Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 4:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພວກເຮົາ​ໄດ້​ປະຖິ້ມ​ສິ່ງ​ທີ່​ໜ້າ​ອັບອາຍ​ທຸກຢ່າງ​ທີ່​ເຮັດ​ໃນ​ທີ່​ລັບລີ້ ພວກເຮົາ​ບໍ່ໄດ້​ເຮັດ​ໂດຍ​ໃຊ້​ກົນອຸບາຍ ທັງ​ບໍ່ໄດ້​ປອມແປງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ດ້ວຍ, ແຕ່​ໄດ້​ສະແດງ​ໃຫ້​ຮູ້​ຄວາມຈິງ​ຢ່າງ​ຈະແຈ້ງ ພວກເຮົາ​ພະຍາຍາມ​ເຮັດ​ໃຫ້​ຕົນເອງ​ເປັນ​ທີ່​ຊອບ​ແກ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ທຸກຄົນ ຊ້ອງໜ້າ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 4:2
16 Jak'a apnaqawi uñst'ayäwi  

ດ້ວຍວ່າ ເຮົາ​ບໍ່​ອາຍ​ເລື່ອງ​ຂ່າວປະເສີດ, ເພາະວ່າ​ຂ່າວປະເສີດ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ນໍາ​ເອົາ​ຄວາມພົ້ນ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ​ຄື: ຄົນ​ຢິວ​ກ່ອນ ແລະ ຈາກນັ້ນ​ກໍ​ໄປ​ເຖິງ​ຄົນຕ່າງຊາດ.


ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ສິ່ງ​ເຫລົ່ານັ້ນ ເຊິ່ງ​ເວລາ​ນີ້​ພວກເຈົ້າ​ກໍ​ລະອາຍໃຈ? ຜົນ​ຂອງ​ສິ່ງ​ເຫລົ່ານັ້ນ​ກໍ​ຄື​ຄວາມຕາຍ!


ເຫດສະນັ້ນ ຢ່າ​ຕັດສິນ​ສິ່ງໃດ​ກ່ອນ​ເວລາ​ທີ່​ໄດ້​ກຳນົດ​ໄວ້; ຈົ່ງ​ຄອຍຖ້າ​ຈົນ​ກວ່າ​ອົງພຣະຜູ້ເປັນເຈົ້າ​ມາ. ພຣະອົງ​ຈະ​ນຳ​ເອົາ​ສິ່ງ​ທີ່​ເຊື່ອງໄວ້​ຢູ່​ໃນ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈະ​ເປີດເຜີຍ​ບັນດາ​ແຮງຈູງໃຈ​ທີ່​ຢູ່​ໃນ​ໃຈ. ໃນ​ເວລາ​ນັ້ນ ແຕ່ລະຄົນ​ຈະ​ໄດ້ຮັບ​ຄຳຍ້ອງຍໍ​ຈາກ​ພຣະເຈົ້າ.


ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ແຕ່​ເຮົາ​ຢ້ານ​ວ່າ ຈະ​ເປັນ​ເໝືອນ​ດັ່ງ​ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ, ແລ້ວ​ຄວາມຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ນຳພາ​ໄປ​ສູ່​ຄວາມຜິດພາດ​ຈາກ​ຄວາມຈິງໃຈ ແລະ ຄວາມບໍລິສຸດ​ຂອງ​ພວກເຈົ້າ​ໃນ​ການອຸທິດຕົນ​ຕໍ່​ພຣະຄຣິດເຈົ້າ. ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ.


ເຖິງ​ວ່າ​ເຮົາ​ຈະ​ບໍ່​ແມ່ນ​ນັກເວົ້າ​ທີ່​ໄດ້​ຮັບ​ການຝຶກຝົນ ແຕ່​ເຮົາ​ກໍ​ມີ​ຄວາມຮູ້. ພວກເຮົາ​ກໍ​ໄດ້​ສະແດງ​ແກ່​ພວກເຈົ້າ​ຢ່າງ​ຈະແຈ້ງ​ແລ້ວ​ໃນ​ທຸກ​ທາງ.


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ເມື່ອ​ເປັນ​ຢ່າງນັ້ນ​ແລ້ວ, ພວກເຮົາ​ຮູ້​ວ່າ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ​ນັ້ນ​ຄື​ອັນ​ໃດ, ພວກເຮົາ​ຈຶ່ງ​ພະຍາຍາມ​ຊັກຊວນ​ຄົນ​ທັງຫລາຍ. ພວກເຮົາ​ເປັນ​ຢ່າງ​ໃດ​ນັ້ນ​ກໍ​ປາກົດ​ແຈ້ງ​ຕໍ່​ພຣະເຈົ້າ ແລະ ເຮົາ​ຫວັງ​ວ່າ​ສິ່ງ​ນີ້​ຈະ​ປາກົດ​ແຈ້ງ​ຕໍ່​ຈິດສຳນຶກ​ຂອງ​ພວກເຈົ້າ​ດ້ວຍ.


ຜ່ານ​ທາງ​ກຽດ ແລະ ຄວາມເສື່ອມເສຍ, ໃນ​ຍາມ​ທີ່​ຄົນ​ວ່າ​ດີ ແລະ ໃນ​ຍາມ​ທີ່​ຄົນ​ວ່າ​ຊົ່ວ; ເປັນ​ຄົນ​ຈິງ​ໃຈ ແຕ່​ຖືກ​ຫາ​ວ່າ​ເປັນ​ຄົນ​ຫລອກລວງ;


ເຮົາ​ໄດ້​ອວດ​ເຖິງ​ພວກເຈົ້າ​ຕໍ່​ເພິ່ນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ເຮັດໃຫ້​ເຮົາ​ອັບອາຍ​ເລີຍ. ແຕ່​ທຸກສິ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ​ເປັນ​ຄວາມຈິງ​ຢ່າງໃດ, ສິ່ງ​ທີ່​ເຮົາ​ໄດ້​ອວດ​ຕີໂຕ​ກ່ຽວກັບ​ພວກເຈົ້າ ກໍ​ພິສູດ​ແລ້ວ​ວ່າ​ເປັນ​ຄວາມຈິງ​ຢ່າງນັ້ນ.


ແລ້ວ​ພວກເຮົາ​ຈະ​ບໍ່​ໄດ້​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ, ເຊິ່ງ​ຖືກ​ຄື້ນ​ຊັດ​ໄປ​ມາ ແລະ ຖືກ​ພັດ​ໄປ​ທາງ​ນີ້​ທາງ​ນັ້ນ​ດ້ວຍ​ລົມປາກ​ແຫ່ງ​ຄຳສອນ ແລະ ດ້ວຍ​ກົນອຸບາຍ​ກັບ​ເລ່ລ່ຽມ​ຂອງ​ມະນຸດ​ໃນ​ແຜນການ​ຫລອກລວງ​ຂອງ​ພວກເຂົາ.


ເພາະ​ແມ່ນແຕ່​ເອີ່ຍ​ເຖິງ​ສິ່ງ​ທີ່​ຜູ້​ບໍ່ເຊື່ອຟັງ​ເຮັດ​ໃນ​ທີ່​ລັບລີ້​ນັ້ນ​ກໍ​ຍັງ​ໜ້າອັບອາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka