ມີນັກປັດຊະຍາຂອງພວກເອປີກູຣຽວ ແລະ ພວກຊະໂຕອິກກຸ່ມໜຶ່ງມາໂຕ້ຕອບກັບໂປໂລດ້ວຍ. ບາງຄົນໃນພວກເຂົາຖາມວ່າ, “ນັກເວົ້າຄົນນີ້ພະຍາຍາມຈະເວົ້າຫຍັງ?” ຄົນອື່ນໆເວົ້າວ່າ, “ເບິ່ງຄືລາວຈະນຳພະຕ່າງດ້າວມາເຜີຍແຜ່”. ທີ່ພວກເຂົາເວົ້າຢ່າງນີ້ກໍເພາະໂປໂລປະກາດຂ່າວປະເສີດເລື່ອງພຣະເຢຊູເຈົ້າ ແລະ ການເປັນຄືນມາຈາກຕາຍ.