Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 4:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ແລະ ແມ່ນແຕ່​ຖ້າຫາກ​ວ່າ​ຂ່າວປະເສີດ​ຂອງ​ພວກເຮົາ​ຖືກ​ປິດບັງ, ຂ່າວປະເສີດ​ນັ້ນ​ກໍ​ຖືກ​ປິດບັງ​ໄວ້​ຈາກ​ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ແຕ່​ຖ້າ​ຂ່າວປະເສີດ​ທີ່​ພວກເຮົາ​ປະກາດ​ນັ້ນ, ຖືກ​ປົກບັງ​ໄວ້​ກໍ​ຖືກ​ປົກບັງ​ໄວ້​ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 4:3
11 Jak'a apnaqawi uñst'ayäwi  

ໃນເວລານັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຜູ້ສະຫລາດ ແລະ ຜູ້​ມີ​ສະຕິປັນຍາ, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ​ຮູ້.


ສິ່ງ​ນີ້​ຈະ​ເກີດຂຶ້ນ​ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ໃຫ້​ພຣະເຢຊູຄຣິດເຈົ້າ ພິພາກສາ​ຄວາມລັບ​ຂອງ​ມະນຸດ ຕາມ​ທີ່​ລະບຸ​ໄວ້​ໃນ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ເພາະ​ຂໍ້ຄວາມ​ທີ່​ກ່ຽວກັບ​ໄມ້ກາງແຂນ​ນັ້ນ​ຖືວ່າ​ເປັນ​ເລື່ອງ​ໂງ່​ຕໍ່​ຄົນ​ທີ່​ກຳລັງ​ຈະ​ຈິບຫາຍ, ແຕ່​ຕໍ່​ພວກເຮົາ​ທີ່​ກຳລັງ​ຈະ​ພົ້ນ​ນັ້ນ ຖືວ່າ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ.


ເຖິງຢ່າງໃດ​ກໍ​ຕາມ ພວກເຮົາ​ກ່າວ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ​ກັບ​ບັນດາ​ຜູ້​ທີ່​ເປັນ​ຜູ້ໃຫຍ່​ແລ້ວ, ແຕ່​ບໍ່ແມ່ນ​ສະຕິປັນຍາ​ຂອງ​ຍຸກ​ນີ້ ຫລື ສະຕິປັນຍາ​ຂອງ​ຜູ້ປົກຄອງ​ຂອງ​ຍຸກ​ນີ້, ຜູ້​ທີ່​ກຳລັງ​ຈະ​ເສື່ອມສູນ​ໄປ.


ບັດນີ້​ເມື່ອ​ເຮົາ​ໄປ​ເມືອງ​ໂທອາດ​ເພື່ອ​ປະກາດ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ນັ້ນ ແລະ ພົບ​ວ່າ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ແກ່​ເຮົາ​ແລ້ວ,


ແຕ່​ຈິດໃຈ​ຂອງ​ພວກເຂົາ​ກໍ​ດື້ດ້ານ ເພາະ​ຈົນ​ເຖິງ​ທຸກ​ວັນ​ນີ້ ຜ້າປົກໜ້າ​ຢ່າງດຽວກັນ​ນັ້ນ​ກໍ​ຍັງ​ຄົງ​ຢູ່​ເມື່ອ​ອ່ານ​ພັນທະສັນຍາ​ເດີມ. ຜ້າປົກໜ້າ​ນີ້​ຍັງ​ບໍ່​ໄດ້​ຖືກ​ເອົາ​ອອກໄປ, ເພາະວ່າ​ໃນ​ພຣະຄຣິດເຈົ້າ​ເທົ່ານັ້ນ​ທີ່​ຜ້າປົກໜ້າ​ນີ້​ຈະ​ຖືກ​ເອົາ​ອອກໄປ​ໄດ້.


ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.


ເພາະວ່າ​ຂ່າວປະເສີດ​ຂອງ​ພວກເຮົາ​ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ບໍ່​ແມ່ນ​ພຽງແຕ່​ດ້ວຍ​ຖ້ອຍຄຳ​ເທົ່ານັ້ນ ແຕ່​ໄດ້​ມາ​ດ້ວຍ​ລິດອຳນາດ, ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ຄວາມເຊື່ອໝັ້ນ​ອັນ​ເລິກເຊິ່ງ. ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນຊີວິດ​ຢ່າງໃດ​ໃນ​ທ່າມກາງ​ພວກເຈົ້າ​ເພື່ອ​ເຫັນ​ແກ່​ພວກເຈົ້າ​ທັງຫລາຍ.


ເຊິ່ງ​ສອດຄ່ອງ​ກັບ​ຂ່າວປະເສີດ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ, ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka