2 ໂກຣິນໂທ 4:8 - ພຣະຄຳພີລາວສະບັບສະໄໝໃໝ່8 ພວກເຮົາຖືກກົດດັນຢ່າງໜັກໃນທຸກດ້ານ ແຕ່ບໍ່ຖືກແຕກຫັກ, ຖືກສັບສົນ ແຕ່ບໍ່ຢູ່ໃນຄວາມໝົດຫວັງ, Uka jalj uñjjattʼätaພຣະຄຳພີສັກສິ8 ພວກເຮົາຖືກຄວາມທຸກລຳບາກຮອບດ້ານ, ແຕ່ຍັງບໍ່ເຖິງຂັ້ນຂັດສົນ; ຈົນປັນຍາ, ແຕ່ຍັງບໍ່ໝົດທາງອອກ; Uka jalj uñjjattʼäta |
ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້.