7 ເພາະພວກເຮົາດຳເນີນຊີວິດໂດຍຄວາມເຊື່ອ, ບໍ່ແມ່ນໂດຍສິ່ງທີ່ເບິ່ງເຫັນ.
7 ດ້ວຍວ່າ, ພວກເຮົາດຳເນີນຊີວິດຕາມຄວາມເຊື່ອ ບໍ່ແມ່ນຕາມທີ່ຕາເຫັນ.
ເພາະວ່າເວລານີ້ ພວກເຮົາເຫັນແຕ່ເງົາສະທ້ອນເໝືອນເບິ່ງໃນແວ່ນ; ໃນເວລານັ້ນພວກເຮົາຈະເຫັນກັນໜ້າຕໍ່ໜ້າ. ໃນເວລານີ້ເຮົາຮູ້ຈັກພຽງບາງສ່ວນ; ໃນເວລານັ້ນເຮົາຈະຮູ້ຈັກທຸກສິ່ງ, ແຕ່ເໝືອນດັ່ງເຮົາເປັນທີ່ຮູ້ຈັກຢ່າງສົມບູນແລ້ວ.
ພວກເຮົາບໍ່ໄດ້ເປັນນາຍຢູ່ເໜືອຄວາມເຊື່ອຂອງພວກເຈົ້າ, ແຕ່ເຮົາເຮັດວຽກຮ່ວມກັບພວກເຈົ້າເພື່ອຄວາມຊື່ນຊົມຍິນດີຂອງພວກເຈົ້າ, ເພາະໂດຍຄວາມເຊື່ອ ພວກເຈົ້າຈຶ່ງຕັ້ງໝັ້ນຄົງຢູ່.
ດັ່ງນັ້ນ ພວກເຮົາຈຶ່ງບໍ່ໄດ້ຈ້ອງຕາເບິ່ງສິ່ງທີ່ເບິ່ງເຫັນ, ແຕ່ຈ້ອງຕາເບິ່ງສິ່ງທີ່ເບິ່ງບໍ່ເຫັນ, ດ້ວຍວ່າສິ່ງທີ່ເບິ່ງເຫັນນັ້ນກໍເປັນພຽງຊົ່ວຄາວ, ແຕ່ສິ່ງທີ່ເບິ່ງບໍ່ເຫັນກໍຖາວອນ.
ເຮົາໄດ້ຖືກຄຶງໄວ້ກັບພຣະຄຣິດເຈົ້າແລ້ວ ແລະ ເຮົາຈຶ່ງບໍ່ມີຊີວິດຢູ່ຕໍ່ໄປ, ແຕ່ພຣະຄຣິດເຈົ້າມີຊີວິດຢູ່ໃນເຮົາ. ຊີວິດທີ່ເຮົາມີຢູ່ໃນຮ່າງກາຍນີ້ ເຮົາດໍາເນີນຊີວິດຢູ່ໂດຍຄວາມເຊື່ອໃນພຣະບຸດຂອງພຣະເຈົ້າ ຜູ້ໄດ້ຮັກເຮົາ ແລະ ໄດ້ມອບພຣະອົງເອງເພື່ອເຮົາ.
ແລະ, “ແຕ່ຄົນຊອບທຳຂອງເຮົາຈະດຳເນີນຊີວິດໂດຍຄວາມເຊື່ອ. ແລະ ເຮົາຈະບໍ່ພໍໃຈ ໃນຄົນທີ່ຫລົບຖອຍຫລັງ”.
ເຖິງແມ່ນວ່າພວກເຈົ້າຍັງບໍ່ເຫັນພຣະອົງ, ແຕ່ກໍຮັກພຣະອົງ ແລະ ແມ່ນແຕ່ໃນເວລານີ້ພວກເຈົ້າບໍ່ເຫັນພຣະອົງ ແຕ່ກໍເຊື່ອໃນພຣະອົງ ແລະ ເຕັມດ້ວຍຄວາມຍິນດີອັນຍິ່ງໃຫຍ່ຈົນບໍ່ສາມາດຈະບັນລະຍາຍໄດ້,
ຈົ່ງຕໍ່ສູ້ກັບມານ ດ້ວຍໃຈໝັ້ນຄົງໃນຄວາມເຊື່ອ ເພາະພວກເຈົ້າກໍຮູ້ວ່າພີ່ນ້ອງຜູ້ທີ່ເຊື່ອໃນທົ່ວໂລກກໍກຳລັງປະສົບກັບຄວາມທຸກທໍລະມານແບບດຽວກັນນີ້.