Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 5:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເພາະວ່າ ພວກເຮົາ​ທຸກຄົນ​ຕ້ອງ​ປາກົດຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ວ່າ​ພວກເຮົາ​ແຕ່ລະຄົນ​ຈະ​ໄດ້​ຮັບ​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນຂະນະ​ທີ່​ຢູ່​ໃນ​ກາຍ​ນີ້, ບໍ່​ວ່າ​ດີ ຫລື ຊົ່ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ດ້ວຍວ່າ, ຈຳເປັນ​ທີ່​ພວກເຮົາ​ທຸກຄົນ ຈະ​ຕ້ອງ​ປາກົດ​ຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດ ເພື່ອ​ແຕ່ລະຄົນ​ຈະ​ໄດ້​ຮັບ ສົມ​ກັບ​ການ​ທີ່​ຕົນ​ໄດ້​ເຮັດ​ໃນ​ຮ່າງກາຍ​ນີ້ ແລ້ວ​ແຕ່​ຈະ​ດີ ຫລື​ຊົ່ວ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 5:10
38 Jak'a apnaqawi uñst'ayäwi  

ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


ພຣະອົງ​ສັ່ງ​ໃຫ້​ພວກຂ້າພະເຈົ້າ​ປະກາດ​ແກ່​ຄົນ​ທັງຫລາຍ ແລະ ໃຫ້​ເປັນ​ພະຍານ​ວ່າ​ພຣະອົງ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ຕັ້ງ​ໃຫ້​ເປັນ​ຜູ້ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ.


ເພາະ​ພຣະອົງ​ໄດ້​ກຳນົດ​ວັນ​ໜຶ່ງ​ທີ່​ພຣະອົງ​ຈະ​ພິພາກສາ​ໂລກ​ດ້ວຍ​ຄວາມຍຸຕິທຳ​ໂດຍ​ຊາຍ​ຜູ້​ໜຶ່ງ​ທີ່​ໄດ້​ພຣະອົງ​ໄດ້​ແຕ່ງຕັ້ງ​ໄວ້. ພຣະອົງ​ໄດ້​ພິສູດ​ສິ່ງ​ນີ້​ແກ່​ທຸກຄົນ​ເຫັນ ໂດຍ​ໃຫ້​ຊາຍ​ຜູ້​ນີ້​ເປັນຄືນມາຈາກຕາຍ”.


ສິ່ງ​ນີ້​ຈະ​ເກີດຂຶ້ນ​ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ໃຫ້​ພຣະເຢຊູຄຣິດເຈົ້າ ພິພາກສາ​ຄວາມລັບ​ຂອງ​ມະນຸດ ຕາມ​ທີ່​ລະບຸ​ໄວ້​ໃນ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ເຮົາ​ກຳລັງ​ຍົກ​ຕົວຢ່າງ​ຈາກ​ຊີວິດ​ປະຈໍາ​ວັນ​ກໍ​ເພາະ​ຄວາມຈໍາກັດ​ຂອງ​ຄວາມ​ເປັນ​ມະນຸດ​ຂອງ​ພວກເຈົ້າ. ເຊັ່ນ​ດຽວ​ກັນ​ກັບ​ທີ່​ພວກເຈົ້າ​ເຄີຍ​ມອບ​ຕົນ​ເອງ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມ​ເປື້ອນເປິ ແລະ ຄວາມ​ຊົ່ວຮ້າຍ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ​ຢ່າງໃດ, ບັດນີ້ ພວກເຈົ້າ​ກໍ​ຈົ່ງ​ມອບ​ຕົນ​ເອງ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມຊອບທຳ​ທີ່​ນຳ​ມາ​ສູ່​ຄວາມບໍລິສຸດ.


ເຫດສະນັ້ນ ຢ່າ​ຕັດສິນ​ສິ່ງໃດ​ກ່ອນ​ເວລາ​ທີ່​ໄດ້​ກຳນົດ​ໄວ້; ຈົ່ງ​ຄອຍຖ້າ​ຈົນ​ກວ່າ​ອົງພຣະຜູ້ເປັນເຈົ້າ​ມາ. ພຣະອົງ​ຈະ​ນຳ​ເອົາ​ສິ່ງ​ທີ່​ເຊື່ອງໄວ້​ຢູ່​ໃນ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈະ​ເປີດເຜີຍ​ບັນດາ​ແຮງຈູງໃຈ​ທີ່​ຢູ່​ໃນ​ໃຈ. ໃນ​ເວລາ​ນັ້ນ ແຕ່ລະຄົນ​ຈະ​ໄດ້ຮັບ​ຄຳຍ້ອງຍໍ​ຈາກ​ພຣະເຈົ້າ.


ເຮົາ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພື່ອ​ກ່າວໂທດ​ພວກເຈົ້າ; ເຮົາ​ເຄີຍ​ເວົ້າ​ໄວ້​ກ່ອນ​ແລ້ວ​ວ່າ​ພວກເຈົ້າ​ທັງຫລາຍ​ຢູ່​ໃນ​ໃຈ​ຂອງ​ພວກເຮົາ ເຖິງ​ຂະໜາດ​ວ່າ​ພວກເຮົາ​ຈະ​ຮ່ວມເປັນ​ຮ່ວມຕາຍ​ກັບ​ພວກເຈົ້າ​ດ້ວຍ.


ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ​ໃນ​ທຸກສິ່ງ​ທີ່​ພວກເຂົາ​ເຮັດ​ດີ, ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ຂ້າທາດ ຫລື ເປັນ​ອິດສະຫລະ.


ເໝືອນດັ່ງ​ມະນຸດ​ຖືກ​ກຳນົດ​ໃຫ້​ຕາຍ​ຄັ້ງ​ດຽວ ແລະ ຫລັງຈາກນັ້ນ​ຈະ​ຕ້ອງ​ພົບ​ກັບ​ການພິພາກສາ,


ແຕ່​ພວກເຂົາ​ຈະ​ຕ້ອງ​ລາຍງານ​ຕໍ່​ພຣະອົງ​ຜູ້​ພ້ອມ​ແລ້ວ​ທີ່​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


“ເບິ່ງ​ແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ບຳເໜັດ​ກໍ​ຢູ່​ທີ່​ເຮົາ ແລະ ເຮົາ​ຈະ​ໃຫ້​ແກ່​ແຕ່ລະຄົນ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka