Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 4:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເພາະ​ພວກເຮົາ​ຜູ້​ມີຊີວິດ​ຢູ່​ນີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ຄວາມຕາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ​ຢູ່​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະອົງ​ຈະ​ໄດ້​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ທີ່​ຕ້ອງຕາຍ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເພາະວ່າ ຂະນະທີ່​ເຮົາ​ມີ​ຊີວິດ​ຢູ່​ນັ້ນ ພວກເຮົາ​ໄດ້​ຖືກ​ມອບ​ໄວ້​ແກ່​ຄວາມ​ຕາຍ​ຢູ່​ສະເໝີ ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ ເພື່ອ​ຊີວິດ​ຂອງ​ພຣະອົງ​ຈະ​ໄດ້​ປາກົດ​ໃນ​ເນື້ອກາຍ​ອັນ​ຕາຍ​ເປັນ​ຂອງເຮົາ​ເໝືອນກັນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 4:11
11 Jak'a apnaqawi uñst'ayäwi  

ແລະ ຖ້າ​ພຣະວິນຍານ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ຢູ່​ໃນ​ພວກເຈົ້າ, ພຣະວິນຍານ​ຜູ້​ເຮັດ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ຈະ​ໃຫ້ຊີວິດ​ແກ່​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ເໝືອນກັນ ເພາະ​ພຣະວິນຍານ​ທີ່​ຢູ່​ໃນ​ພວກເຈົ້າ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ເຫັນ​ແກ່​ພຣະອົງ ພວກຂ້ານ້ອຍ​ຈຶ່ງ​ປະເຊີນ​ຄວາມຕາຍ​ໝົດ​ມື້​ຈົນ​ຄ່ຳ; ພວກຂ້ານ້ອຍ​ທັງຫລາຍ​ຖືກ​ຖື​ວ່າ​ເປັນເໝືອນ​ແກະ​ສຳລັບ​ເອົາ​ໄວ້​ຂ້າ”.


ເຮົາ​ປະເຊີນ​ກັບ​ຄວາມຕາຍ​ທຸກ​ມື້ ເຮົາ​ໝາຍຄວາມ​ວ່າ​ຢ່າງນັ້ນ ສິ່ງ​ນີ້​ແນ່ນອນ​ເໝືອນ​ດັ່ງ​ທີ່​ເຮົາ​ໂອ້ອວດ​ກ່ຽວກັບ​ພວກເຈົ້າ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແລະ ເຊັ່ນດຽວ​ກັນ​ກັບ​ພວກເຮົາ​ເກີດ​ມາ​ມີ​ລັກສະນະ​ເໝືອນ​ກັບ​ຄົນ​ຝ່າຍ​ໂລກ​ຢ່າງໃດ ພວກເຮົາ​ກໍ​ຈະ​ມີ​ລັກສະນະ​ເໝືອນ​ກັບ​ຄົນ​ຈາກ​ສະຫວັນ​ຢ່າງນັ້ນ.


ພວກເຮົາ​ແບກ​ຄວາມຕາຍ​ຂອງ​ພຣະເຢຊູເຈົ້າ​ໄວ້​ໃນ​ກາຍ​ຂອງ​ພວກເຮົາ​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະເຢຊູເຈົ້າ​ຈະ​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ຂອງ​ພວກເຮົາ​ດ້ວຍ.


ດັ່ງນັ້ນ​ແຫລະ ຄວາມຕາຍ​ຈຶ່ງ​ກຳລັງ​ທຳງານ​ຢູ່​ໃນ​ພວກເຮົາ, ແຕ່​ຊີວິດ​ກໍ​ກຳລັງ​ທຳງານ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ.


ເພາະ​ໃນຂະນະ​ທີ່​ພວກເຮົາ​ຍັງ​ຢູ່​ໃນ​ເຕັນ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ ແລະ ເປັນທຸກ, ເພາະ​ພວກເຮົາ​ບໍ່​ປາຖະໜາ​ທີ່​ຈະ​ເປືອຍ​ຢູ່ ແຕ່​ປາຖະໜາ​ທີ່​ຈະ​ຮັບ​ການຫົ່ມກາຍ​ດ້ວຍ​ທີ່ຢູ່ອາໄສ​ຈາກ​ສະຫວັນ​ຂອງ​ພວກເຮົາ, ເພື່ອ​ວ່າ​ຊີວິດ​ຈະ​ກືນເອົາ​ຮ່າງກາຍ​ທີ່​ຕາຍເປັນ​ນັ້ນ.


ເປັນ​ທີ່​ຮູ້ຈັກ ແຕ່​ຖືກ​ຫາ​ວ່າ​ບໍ່​ມີ​ຜູ້ໃດ​ຮູ້ຈັກ; ກຳລັງ​ຈະ​ຕາຍ ແຕ່​ພວກເຮົາ​ກໍ​ຍັງ​ມີຊີວິດ​ຢູ່​ຕໍ່ໄປ; ຖືກ​ຂ້ຽນຕີ ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ຕາຍ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka