Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 4:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ພວກເຮົາ​ແບກ​ຄວາມຕາຍ​ຂອງ​ພຣະເຢຊູເຈົ້າ​ໄວ້​ໃນ​ກາຍ​ຂອງ​ພວກເຮົາ​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະເຢຊູເຈົ້າ​ຈະ​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ຂອງ​ພວກເຮົາ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຕົວ​ຂອງ​ພວກເຮົາ​ຍອມ​ຮັບ​ຄວາມ​ຕາຍ​ຂອງ​ພຣະເຢຊູເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ຊີວິດ​ຂອງ​ພຣະເຢຊູເຈົ້າ​ສາມາດ​ປາກົດ​ຢູ່​ໃນ​ຕົວ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 4:10
17 Jak'a apnaqawi uñst'ayäwi  

ອີກ​ບໍ່​ດົນ ໂລກ​ກໍ​ຈະ​ບໍ່​ເຫັນ​ເຮົາ​ອີກ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່​ເໝືອນກັນ.


ເພາະ​ຖ້າ​ພວກເຮົາ​ໄດ້​ມີ​ສ່ວນຮ່ວມ​ກັບ​ພຣະອົງ​ໃນ​ການຕາຍ​ເໝືອນ​ພຣະອົງ​ແລ້ວ, ພວກເຮົາ​ກໍ​ຈະ​ມີ​ສ່ວນຮ່ວມ​ໃນ​ການ​ເປັນຄືນມາຈາກຕາຍ​ເໝືອນ​ພຣະອົງ.


ບັດນີ້ ຖ້າ​ພວກເຮົາ​ໄດ້​ຕາຍ​ກັບ​ພຣະຄຣິດເຈົ້າ​ແລ້ວ, ພວກເຮົາ​ເຊື່ອ​ວ່າ​ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ເຫັນ​ແກ່​ພຣະອົງ ພວກຂ້ານ້ອຍ​ຈຶ່ງ​ປະເຊີນ​ຄວາມຕາຍ​ໝົດ​ມື້​ຈົນ​ຄ່ຳ; ພວກຂ້ານ້ອຍ​ທັງຫລາຍ​ຖືກ​ຖື​ວ່າ​ເປັນເໝືອນ​ແກະ​ສຳລັບ​ເອົາ​ໄວ້​ຂ້າ”.


ເພາະ​ເຊັ່ນດຽວ​ກັນ​ກັບ​ທີ່​ພວກເຮົາ​ຮ່ວມ​ໃນ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ຫລາຍ​ເຫລືອລົ້ນ​ຢ່າງໃດ, ການ​ເລົ້າໂລມໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະຄຣິດເຈົ້າ​ກໍ​ຫລາຍ​ເຫລືອລົ້ນ​ຢ່າງນັ້ນ.


ແທ້ຈິງ ພວກເຮົາ​ຮູ້ສຶກ​ວ່າ​ພວກເຮົາ​ໄດ້​ຖືກ​ຕັດສິນ​ປະຫານ​ຊີວິດ​ແລ້ວ. ແຕ່​ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ບໍ່​ໃຫ້​ພວກເຮົາ​ເພິ່ງພາ​ຕົນເອງ ແຕ່​ໃຫ້​ເພິ່ງພາ​ພຣະເຈົ້າ ຜູ້​ເຮັດ​ໃຫ້​ຄົນຕາຍ​ເປັນຄືນມາ.


ເພາະ​ເປັນ​ຄວາມຈິງແທ້​ທີ່​ວ່າ, ໃນ​ຄວາມອ່ອນແອ ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ​ພຣະອົງ​ມີ​ຊີວິດ​ຢູ່. ເຊັ່ນດຽວ​ກັນ ພວກເຮົາ​ກໍ​ອ່ອນແອ​ໃນ​ພຣະອົງ, ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ.


ເພາະ​ພວກເຮົາ​ຜູ້​ມີຊີວິດ​ຢູ່​ນີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ຄວາມຕາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ​ຢູ່​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະອົງ​ຈະ​ໄດ້​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ທີ່​ຕ້ອງຕາຍ​ຂອງ​ພວກເຮົາ.


ຈາກ​ນີ້​ໄປ, ຢ່າ​ໃຫ້​ຜູ້ໃດ​ກໍ່​ຄວາມເດືອດຮ້ອນ​ແກ່​ເຮົາ​ອີກ, ເພາະ​ເຮົາ​ມີ​ເຄື່ອງໝາຍ​ຂອງ​ພຣະເຢຊູເຈົ້າ​ຢູ່​ເທິງ​ຮ່າງກາຍ​ຂອງ​ເຮົາ.


ບັດນີ້ ເຮົາ​ມີ​ຄວາມຊື່ນຊົມຍິນດີ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ແລະ ເຮົາ​ກຳລັງ​ເຕີມ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ທີ່​ຍັງ​ຂາດ​ຢູ່​ໃຫ້​ເຕັມ​ໃນ​ຮ່າງກາຍ​ຂອງ​ເຮົາ ເພື່ອ​ເຫັນ​ແກ່​ກາຍ​ຂອງ​ພຣະອົງ​ຄື​ຄຣິສຕະຈັກ.


ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ຄື: ຖ້າ​ພວກເຮົາ​ຕາຍ​ດ້ວຍກັນ​ກັບ​ພຣະອົງ, ພວກເຮົາ​ກໍ​ຈະ​ມີຊີວິດ​ດ້ວຍກັນ​ກັບ​ພຣະອົງ​ເໝືອນກັນ,


ແຕ່​ຈົ່ງ​ຊື່ນຊົມຍິນດີ​ທີ່​ໄດ້​ຮ່ວມ​ໃນ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ເພື່ອ​ພວກເຈົ້າ​ຈະ​ໄດ້​ຊື່ນຊົມຍິນດີ​ຢ່າງ​ລົ້ນເຫລືອ​ເມື່ອ​ສະຫງ່າລາສີ​ຂອງ​ພຣະອົງ​ມາ​ປາກົດ.


ຖ້າ​ພວກເຈົ້າ​ຖືກ​ດູຖູກ​ຍ້ອນ​ນາມ​ຂອງ​ພຣະຄຣິດເຈົ້າ​ພວກເຈົ້າ​ກໍ​ໄດ້​ຮັບ​ພອນ ເພາະ​ພຣະວິນຍານບໍລິສຸດເຈົ້າ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ນັ້ນ​ຢູ່​ກັບ​ພວກເຈົ້າ.


ເມື່ອ​ຂ້າພະເຈົ້າ​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມລົງ​ທີ່​ຕີນ​ຂອງ​ພຣະອົງ​ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ. ຫລັງຈາກ​ນັ້ນ ພຣະອົງ​ວາງ​ມື​ຂວາ​ຂອງ​ພຣະອົງ​ເທິງ​ຂ້າພະເຈົ້າ ແລະ ກ່າວ​ວ່າ: “ຢ່າ​ຢ້ານ​ເລີຍ. ເຮົາ​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka