Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 5:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ສິ່ງ​ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າ ຜູ້​ເຮັດ​ໃຫ້​ພວກເຮົາ​ຄືນດີ​ກັນ​ກັບ​ພຣະອົງ​ໂດຍ​ທາງ​ພຣະຄຣິດເຈົ້າ ແລະ ໄດ້​ມອບໝາຍ​ພັນທະກິດ​ແຫ່ງ​ການຄືນດີ​ໃຫ້​ແກ່​ພວກເຮົາ:

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ສິ່ງ​ທັງໝົດ​ນີ້ ແມ່ນ​ເກີດ​ມາ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ​ໂດຍ​ທາງ​ພຣະຄຣິດ ແລະ​ພຣະອົງ​ກໍໄດ້​ມອບໝາຍ​ພາລະກິດ​ນີ້​ແກ່​ພວກເຮົາ ເພື່ອ​ເຮັດ​ໃຫ້​ຄົນອື່ນ​ຄືນ​ດີ​ກັບ​ພຣະອົງ​ເໝືອນກັນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 5:18
29 Jak'a apnaqawi uñst'ayäwi  

“ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ​ກໍ​ຕາມ ກ່ອນ​ອື່ນ​ໃຫ້​ກ່າວ​ວ່າ, ‘ສັນຕິສຸກ​ຈົ່ງ​ມີ​ແກ່​ເຮືອນ​ຫລັງ​ນີ້’.


ແລະ ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ການອະໄພ​ບາບ​ຈະ​ຖືກ​ປະກາດ​ໃນ​ນາມ​ຂອງ​ພຣະອົງ​ແກ່​ທຸກ​ຊົນຊາດ, ເຊິ່ງ​ເລີ່ມ​ຕັ້ງແຕ່​ທີ່​ເຢຣູຊາເລັມ.


ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.


ໂຢຮັນ​ຕອບ​ວ່າ, “ມະນຸດ​ສາມາດ​ຮັບ​ພຽງແຕ່​ສິ່ງ​ທີ່​ມອບ​ໃຫ້​ພວກເຂົາ​ຈາກ​ສະຫວັນ​ເທົ່ານັ້ນ.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.


ດ້ວຍວ່າ ສິ່ງສາລະພັດ​ມາ​ຈາກ​ພຣະອົງ ໂດຍ​ພຣະອົງ ແລະ ເພື່ອ​ພຣະອົງ ຂໍ​ໃຫ້​ສະຫງ່າລາສີ ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.


ເຫດສະນັ້ນ, ເມື່ອ​ພວກເຮົາ​ໄດ້​ຖືກນັບ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ແລ້ວ, ພວກເຮົາ​ຈຶ່ງ​ມີ​ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ,


ເພາະ​ໂດຍ​ພຣະອົງ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ຜູ້​ເປັນ​ປັນຍາ​ຈາກ​ພຣະເຈົ້າ​ເພື່ອ​ເຮົາ ນັ້ນ​ຄື​ເປັນ​ຄວາມຊອບທຳ, ຄວາມບໍລິສຸດ ແລະ ການ​ໄຖ່​ຂອງ​ພວກເຮົາ.


ເພາະວ່າ ແມ່ຍິງ​ມາ​ຈາກ​ຜູ້ຊາຍ, ດັ່ງນັ້ນ ຜູ້ຊາຍ​ກໍ​ເກີດ​ມາ​ຈາກ​ແມ່ຍິງ​ເໝືອນກັນ. ແຕ່​ທຸກສິ່ງ​ແມ່ນ​ມາ​ຈາກ​ພຣະເຈົ້າ.


ມີ​ການງານ​ຫລາຍ​ຢ່າງ​ແຕກຕ່າງກັນ ແຕ່​ແມ່ນ​ພຣະເຈົ້າ​ອົງ​ດຽວ​ກັນ​ກະທຳ​ການ​ທັງໝົດ​ໃນ​ຄົນ​ທັງປວງ.


ອາໂປໂລ​ແມ່ນ​ຜູ້ໃດ? ແລະ ໂປໂລ​ແມ່ນ​ຜູ້ໃດ? ກໍ​ເປັນພຽງ​ຜູ້ຮັບໃຊ້​ເທົ່ານັ້ນ, ຄື​ຜູ້​ທີ່​ນຳ​ພວກເຈົ້າ​ມາ​ເຊື່ອ ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໜ້າທີ່​ໃຫ້​ແຕ່ລະຄົນ.


ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ແຕ່​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ ສິ່ງສາລະພັດ​ທັງປວງ​ກໍ​ມາ​ຈາກ​ພຣະອົງ ແລະ ພວກເຮົາ​ກໍ​ມີຊີວິດ​ຢູ່​ເພື່ອ​ພຣະອົງ ແລະ ມີ​ອົງພຣະຜູ້ເປັນເຈົ້າ​ແຕ່​ອົງ​ດຽວ ຄື​ພຣະເຢຊູຄຣິດເຈົ້າ, ສິ່ງ​ສາລະພັດ​ເປັນ​ມາ​ໂດຍ​ພຣະອົງ ແລະ ພວກເຮົາ​ມີຊີວິດ​ຢູ່​ໂດຍ​ພຣະອົງ.


ແຕ່​ບັດນີ້ ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຄືນດີ​ກັບ​ພຣະອົງ​ໂດຍ​ການຕາຍ​ທາງ​ດ້ານ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ​ເພື່ອ​ຖວາຍ​ພວກເຈົ້າ​ໃຫ້​ເປັນ​ຜູ້​ບໍລິສຸດ, ບໍ່ມີຕຳໜິ ແລະ ພົ້ນ​ຈາກ​ຂໍ້ກ່າວຫາ​ຕໍ່ໜ້າ​ພຣະອົງ.


ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.


ຂອງປະທານ​ທຸກຢ່າງ​ທີ່​ດີ ແລະ ລ້ຳເລີດ​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ເບື້ອງເທິງ, ລົງ​ມາ​ຈາກ​ພຣະບິດາ​ແຫ່ງ​ດວງສະຫວ່າງ​ທັງຫລາຍ​ໃນ​ສະຫວັນ ຜູ້​ບໍ່​ປ່ຽນແປງ​ເໝືອນດັ່ງ​ເງົາ​ທີ່​ເຄື່ອນຍ້າຍ.


ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.


ນີ້​ຄື​ຄວາມຮັກ ບໍ່​ແມ່ນ​ວ່າ​ພວກເຮົາ​ໄດ້​ຮັກ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ຮັກ​ພວກເຮົາ ແລະ ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມບາບ​ຂອງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka