Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 6:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຜ່ານ​ທາງ​ກຽດ ແລະ ຄວາມເສື່ອມເສຍ, ໃນ​ຍາມ​ທີ່​ຄົນ​ວ່າ​ດີ ແລະ ໃນ​ຍາມ​ທີ່​ຄົນ​ວ່າ​ຊົ່ວ; ເປັນ​ຄົນ​ຈິງ​ໃຈ ແຕ່​ຖືກ​ຫາ​ວ່າ​ເປັນ​ຄົນ​ຫລອກລວງ;

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ທັງ​ເວລາ​ທີ່​ໄດ້​ຮັບ​ກຽດ ແລະ​ທັງ​ເວລາ​ຖືກ​ລົດ​ກຽດ, ທັງ​ເວລາ​ຖືກ​ໝິ່ນປະໝາດ ແລະ​ເວລາ​ຮັບ​ຄຳ​ຊົມເຊີຍ. ພວກເຮົາ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ຫລອກລວງ, ແຕ່​ຍັງ​ເປັນ​ຄົນ​ສັດຊື່​ຢູ່;

Uka jalj uñjjattʼäta Copia luraña




2 ໂກຣິນໂທ 6:8
32 Jak'a apnaqawi uñst'ayäwi  

ໃຫ້​ລູກສິດ​ສະເໝີ​ກັບ​ຄູ ແລະ ຜູ້ຮັບໃຊ້​ສະເໝີ​ກັບ​ນາຍ​ຂອງ​ຕົນ​ກໍ​ພໍ​ແລ້ວ. ຖ້າ​ຫົວໜ້າ​ຄອບຄົວ​ຖືກ​ເອີ້ນ​ວ່າ​ເບເອນເຊບູນ ສະມາຊິກ​ໃນ​ຄອບຄົວ​ຂອງ​ເຂົາ​ກໍ​ຈະ​ຖືກ​ເອີ້ນ​ຍິ່ງ​ກວ່າ​ນັ້ນ​ຫລາຍ​ເທົ່າໃດ​ນໍ!


ພວກເຂົາ​ຈຶ່ງ​ໃຊ້​ພວກ​ລູກສິດ​ຂອງ​ພວກເຂົາ​ພ້ອມກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ບາງຄົນ​ໄປ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ຈິງ. ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.


ພວກເຂົາ​ເວົ້າ​ວ່າ, “ນາຍ​ເອີຍ, ພວກຂ້າພະເຈົ້າ​ຈື່​ໄດ້​ວ່າ​ຂະນະ​ທີ່​ຄົນຫລອກລວງ​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ໄດ້​ເວົ້າ​ວ່າ, ‘ຫລັງ​ຈາກ​ສາມ​ວັນ​ເຮົາ​ຈະ​ເປັນຄືນມາ​ອີກ’.


ພວກເຂົາ​ໄດ້​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ, ແຕ່​ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມຈິງ. ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເສຍພາສີ​ໃຫ້​ແກ່​ກາຍຊາ​ບໍ?


ຢູ່​ທ່າມກາງ​ປະຊາຊົນ​ນັ້ນ​ຕ່າງ​ກໍ​ມີ​ສຽງກະຊິບ​ກ່ຽວກັບ​ພຣະອົງ​ກະຈາຍ​ໄປ. ບາງຄົນ​ກໍ​ເວົ້າ​ວ່າ, “ລາວ​ເປັນ​ຄົນ​ດີ”. ສ່ວນ​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ບໍ່​ແມ່ນ, ລາວ​ຫລອກລວງ​ປະຊາຊົນ”.


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.


ພວກເຂົາ​ມາ​ເອົາ​ໃຈ​ພວກເພິ່ນ ແລະ ພາ​ພວກເພິ່ນ​ອອກ​ຈາກ​ຄຸກ​ແລ້ວ​ຂໍຮ້ອງ​ໃຫ້​ພວກເພິ່ນ​ອອກ​ໄປ​ຈາກ​ເມືອງ​ນັ້ນ.


“ມີ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ມາ​ຫາ​ຂ້າພະເຈົ້າ, ເພິ່ນ​ເປັນ​ຄົນ​ເຄັ່ງຄັດ​ໃນ​ກົດບັນຍັດ ແລະ ເປັນ​ທີ່​ນັບຖື​ຂອງ​ຊາວຢິວ​ທັງຫລາຍ​ທີ່​ນັ້ນ​ຫລາຍ.


“ພວກຂ້າພະເຈົ້າ​ພົບ​ວ່າ​ຊາຍ​ຜູ້ນີ້​ເປັນ​ຄົນ​ສ້າງ​ບັນຫາ, ປຸກລະດົມ​ການ​ຈາລາຈົນ​ໃນ​ທ່າມກາງ​ຊາວຢິວ​ທັງໝົດ​ທົ່ວ​ໂລກ. ລາວ​ເປັນ​ແກນນຳ​ຄົນ​ໜຶ່ງ​ຂອງ​ລັດທິ​ນາຊາເຣັດ


ແຕ່​ພວກເຮົາ​ຢາກ​ຟັງ​ຄວາມຄິດ​ຂອງ​ທ່ານ, ເພາະ​ພວກເຮົາ​ຮູ້​ຢູ່​ວ່າ​ຄົນ​ທັງຫລາຍ​ທີ່​ຢູ່​ທົ່ວ​ທຸກບ່ອນ​ຕ່າງ​ກໍ​ເວົ້າ​ຕິຕຽນ​ນິກາຍ​ນີ້”.


ຫລັງ​ຈາກ​ໄດ້​ຂົ່ມຂູ່​ແລ້ວ​ພວກເຂົາ​ກໍ​ປ່ອຍ​ພວກເພິ່ນ​ໄປ. ພວກເຂົາ​ຕັດສິນໃຈ​ບໍ່​ໄດ້​ວ່າ​ຈະ​ລົງໂທດ​ພວກເພິ່ນ​ຢ່າງໃດ, ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ,


ສ່ວນ​ຄົນ​ອື່ນໆ​ບໍ່​ມີ​ຜູ້ໃດ​ກ້າ​ມາ​ຮ່ວມ​ກັບ​ພວກເພິ່ນ, ເຖິງ​ແມ່ນ​ວ່າ​ພວກເພິ່ນ​ເປັນ​ທີ່​ເຄົາລົບ​ນັບຖື​ຢ່າງ​ສູງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ​ກໍ​ຕາມ.


ພີ່ນ້ອງ​ທັງຫລາຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ ເຊິ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາ​ຈະ​ມອບ​ໜ້າທີ່​ນີ້​ໃຫ້​ພວກເຂົາ


ເປັນຫຍັງ​ບໍ່​ກ່າວ​ວ່າ, “ໃຫ້​ພວກເຮົາ​ເຮັດ​ຊົ່ວ​ເພື່ອ​ຄວາມດີ​ຈະ​ໄດ້​ເກີດຂຶ້ນ”? ຕາມ​ທີ່​ມີ​ບາງຄົນ​ໃສ່ຮ້າຍ​ວ່າ​ເຮົາ​ເວົ້າ​ຢ່າງ​ນັ້ນ. ການ​ລົງໂທດ​ຄົນ​ຢ່າງນັ້ນ​ກໍ​ຍຸຕິທຳ​ແລ້ວ.


ແຕ່​ພຣະເຈົ້າ​ສັດຊື່​ແນ່ນອນ​ຢ່າງໃດ ຂໍ້ຄວາມ​ຂອງ​ພວກເຮົາ​ທີ່​ໃຫ້​ແກ່​ພວກເຈົ້າ​ກໍ​ບໍ່ແມ່ນ “ມາ” ແລະ “ບໍ່​ມາ”.


ເຮົາ​ລະອາຍ​ທີ່​ຕ້ອງ​ຍອມຮັບ​ວ່າ​ເຮົາ​ອ່ອນແອ​ເກີນໄປ​ທີ່​ຈະ​ເຮັດ​ຢ່າງນັ້ນ! ຜູ້ໃດ​ກ້າ​ອວດ​ເລື່ອງ​ໃດ ເຮົາ​ຂໍ​ເວົ້າ​ຢ່າງ​ຄົນໂງ່​ວ່າ ເຮົາ​ກໍ​ກ້າ​ອວດ​ເລື່ອງ​ນັ້ນ​ເໝືອນກັນ.


ເໝືອນ​ດັ່ງ​ທີ່​ເປັນ​ມາ ເຮົາ​ບໍ່​ເຄີຍ​ເປັນ​ພາລະ​ໃຫ້​ແກ່​ພວກເຈົ້າ. ແຕ່​ຄົນ​ເລ່ລ່ຽມ​ຢ່າງ​ທີ່​ເຮົາ​ເປັນ​ຢູ່ ເຮົາ​ໄດ້​ດັກຈັບ​ພວກເຈົ້າ​ໂດຍ​ກົນອຸບາຍ!


ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.


ເພາະ​ຄຳຮ້ອງຂໍ​ຂອງ​ພວກເຮົາ​ບໍ່​ໄດ້​ມາ​ຈາກ​ຄວາມຜິດພາດ ຫລື ແຮງຈູງໃຈ​ທີ່​ເປື້ອນເປິ ແລະ ພວກເຮົາ​ກໍ​ບໍ່​ໄດ້​ພະຍາຍາມ​ຫລອກລວງ​ພວກເຈົ້າ​ດ້ວຍ.


ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.


ດ້ວຍເຫດນີ້​ທີ່​ພວກເຮົາ​ເຮັດ​ວຽກງານ​ໜັກ ແລະ ອົດທົນສູ້​ກໍ​ເພາະ​ພວກເຮົາ​ໄດ້​ມອບ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ມະນຸດ​ທຸກຄົນ ແລະ ໂດຍສະເພາະ​ບັນດາ​ຜູ້ທີ່ເຊື່ອ.


ດັ່ງນັ້ນ ໃຫ້​ພວກເຮົາ​ທັງຫລາຍ​ອອກ​ໄປ​ຫາ​ພຣະອົງ​ທີ່​ນອກ​ຄ້າຍ, ແບກ​ຮັບ​ຄວາມອັບອາຍ​ທີ່​ພຣະອົງ​ໄດ້​ແບກ​ໄວ້​ນັ້ນ.


ຖ້າ​ພວກເຈົ້າ​ຖືກ​ດູຖູກ​ຍ້ອນ​ນາມ​ຂອງ​ພຣະຄຣິດເຈົ້າ​ພວກເຈົ້າ​ກໍ​ໄດ້​ຮັບ​ພອນ ເພາະ​ພຣະວິນຍານບໍລິສຸດເຈົ້າ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ນັ້ນ​ຢູ່​ກັບ​ພວກເຈົ້າ.


ທຸກ​ຄົນ​ລ້ວນແຕ່​ກ່າວ​ຊົມເຊີຍ​ເດເມທີໂອ ແລະ ແມ່ນແຕ່​ຄວາມຈິງ​ເອງ​ກໍ​ບອກ​ຢ່າງ​ນັ້ນ. ພວກເຮົາ​ເອງ​ກໍ​ກ່າວ​ຊົມເຊີຍ​ເພິ່ນ​ເໝືອນກັນ ແລະ ພວກເຈົ້າ​ກໍ​ຮູ້​ວ່າ​ຄຳພະຍານ​ຂອງ​ພວກເຮົາ​ນັ້ນ​ກໍ​ເປັນ​ຄວາມ​ຈິງ.


ເຮົາ​ຈະ​ເຮັດໃຫ້​ບັນດາ​ຜູ້​ເປັນ​ທຳມະສາລາ​ຂອງ​ຊາຕານ, ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຄົນຢິວ​ທັງ​ທີ່​ພວກເຂົາ​ບໍ່​ໄດ້​ເປັນ, ແຕ່​ເປັນ​ຄົນຂີ້ຕົວະ, ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ມາ ແລະ ຂາບ​ລົງ​ທີ່​ຕີນ​ຂອງ​ເຈົ້າ ແລະ ຮັບຮູ້​ວ່າ​ເຮົາ​ຮັກ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka