Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 5:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ໃນຂະນະ​ທີ່​ພວກເຮົາ​ຍັງ​ຢູ່​ໃນ​ເຕັນ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ ແລະ ເປັນທຸກ, ເພາະ​ພວກເຮົາ​ບໍ່​ປາຖະໜາ​ທີ່​ຈະ​ເປືອຍ​ຢູ່ ແຕ່​ປາຖະໜາ​ທີ່​ຈະ​ຮັບ​ການຫົ່ມກາຍ​ດ້ວຍ​ທີ່ຢູ່ອາໄສ​ຈາກ​ສະຫວັນ​ຂອງ​ພວກເຮົາ, ເພື່ອ​ວ່າ​ຊີວິດ​ຈະ​ກືນເອົາ​ຮ່າງກາຍ​ທີ່​ຕາຍເປັນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ຂະນະທີ່​ພວກເຮົາ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ​ເປັນ​ທຸກ​ຢູ່​ຢ່າງ​ໜັກໜ່ວງ ອັນ​ນີ້​ບໍ່ແມ່ນ​ວ່າ​ພວກເຮົາ​ຢາກ​ໜີ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ປາຖະໜາ​ຢາກ​ຫົ່ມ​ກາຍ​ໃໝ່​ນັ້ນ ເພື່ອ​ວ່າ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ຖືກ​ຖ້ວມລົ້ນ​ດ້ວຍ​ຊີວິດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 5:4
8 Jak'a apnaqawi uñst'ayäwi  

ບໍ່​ພຽງ​ເທົ່າ​ນັ້ນ ແມ່ນ​ແຕ່​ພວກເຮົາ​ເອງ​ຜູ້​ທີ່​ມີ​ພຣະວິນຍານ​ເປັນ​ຜົນທຳອິດ​ກໍ​ຍັງ​ໂອ່ຍຄາງ​ຢູ່​ພາຍໃນ​ເໝືອນກັນ​ຂະນະ​ທີ່​ພວກເຮົາ​ຄອຍຖ້າ​ການ​ຮັບ​ເປັນ​ບຸດບຸນທຳ​ຂອງ​ພວກເຮົາ​ໄປ​ສູ່​ການ​ເປັນ​ບຸດ ຄື​ການ​ໄຖ່​ຮ່າງກາຍ​ຂອງ​ພວກເຮົາ​ໃຫ້​ລອດພົ້ນ.


ຈົ່ງ​ຟັງ ເຮົາ​ຈະ​ບອກ​ຂໍ້​ເລິກລັບ​ແກ່​ພວກເຈົ້າ​ວ່າ: ພວກເຮົາ​ທັງຫລາຍ​ຈະ​ບໍ່​ຫລັບ​ໄປ​ໝົດ​ທຸກຄົນ ແຕ່​ພວກເຮົາ​ທັງໝົດ​ຈະ​ໄດ້​ຮັບ​ການປ່ຽນແປງ


ໃນ​ຂະນະດຽວ​ກັນ ພວກເຮົາ​ໂອ່ຍຄາງ, ສະແຫວງຫາ​ທີ່​ຈະ​ຮັບ​ການຫົ່ມກາຍ​ດ້ວຍ​ທີ່ຢູ່ອາໄສ​ຂອງ​ພວກເຮົາ​ຢູ່​ໃນ​ສະຫວັນ,


ເພາະ​ເມື່ອ​ພວກເຮົາ​ໄດ້ຮັບ​ການຫົ່ມກາຍ​ນັ້ນ​ແລ້ວ ພວກເຮົາ​ຈະ​ບໍ່​ຕ້ອງ​ຖືກ​ພົບວ່າ​ເປືອຍ​ຢູ່.


ເຮົາ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ຈະ​ເຕືອນ​ຄວາມຈື່ຈຳ​ຂອງ​ພວກເຈົ້າ​ຕາບ​ທີ່​ເຮົາ​ຍັງ​ຢູ່​ໃນ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka