Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 5:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເມື່ອ​ເປັນ​ຢ່າງນັ້ນ​ແລ້ວ, ພວກເຮົາ​ຮູ້​ວ່າ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ​ນັ້ນ​ຄື​ອັນ​ໃດ, ພວກເຮົາ​ຈຶ່ງ​ພະຍາຍາມ​ຊັກຊວນ​ຄົນ​ທັງຫລາຍ. ພວກເຮົາ​ເປັນ​ຢ່າງ​ໃດ​ນັ້ນ​ກໍ​ປາກົດ​ແຈ້ງ​ຕໍ່​ພຣະເຈົ້າ ແລະ ເຮົາ​ຫວັງ​ວ່າ​ສິ່ງ​ນີ້​ຈະ​ປາກົດ​ແຈ້ງ​ຕໍ່​ຈິດສຳນຶກ​ຂອງ​ພວກເຈົ້າ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເພາະ​ເຫດ​ທີ່​ພວກເຮົາ​ຮູ້ຈັກ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຮົາ​ຈຶ່ງ​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ເຮັດ​ຕາມ​ດ້ວຍ ພວກເຮົາ​ເປັນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຊົງ​ຮູ້​ດີ​ຢູ່​ແລ້ວ ແລະ​ພວກເຮົາ​ກໍ​ຫວັງ​ວ່າ ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຈົ້າ ກໍ​ຄົງ​ຮູ້ຈັກ​ພວກເຮົາ​ດີ​ເໝືອນກັນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 5:11
39 Jak'a apnaqawi uñst'ayäwi  

ຢ່າ​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ​ແຕ່​ບໍ່​ສາມາດ​ຂ້າ​ຈິດວິນຍານ​ໄດ້. ແຕ່​ຈົ່ງ​ຢ້ານ​ພຣະອົງ​ຜູ້​ທີ່​ສາມາດ​ທຳລາຍ​ໄດ້​ທັງ​ຈິດວິນຍານ ແລະ ຮ່າງກາຍ​ໃນ​ນະລົກ.


“ແລ້ວ​ຄົນ​ເຫລົ່ານີ້​ກໍ​ຕ້ອງ​ອອກ​ໄປ​ຮັບໂທດ​ອັນ​ຕະຫລອດໄປ​ເປັນນິດ ແຕ່​ຜູ້ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິລັນດອນ”.


ແຕ່​ເຮົາ​ຈະ​ສະແດງ​ໃຫ້​ພວກເຈົ້າ​ເຫັນ​ວ່າ​ພວກເຈົ້າ​ຄວນ​ຢ້ານ​ຜູ້ໃດ​ຄື: ຈົ່ງ​ຢ້ານ​ພຣະອົງ​ຜູ້​ທີ່​ຈະ​ຂ້າ​ຮ່າງກາຍ​ຂອງ​ເຈົ້າ​ແລ້ວ​ກໍ​ຍັງ​ມີ​ສິດອຳນາດ​ທີ່​ຈະ​ຖິ້ມ​ພວກເຈົ້າ​ລົງ​ນະລົກ​ໄດ້. ເຮົາ​ບອກ​ພວກເຈົ້າ​ວ່າ, ແມ່ນ​ແລ້ວ ຈົ່ງ​ຢ້ານ​ພຣະອົງ.


“ແຕ່​ອັບຣາຮາມ​ກ່າວ​ກັບ​ລາວ​ວ່າ, ‘ຖ້າ​ພວກເຂົາ​ບໍ່​ຟັງ​ໂມເຊ ແລະ ບັນດາ​ຜູ້ທຳນວາຍ​ແລ້ວ, ເຖິງ​ຈະ​ມີ​ຄົນ​ຄືນ​ມາ​ຈາກ​ຕາຍ​ພວກເຂົາ​ກໍ​ຈະ​ບໍ່​ຍອມ​ເຊື່ອ’”.


ເມື່ອ​ຄົນ​ທີ່​ໄປ​ເຕົ້າໂຮມ​ກັນ​ໄດ້​ເລີກ​ໄປ​ແລ້ວ, ຊາວ​ຢິວ​ຫລາຍ​ຄົນ ແລະ ຄົນ​ທີ່​ບໍ່​ແມ່ນ​ຢິວ​ທີ່​ມາ​ນັບຖື​ສາສະໜາ​ຢິວ​ຫລາຍ​ຄົນ​ກໍ​ໄດ້​ຕິດຕາມ​ໂປໂລ ແລະ ບາຣະນາບາ​ໄປ, ພວກເພິ່ນ​ກໍ​ໄດ້​ສົນທະນາ ແລະ ຂໍຮ້ອງ​ພວກເຂົາ​ໃຫ້​ໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຕໍ່ໄປ.


ພວກເຂົາ​ຟ້ອງ​ວ່າ, “ຊາຍ​ຜູ້​ນີ້​ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ​ໃນ​ທາງ​ທີ່​ຜິດ​ກົດໝາຍ”.


ທຸກ​ວັນຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ຊາວ​ຢິວ ແລະ ຊາວ​ກຣີກ​ໃນ​ທຳມະສາລາ​ເພື່ອ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.


ແລະ ພວກເຈົ້າ​ກໍ​ໄດ້​ເຫັນ ແລະ ໄດ້​ຍິນ​ທີ່​ໂປໂລ​ຄົນ​ນີ້​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ຫລົງທາງ​ທັງ​ໃນ​ເອເຟໂຊ​ກັບ​ທົ່ວ​ແຂວງ​ເອເຊຍ. ລາວ​ເວົ້າ​ວ່າ​ບັນດາ​ຮູບ​ປັ້ນ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ​ບໍ່​ໄດ້​ແມ່ນ​ເທບພະເຈົ້າ​ເລີຍ.


ກະສັດ​ເອງ​ກໍ​ຮູ້​ເລື່ອງ​ເຫລົ່ານີ້​ດີ ແລະ ຂ້ານ້ອຍ​ສາມາດ​ຕອບ​ໄດ້​ຢ່າງ​ເປີດເຜີຍ. ຂ້ານ້ອຍ​ເຊື່ອ​ວ່າ​ບໍ່ມີ​ຈັກ​ສິ່ງ​ທີ່​ພົ້ນ​ຈາກ​ສາຍຕາ​ຂອງ​ກະສັດ, ເພາະ​ສິ່ງ​ເຫລົ່ານີ້​ບໍ່ໄດ້​ເກີດຂຶ້ນ​ໃນ​ບ່ອນ​ລັບລີ້.


ພວກເຂົາ​ໄດ້​ນັດໝາຍ​ວັນ​ທີ່​ຈະ​ພົບ​ກັບ​ໂປໂລ, ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ພາກັນ​ມາ​ຍັງ​ທີ່ພັກ​ຂອງ​ເພິ່ນ. ເພິ່ນ​ເປັນພະຍານ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄ່ຳ, ເພິ່ນ​ອະທິບາຍ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ອະທິບາຍ​ຈາກ​ເລື່ອງ​ກົດບັນຍັດ​ຂອງ​ໂມເຊ ແລະ ຈາກ​ບັນດາ​ຜູ້ທຳນວາຍ ເພິ່ນ​ພະຍາຍາມ​ຊັກຊວນ​ໃຫ້​ພວກເຂົາ​ເຊື່ອ​ພຣະເຢຊູເຈົ້າ.


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ເຫດສະນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດເຈົ້າ ເໝືອນ​ກັບ​ວ່າ ພຣະເຈົ້າ​ເຮັດ​ຂໍ້ຮຽກຮ້ອງ​ຂອງ​ພຣະອົງ​ຜ່ານທາງ​ພວກເຮົາ. ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດເຈົ້າ​ວ່າ: ຈົ່ງ​ຄືນດີ​ກັນ​ກັບ​ພຣະເຈົ້າ.


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


ເວລານີ້​ເຮົາ​ກຳລັງ​ພະຍາຍາມ​ທີ່​ຈະ​ໃຫ້​ມະນຸດ ຫລື ພຣະເຈົ້າ​ຍອມຮັບ? ຫລື ເຮົາ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ​ບໍ? ຖ້າ​ເຮົາ​ຍັງ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ, ເຮົາ​ກໍ​ບໍ່ແມ່ນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ.


ຈົ່ງ​ຍອມ​ເຊື່ອຟັງ​ກັນແລະກັນ​ດ້ວຍ​ຄວາມ​ຢຳເກງ​ພຣະຄຣິດເຈົ້າ.


ການ​ຕົກ​ຢູ່​ໃນ​ມື​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ນັ້ນ​ກໍ​ເປັນ​ສິ່ງ​ທີ່​ໜ້າ​ຢ້ານກົວ​ຫລາຍ.


ເພາະວ່າ “ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ໄຟ​ທີ່​ເຜົາໄໝ້”.


ຈົ່ງ​ຊ່ວຍ​ຄົນ​ອື່ນ​ໃຫ້​ພົ້ນ​ໂດຍ​ການ​ດຶງ​ພວກເຂົາ​ອອກ​ມາ​ຈາກ​ໄຟ, ຈົ່ງ​ສະແດງ​ຄວາມເມດຕາ​ແກ່​ຄົນ​ອື່ນ ແຕ່​ຈົ່ງ​ຢ້ານ​ຄື ຈົ່ງ​ກຽດຊັງ​ແມ່ນແຕ່​ເສື້ອຜ້າ​ທີ່​ເປື້ອນເປິ​ດ້ວຍ​ລາຄະຕັນຫາ​ຂອງ​ເນື້ອໜັງ.


ຜູ້ໃດ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ ຜູ້​ນັ້ນ​ຕ້ອງ​ຖືກ​ຖິ້ມລົງ​ໃນ​ບຶງໄຟ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka