Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 4:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ເພາະ​ໂດຍ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ພວກເຮົາ​ມີ​ພັນທະກິດ​ນີ້, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ​ໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເພາະ​ດ້ວຍ​ພຣະ​ກະລຸນາ​ຂອງ​ພຣະເຈົ້າ ພວກເຮົາ​ຈຶ່ງ​ໄດ້​ຮັບໃຊ້​ພັນທະກິດ ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 4:1
19 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ໄດ້​ບອກ​ພວກສາວົກ​ຂອງ​ພຣະອົງ​ເປັນ​ຄຳອຸປະມາ​ເພື່ອ​ສະແດງ​ໃຫ້​ພວກເພິ່ນ​ເຫັນ​ວ່າ​ພວກເພິ່ນ​ຄວນ​ອະທິຖານ​ຢູ່​ສະເໝີ ແລະ ບໍ່​ຢຸດ.


ອາໂປໂລ​ແມ່ນ​ຜູ້ໃດ? ແລະ ໂປໂລ​ແມ່ນ​ຜູ້ໃດ? ກໍ​ເປັນພຽງ​ຜູ້ຮັບໃຊ້​ເທົ່ານັ້ນ, ຄື​ຜູ້​ທີ່​ນຳ​ພວກເຈົ້າ​ມາ​ເຊື່ອ ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໜ້າທີ່​ໃຫ້​ແຕ່ລະຄົນ.


ສ່ວນ​ຄົນ​ທີ່​ຮັກສາ​ຄວາມບໍລິສຸດ​ນັ້ນ ເຮົາ​ບໍ່​ໄດ້​ຮັບ​ຄຳສັ່ງ​ຈາກ​ອົງພຣະຜູ້ເປັນເຈົ້າ, ແຕ່​ເຮົາ​ຂໍ​ໃຫ້​ຄຳ​ຕັດສິນ​ໃນ​ຖານະ​ຜູ້​ທີ່​ເປັນ​ທີ່​ໄວ້ໃຈ​ໄດ້​ໂດຍ​ຄວາມເມດຕາ​ຂອງ​ອົງພຣະຜູ້ເປັນເຈົ້າ.


ເຫດສະນັ້ນ ເພາະ​ພວກເຮົາ​ມີ​ຄວາມຫວັງ​ຢ່າງນີ້, ພວກເຮົາ​ຈຶ່ງ​ມີ​ໃຈກ້າ​ຫລາຍ.


ພຣະອົງ​ໃຫ້​ພວກເຮົາ​ມີ​ຄວາມສາມາດ​ເປັນ​ຜູ້ຮັບໃຊ້​ແຫ່ງ​ພັນທະສັນຍາ​ໃໝ່ ບໍ່​ແມ່ນ​ດ້ວຍ​ຕົວອັກສອນ ແຕ່​ດ້ວຍ​ພຣະວິນຍານ; ເພາະ​ຕົວອັກສອນ​ເຮັດ​ໃຫ້​ຕາຍ, ແຕ່​ພຣະວິນຍານ​ໃຫ້ຊີວິດ.


ເຫດສະນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍໃຈ. ເຖິງແມ່ນ​ວ່າ​ກາຍ​ພາຍນອກ​ຂອງ​ພວກເຮົາ​ກຳລັງ​ຊຸດໂຊມ​ລົງ ແຕ່​ຈິດໃຈ​ພາຍໃນ​ຂອງ​ພວກເຮົາ​ກໍ​ກຳລັງ​ຟື້ນ​ຂຶ້ນ​ໃໝ່​ທຸກວັນ.


ສິ່ງ​ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າ ຜູ້​ເຮັດ​ໃຫ້​ພວກເຮົາ​ຄືນດີ​ກັນ​ກັບ​ພຣະອົງ​ໂດຍ​ທາງ​ພຣະຄຣິດເຈົ້າ ແລະ ໄດ້​ມອບໝາຍ​ພັນທະກິດ​ແຫ່ງ​ການຄືນດີ​ໃຫ້​ແກ່​ພວກເຮົາ:


ຢ່າ​ໃຫ້​ພວກເຮົາ​ເມື່ອຍລ້າ​ໃນ​ການເຮັດດີ, ເພາະ​ຖ້າ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ເກັບກ່ຽວ​ຜົນ​ໃນ​ເວລາ​ອັນ​ເໝາະສົມ.


ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພວກເຈົ້າ​ຢ່າ​ໄດ້​ທໍ້ຖອຍໃຈ​ຍ້ອນ​ຄວາມທຸກຍາກລໍາບາກ​ຂອງ​ເຮົາ​ເພື່ອ​ພວກເຈົ້າ, ເຊິ່ງ​ເປັນ​ກຽດ​ຂອງ​ພວກເຈົ້າ.


ເຮົາ​ສາມາດ​ເຮັດ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ໃຫ້​ກຳລັງ​ແກ່​ເຮົາ.


ແລະ ສຳລັບ​ພວກເຈົ້າ​ນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ອິດເມື່ອຍ​ທີ່​ຈະ​ເຮັດ​ສິ່ງ​ດີ.


ເຖິງແມ່ນວ່າ​ຄັ້ງ​ໜຶ່ງ​ເຮົາ​ເຄີຍ​ເປັນ​ຜູ້​ໝິ່ນປະໝາດ​ພຣະອົງ, ເປັນ​ຜູ້ຂົ່ມເຫັງ ແລະ ເປັນ​ຜູ້​ໃຊ້​ຄວາມຮຸນແຮງ, ແຕ່​ພຣະອົງ​ເມດຕາ​ເຮົາ​ເພາະ​ເຮົາ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມບໍ່ຮູ້ ແລະ ບໍ່ເຊື່ອ.


ຈົ່ງ​ພິຈາລະນາ​ເຖິງ​ພຣະອົງ​ຜູ້​ໄດ້​ອົດທົນ​ຕໍ່​ການຕໍ່ຕ້ານ​ຢ່າງ​ນັ້ນ​ຈາກ​ຄົນບາບ​ທັງຫລາຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ບໍ່​ອິດເມື່ອຍ ແລະ ທໍ້ຖອຍ​ໃຈ.


ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ພຣະເຈົ້າ ແຕ່​ບັດນີ້​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະອົງ, ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ຄວາມເມດຕາ ແຕ່​ບັດນີ້ ພວກເຈົ້າ​ໄດ້​ຮັບ​ຄວາມເມດຕາ​ແລ້ວ.


ເຈົ້າ​ໄດ້​ອົດທົນບາກບັ່ນ ແລະ ອົດທົນ​ຕໍ່​ຄວາມຍາກລໍາບາກ​ເພື່ອ​ນາມ​ຂອງ​ເຮົາ ແລະ ເຈົ້າ​ກໍ​ບໍ່​ໄດ້​ເມື່ອຍລ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka