາລະນາເບິ່ງວ່າ ການທີ່ເຈົ້າທັງຫລາຍໄດ້ທຸກໃຈ ຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ໄດ້ເຮັດໃຫ້ພວກເຈົ້າເກີດມີຄວາມຂະຫຍັນຂັນແຂງຫລາຍເທົ່າໃດ ເອົາໃຈໃສ່ທີ່ຈະແກ້ຕົວຫລາຍເທົ່າໃດ ຄວາມເຄືອງໃຈ ຄວາມຕື່ນຕົວ ຄວາມອາໄລ ຄວາມຮ້ອນຮົນ ແລະການລົງໂທດຕອບແທນຫລາຍເທົ່າໃດ ໃນທຸກສິ່ງເຫຼົ່ານີ້ ເຈົ້າທັງຫລາຍໄດ້ສະແດງຕົວວ່າ ເປັນຄົນບໍ່ມີຜິດໃນການນັ້ນແລ້ວ. Uka jalj uñjjattʼäta |
ແລະ ບໍ່ພຽງແຕ່ໂດຍການມາຂອງຕີໂຕເທົ່ານັ້ນ ແຕ່ໂດຍການເລົ້າໂລມໃຈທີ່ພວກເຈົ້າທັງຫລາຍໄດ້ໃຫ້ກັບຕີໂຕອີກດ້ວຍ. ຕີໂຕໄດ້ບອກພວກເຮົາວ່າພວກເຈົ້າປາຖະໜາຢາກຈະພົບເຮົາ, ຄວາມຮູ້ສຶກເສຍໃຈຫລາຍຂອງພວກເຈົ້າ ແລະ ຄວາມຫ່ວງໃຍອັນແຮງກ້າຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ຄວາມຊື່ນຊົມຍິນດີຂອງເຮົາຫລາຍຂຶ້ນກວ່າເກົ່າອີກ.