Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 5:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ດັ່ງນັ້ນ ຕັ້ງ​ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈະ​ບໍ່​ພິຈາລະນາ​ຜູ້ໃດ​ຕາມ​ຄວາມເຫັນ​ຂອງ​ໂລກ. ເຖິງ​ແມ່ນ​ວ່າ​ຄັ້ງ​ໜຶ່ງ​ພວກເຮົາ​ເຄີຍ​ພິຈາລະນາ​ພຣະຄຣິດເຈົ້າ​ຕາມ​ຄວາມເຫັນ​ຂອງ​ໂລກ​ກໍ​ຕາມ ແຕ່​ພວກເຮົາ​ກໍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ເຫດສະນັ້ນ, ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈຶ່ງ​ບໍ່​ພິຈາລະນາ​ເບິ່ງ​ຜູ້ໃດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ອີກ ເຖິງ​ແມ່ນ​ວ່າ ເມື່ອ​ກ່ອນ​ນັ້ນ​ພວກເຮົາ​ໄດ້​ສັງເກດ​ຮູ້​ພຣະຄຣິດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ກໍຕາມ ມາບັດນີ້ ພວກເຮົາ​ກໍ​ບໍ່​ສັງເກດ​ຮູ້​ພຣະອົງ​ຕາມ​ແບບ​ນັ້ນ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 5:16
19 Jak'a apnaqawi uñst'ayäwi  

“ຜູ້ໃດ​ທີ່​ຮັກ​ພໍ່ ຫລື ແມ່​ຂອງ​ຕົນ​ເອງ​ຫລາຍ​ກວ່າ​ຮັກ​ເຮົາ ກໍ​ບໍ່​ສົມຄວນ​ກັບ​ເຮົາ, ຜູ້ໃດ​ທີ່​ຮັກ​ລູກຊາຍ​ລູກສາວ​ຫລາຍ​ກວ່າ​ຮັກ​ເຮົາ ກໍ​ບໍ່​ສົມຄວນ​ຈະ​ຢູ່​ກັບ​ເຮົາ.


ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ມິດສະຫາຍ​ຂອງ​ເຮົາ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຍິງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້​ເຮົາ​ໄປ​ຫຍຸ້ງກ່ຽວ​ນໍາ? ເພາະ​ເວລາ​ຂອງ​ເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ”.


ພຣະວິນຍານ​ໃຫ້​ຊີວິດ ເນື້ອໜັງ​ບໍ່​ສຳຄັນ​ຫຍັງ​ເລີຍ. ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ວິນຍານ ແລະ ຊີວິດ,


ພວກເຈົ້າ​ຕັດສິນ​ຕາມ​ມາດຕະຖານ​ຂອງ​ມະນຸດ; ສ່ວນ​ເຮົາ​ບໍ່​ຕັດສິນ​ຜູ້ໃດ.


ໃນ​ເມື່ອ​ຫລາຍຄົນ​ອວດ​ຕາມ​ແບບ​ຄົນ​ຂອງ​ໂລກ, ເຮົາ​ກໍ​ຈະ​ອວດ​ເໝືອນກັນ.


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ເຖິງແມ່ນວ່າ ເຮົາ​ເອງ​ມີ​ເຫດຜົນ​ຫລາຍ​ປະການ​ທີ່​ຈະ​ໝັ້ນໃຈ​ເຊັ່ນ​ນັ້ນ. ຖ້າ​ຄົນ​ໃດ​ຄິດ​ວ່າ​ຕົນ​ມີ​ເຫດຜົນ​ທີ່​ຈະ​ໝັ້ນໃຈ​ໃນ​ເນື້ອໜັງ​ນັ້ນ ເຮົາ​ກໍ​ມີ​ຫລາຍ​ກວ່າ​ຄື:


ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຄົນຕ່າງຊາດ ຫລື ຄົນຢິວ, ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ຄົນປ່າເຖື່ອນ, ຂ້າທາດ ຫລື ອິດສະຫລະ ແຕ່​ພຣະຄຣິດເຈົ້າ​ເປັນ​ທຸກສິ່ງ ແລະ ຢູ່​ໃນ​ທຸກຄົນ.


ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka