Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 6:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ໃນ​ການ​ຖືກ​ຂ້ຽນຕີ, ໃນ​ການ​ຖືກ​ຂັງ​ຄຸກ ແລະ ໃນ​ການ​ກໍ່​ຄວາມບໍ່ສະຫງົບ; ໃນ​ການ​ເຮັດວຽກ​ອັນ​ໜັກໜ່ວງ, ໃນ​ການ​ອົດ​ນອນ​ໃນ​ຍາມກາງຄືນ ແລະ ໃນ​ຄວາມອຶດຫິວ;

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ໃນ​ການ​ຖືກ​ຂ້ຽນຕີ ຖືກ​ຄຸມຂັງ ໃນ​ການ​ວຸ້ນວາຍ ເຮັດ​ວຽກ​ອັນ​ໜັກໜ່ວງ​ໃນ​ການ​ອົດຫລັບ​ອົດນອນ ແລະ​ໃນ​ການ​ອຶດຫິວ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 6:5
48 Jak'a apnaqawi uñst'ayäwi  

ແລະ ໂຢຮັນ​ຈຶ່ງ​ຖືກ​ຕັດຫົວ​ໃນ​ຄຸກ.


ເວລາ​ນີ້​ເຮໂຣດ​ໄດ້​ຈັບ ແລະ ມັດ​ໂຢຮັນ​ແລ້ວ​ຂັງ​ເພິ່ນ​ໄວ້​ໃນ​ຄຸກ ດ້ວຍ​ສາເຫດ​ທີ່​ນາງ​ເຮໂຣເດຍ​ເມຍ​ຂອງ​ຟີລິບ​ນ້ອງຊາຍ​ຂອງ​ຕົນ,


ພຣະເຢຊູເຈົ້າ​ຕອບ​ວ່າ, “ຈະ​ໃຫ້​ແຂກ​ຂອງ​ເຈົ້າບ່າວ​ໂສກເສົ້າ​ໃນ​ຂະນະ​ທີ່​ເຈົ້າບ່າວ​ຢູ່​ນຳ​ໄດ້​ຢ່າງໃດ? ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຖືກ​ນຳ​ໂຕ​ໄປ​ຈາກ​ພວກເຂົາ ແລ້ວ​ພວກເຂົາ​ຈະ​ຖືສິນອົດອາຫານ.


ດັ່ງນັ້ນ ຫລັງຈາກ​ທີ່​ພວກເຂົາ​ໄດ້​ຖືສິນ​ອົດອາຫານ ແລະ ອະທິຖານ​ແລ້ວ, ພວກເຂົາ​ກໍ​ໄດ້​ວາງ​ມື​ໃສ່​ພວກເພິ່ນ​ທັງ​ສອງ​ແລ້ວ​ສົ່ງ​ພວກເພິ່ນ​ອອກໄປ.


ແລ້ວ​ມີ​ພວກ​ຢິວ​ບາງຄົນ​ມາ​ຈາກ​ເມືອງ​ອັນຕີໂອເຂຍ ແລະ ເມືອງ​ອີໂກນີອົມ ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ມາ​ເຂົ້າ​ຂ້າງ​ພວກເຂົາ​ໄດ້​ສຳເລັດ. ພວກເຂົາ​ໄດ້​ເອົາ​ຫີນ​ແກວ່ງ​ໃສ່​ໂປໂລ ແລະ ລາກ​ເພິ່ນ​ອອກ​ໄປ​ນອກ​ເມືອງ​ເພາະ​ຄິດ​ວ່າ​ເພິ່ນ​ຕາຍ​ແລ້ວ.


ໂປໂລ​ກັບ​ບາຣະນາບາ​ໄດ້​ແຕ່ງຕັ້ງ​ພວກຜູ້ປົກຄອງ​ໃນ​ແຕ່​ລະ​ຄຣິສຕະຈັກ ແລະ ພາກັນ​ຖືສິນ​ອົດອາຫານ​ອະທິຖານ​ເພື່ອ​ມອບ​ພວກເຂົາ​ໄວ້​ກັບ​ອົງພຣະຜູ້ເປັນເຈົ້າ​ຜູ້​ທີ່​ພວກເຂົາ​ວາງໃຈ.


ແຕ່​ພວກ​ຢິວ​ເກີດ​ອິດສາ​ຈຶ່ງ​ລະດົມ​ນັກເລງ​ຕາມ​ຕະຫລາດ​ມາ​ຕັ້ງ​ກຸ່ມ​ກັນ ກໍ່​ຄວາມວຸ້ນວາຍ​ຂຶ້ນ​ໃນ​ເມືອງ. ພວກເຂົາ​ບຸກລຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຢາຊົນ ເພື່ອ​ຄົ້ນຫາ​ໂປໂລ​ກັບ​ຊີລາ ເພື່ອ​ຈະ​ນຳ​ພວກເພິ່ນ​ອອກ​ມາ​ໃຫ້​ປະຊາຊົນ.


ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຈື່ຈຳ​ໄວ້​ວ່າ​ທັງ​ກາງຄືນ ແລະ ກາງເວັນ​ຕະຫລອດ​ສາມ​ປີ ຂ້າພະເຈົ້າ​ບໍ່​ເຄີຍ​ຢຸດ​ໃນ​ການ​ເຕືອນ​ພວກທ່ານ​ທຸກຄົນ​ດ້ວຍ​ນ້ຳຕາ.


ການ​ໂຕ້ຖຽງ​ຮຸນແຮງ​ຂຶ້ນ​ຈົນ​ນາຍພັນ​ຢ້ານ​ວ່າ​ໂປໂລ​ຈະ​ຖືກ​ພວກເຂົາ​ຈີກ​ເປັນ​ຕ່ອນໆ. ເພິ່ນ​ຈຶ່ງ​ໄດ້​ສັ່ງ​ທະຫານ​ໃຫ້​ລົງ​ໄປ​ເອົາ​ໂປໂລ​ອອກມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ນຳ​ເພິ່ນ​ເຂົ້າ​ໄປ​ທີ່​ຄ້າຍ​ທະຫານ.


ເພິ່ນ​ຈຶ່ງ​ເວົ້າວ່າ, “ເຮົາ​ຈະ​ຟັງ​ກໍລະນີ​ຂອງ​ເຈົ້າ​ເມື່ອ​ຜູ້ກ່າວຫາ​ມາ​ຊ້ອງໜ້າ​ກັນ​ທີ່​ນີ້”. ຈາກນັ້ນ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມໂຕ​ໂປໂລ​ໄວ້​ທີ່​ວັງ​ຂອງ​ເຮໂຣດ.


ເມື່ອ​ສອງ​ປີ​ຜ່ານ​ໄປ, ໂປກີໂອເຟຊະໂຕ​ມາ​ຮັບ​ຕຳແໜ່ງ​ແທນ​ເຟລິກ, ແຕ່​ເຟລິກ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ປະ​ໂປໂລ​ໄວ້​ໃນ​ຄຸກ.


ແລະ ນັ້ນ​ແຫລະ​ຄື​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃນ​ເຢຣູຊາເລັມ. ຂ້ານ້ອຍ​ໄດ້​ຈັບ​ຄົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ໂດຍ​ອາໄສ​ສິດອຳນາດ​ຂອງ​ບັນດາ​ຫົວໜ້າ​ປະໂລຫິດ ແລະ ເມື່ອ​ພວກເຂົາ​ຖືກ​ຂ້າ, ຂ້ານ້ອຍ​ກໍ​ເຫັນພ້ອມ​ດ້ວຍ.


ໂປໂລ​ຕອບ​ວ່າ, “ບໍ່ວ່າ​ໃນ​ເວລາ​ສັ້ນ ຫລື ຍາວ ຂ້ານ້ອຍ​ກໍ​ອະທິຖານ​ຕໍ່​ພຣະເຈົ້າ​ວ່າ ບໍ່ແມ່ນ​ເພື່ອ​ທ່ານ​ເທົ່ານັ້ນ​ແຕ່​ຂໍ​ໃຫ້​ຄົນ​ທັງຫລາຍ​ທີ່​ຟັງ​ຂ້ານ້ອຍ​ກ່າວ​ຢູ່​ໃນ​ວັນນີ້​ເປັນ​ເໝືອນ​ຂ້ານ້ອຍ, ເວັ້ນໄວ້​ແຕ່​ການ​ຖືກ​ລ່າມ​ໂສ້​ຢ່າງນີ້”.


ຕະຫລອດ​ເວລາ​ສອງ​ປີ​ເຕັມ​ທີ່​ໂປໂລ​ໄດ້​ພັກ​ອາໄສ​ຢູ່​ໃນ​ເຮືອນ​ທີ່​ເພິ່ນ​ເຊົ່າ​ໄວ້ ແລະ ເພິ່ນ​ໄດ້​ຕ້ອນຮັບ​ຄົນ​ທັງຫລາຍ​ທີ່​ມາ​ຫາ​ເພິ່ນ.


ພວກເຂົາ​ຈຶ່ງ​ໄດ້​ຈັບ​ເອົາ​ພວກ​ອັກຄະສາວົກ ແລະ ຂັງ​ພວກເພິ່ນ​ໄວ້​ໃນ​ຄຸກ​ສາທາລະນະ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ ພຣະຄຸນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ​ນັ້ນ​ກໍ​ບໍ່​ໄດ້​ໄຮ້ປະໂຫຍດ. ບໍ່​ດອກ, ເຮົາ​ໄດ້​ເຮັດວຽກ​ໜັກ​ກວ່າ​ພວກເຂົາ​ທຸກຄົນ, ແຕ່​ບໍ່ແມ່ນ​ເຮົາ​ເອງ​ທີ່​ເຮັດ, ຫາກ​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ.


ຈົນເຖິງ​ເວລາ​ນີ້ ພວກເຮົາ​ຫິວເຂົ້າ ແລະ ຫິວນ້ຳ, ພວກເຮົາ​ຂາດ​ເຄື່ອງນຸ່ງຫົ່ມ, ພວກເຮົາ​ຖືກ​ທາລຸນ​ຢ່າງ​ໂຫດຮ້າຍ ແລະ ພວກເຮົາ​ບໍ່​ມີ​ບ່ອນ​ພັກພາອາໄສ.


ຢ່າ​ປະຕິເສດ​ການ​ຢູ່​ຮ່ວມກັນ​ເວັ້ນແຕ່​ຕົກລົງ​ກັນ​ຊົ່ວຄາວ ເພື່ອ​ພວກເຈົ້າ​ຈະ​ໄດ້​ອຸທິດ​ຕົນ​ເອງ​ໃນ​ການອະທິຖານ. ຫລັງຈາກນັ້ນ​ຈຶ່ງ​ມາ​ຢູ່​ຮ່ວມກັນ​ອີກ ເພື່ອ​ວ່າ​ຊາຕານ​ຈະ​ບໍ່​ລໍ້ລວງ​ພວກເຈົ້າ ເພາະ​ຂາດ​ການຄວບຄຸມ​ຕົນເອງ​ຂອງ​ພວກເຈົ້າ.


ເຮົາ​ໄດ້​ທຳງານ​ໜັກ ແລະ ລຳບາກ, ອົດ​ນອນ​ຢູ່​ເລື້ອຍ, ເຮົາ​ຮູ້ຈັກ​ການອົດເຂົ້າ​ຫິວນ້ຳ ແລະ ຂາດ​ອາຫານ​ຢູ່​ເລື້ອຍ, ເຮົາ​ຕ້ອງ​ພົບ​ກັບ​ຄວາມໜາວ ແລະ ເປືອຍກາຍ.


ດ້ວຍ​ເຫດ​ນີ້, ເຮົາ​ຄື​ໂປໂລ ຜູ້​ເປັນ​ນັກໂທດ​ຂອງ​ພຣະຄຣິດເຈົ້າເຢຊູ​ເພາະ​ເຫັນ​ແກ່​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.


ດັ່ງ​ຜົນ​ທີ່​ປາກົດ​ກໍ​ຄື ທະຫານ​ທຸກຄົນ​ທີ່​ຮັກສາ​ລາຊະວັງ ແລະ ຄົນ​ອື່ນໆ​ກໍ​ຮູ້​ແຈ້ງ​ທົ່ວ​ກັນ​ວ່າ​ເຮົາ​ຖືກ​ລ່າມໂສ້​ນັ້ນ​ກໍ​ເພື່ອ​ພຣະຄຣິດເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈື່​ພາລະກິດ​ອັນ​ໜັກໜ່ວງ ແລະ ຄວາມລໍາບາກ​ຂອງ​ພວກເຮົາ, ພວກເຮົາ​ໄດ້​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ແກ່​ຜູ້ໃດ​ເລີຍ​ໃນ​ຂະນະ​ທີ່​ພວກເຮົາ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ.


ດ້ວຍເຫດນີ້​ທີ່​ພວກເຮົາ​ເຮັດ​ວຽກງານ​ໜັກ ແລະ ອົດທົນສູ້​ກໍ​ເພາະ​ພວກເຮົາ​ໄດ້​ມອບ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ມະນຸດ​ທຸກຄົນ ແລະ ໂດຍສະເພາະ​ບັນດາ​ຜູ້ທີ່ເຊື່ອ.


ດັ່ງນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ເລື່ອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຫລື ລະອາຍ​ໃນ​ເລື່ອງ​ເຮົາ​ຜູ້​ຖືກ​ຈຳຈອງ​ເພື່ອ​ພຣະອົງ. ແຕ່​ຈົ່ງ​ຮ່ວມ​ທົນທຸກ​ກັບ​ເຮົາ​ເພື່ອ​ຂ່າວປະເສີດ​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ.


ເພື່ອ​ຂ່າວປະເສີດ​ນີ້​ເຮົາ​ຈຶ່ງ​ທົນທຸກ​ຢູ່​ຈົນ​ເຖິງ​ຖືກ​ລ່າມໂສ້​ເໝືອນ​ໂຈນຜູ້ຮ້າຍ. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຖືກ​ລ່າມໂສ້.


ແຕ່​ເຈົ້າ​ຈົ່ງ​ມີ​ສະຕິ​ໃນ​ທຸກ​ສະຖານະການ, ຈົ່ງ​ອົດທົນ​ຕໍ່​ຄວາມຍາກລຳບາກ, ຈົ່ງ​ເຮັດ​ຫນ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ, ຈົ່ງ​ເຮັດ​ຫນ້າທີ່​ທັງໝົດ​ໃນ​ພັນທະກິດ​ຂອງ​ເຈົ້າ​ໃຫ້​ສຳເລັດ.


ບາງຄົນ​ປະເຊີນ​ກັບ​ການ​ເຢາະເຢີ້ຍ ແລະ ການ​ຂ້ຽນຕີ, ແມ່ນແຕ່​ບາງຄົນ​ກໍ​ຖືກ​ລ່າມໂສ້ ແລະ ຖືກ​ຂັງ​ຄຸກ


ຈົ່ງ​ເຊື່ອຟັງ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ນຳ​ຂອງ​ພວກເຈົ້າ, ເພາະ​ພວກເພິ່ນ​ເຝົ້າ​ເບິ່ງແຍງ​ພວກເຈົ້າ​ໃນ​ຖານະ​ຜູ້​ທີ່​ຈະ​ຕ້ອງ​ລາຍງານ. ຈົ່ງ​ເຮັດ​ຢ່າງ​ນີ້ ເພື່ອວ່າ​ພວກເພິ່ນ​ຈະ​ເຮັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມຍິນດີ, ບໍ່​ແມ່ນ​ຈໍາ​ໃຈ ເພາະ​ຈະ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ.


ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮູ້​ວ່າ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ​ໄດ້​ຮັບ​ການປ່ອຍໂຕ​ແລ້ວ. ຖ້າ​ລາວ​ມາ​ຮອດ​ໄວ, ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ລາວ.


ຢ່າ​ຢ້ານ​ການທົນທຸກ​ທີ່​ເຈົ້າ​ກຳລັງ​ຈະ​ປະເຊີນ. ເຮົາ​ບອກ​ເຈົ້າ​ວ່າ, ມານຮ້າຍ​ຈະ​ຂັງ​ພວກເຈົ້າ​ບາງຄົນ​ໄວ້​ໃນ​ຄຸກ​ເພື່ອ​ທົດລອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ທົນທຸກ​ເພາະ​ການຂົ່ມເຫັງ​ເຖິງ​ສິບ​ວັນ. ຈົ່ງ​ສັດຊື່​ເຖິງ​ແມ່ນ​ວ່າ​ຈະ​ຕ້ອງ​ຕາຍ ແລະ ເຮົາ​ຈະ​ມອບ​ຊີວິດ​ໃຫ້​ເຈົ້າ​ເພື່ອ​ເປັນ​ມົງກຸດ​ແຫ່ງ​ໄຊຊະນະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka