Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 3:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ແລ້ວ​ພັນທະກິດ​ແຫ່ງ​ພຣະວິນຍານ​ຈະ​ບໍ່​ຍິ່ງ​ເຕັມ​ໄປ​ດ້ວຍ​ສະຫງ່າລາສີ​ຫລາຍ​ກວ່າ​ນັ້ນ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ການ​ປະຕິບັດ​ຕາມ​ພຣະວິນຍານ ກໍ​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ​ໜໍ

Uka jalj uñjjattʼäta Copia luraña




2 ໂກຣິນໂທ 3:8
24 Jak'a apnaqawi uñst'ayäwi  

ເພາະ​ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ທາງ​ໂມເຊ, ສ່ວນ​ພຣະຄຸນ ແລະ ຄວາມຈິງ​ນັ້ນ​ໄດ້​ມາ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ.


ສິ່ງ​ທີ່​ພຣະອົງ​ກ່າວ​ນັ້ນ​ພຣະອົງ​ໝາຍເຖິງ​ພຣະວິນຍານ ເຊິ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ຕາມ​ພາຍຫລັງ. ໃນ​ເວລາ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ໃຫ້​ພຣະວິນຍານ​ເທື່ອ, ເນື່ອງຈາກ​ພຣະເຢຊູເຈົ້າ​ຍັງ​ບໍ່​ໄດ້​ຮັບ​ສະຫງ່າລາສີ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກເຈົ້າ​ເອງ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ສະຖິດ​ຢູ່​ພາຍໃນ​ພວກເຈົ້າ?


ເພາະ​ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ຕ່າງ​ຈາກ​ທີ່​ພວກເຮົາ​ໄດ້​ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ໄວ້ ຫລື ວ່າ​ຖ້າ​ພວກເຈົ້າ​ຮັບ​ວິນຍານ​ອື່ນ​ແຕກຕ່າງ​ຈາກ​ພຣະວິນຍານ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ ຫລື ວ່າ​ຂ່າວປະເສີດ​ອື່ນ​ແຕກຕ່າງ​ຈາກ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ, ພວກເຈົ້າ​ກໍ​ທົນ​ຮັບ​ສິ່ງ​ເຫລົ່ານັ້ນ​ໄດ້​ງ່າຍດາຍ​ແທ້​ນໍ.


ບັດນີ້ ອົງພຣະຜູ້ເປັນເຈົ້າ​ເປັນ​ພຣະວິນຍານ ແລະ ທີ່​ໃດ​ມີ​ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ, ທີ່​ນັ້ນ​ກໍ​ມີ​ເສລີພາບ.


ພຣະອົງ​ໃຫ້​ພວກເຮົາ​ມີ​ຄວາມສາມາດ​ເປັນ​ຜູ້ຮັບໃຊ້​ແຫ່ງ​ພັນທະສັນຍາ​ໃໝ່ ບໍ່​ແມ່ນ​ດ້ວຍ​ຕົວອັກສອນ ແຕ່​ດ້ວຍ​ພຣະວິນຍານ; ເພາະ​ຕົວອັກສອນ​ເຮັດ​ໃຫ້​ຕາຍ, ແຕ່​ພຣະວິນຍານ​ໃຫ້ຊີວິດ.


ບັດນີ້​ຖ້າ​ພັນທະກິດ​ທີ່​ນຳ​ຄວາມຕາຍ​ມາ ເຊິ່ງ​ໄດ້​ຈາລຶກ​ເປັນ​ຕົວອັກສອນ​ໃສ່​ເທິງ​ແຜ່ນຫີນ ກໍ​ຍັງ​ມາ​ດ້ວຍ​ສະຫງ່າລາສີ, ດັ່ງນັ້ນ ເຖິງ​ແມ່ນ​ວ່າ​ສະຫງ່າລາສີ​ນີ້​ຈະ​ຈາງຫາຍ​ໄປ, ແຕ່​ປະຊາຊົນ​ອິດສະຣາເອນ​ກໍ​ບໍ່​ກ້າ​ເບິ່ງ​ໜ້າ​ໂມເຊ​ເພາະ​ສະຫງ່າລາສີ​ນັ້ນ,


ຖ້າ​ພັນທະກິດ​ທີ່​ຕັດສິນໂທດ​ຍັງ​ມີ​ສະຫງ່າລາສີ​ຢູ່, ແລ້ວ​ພັນທະກິດ​ທີ່​ນຳ​ຄວາມຊອບທຳ​ມາ​ຈະ​ມີ​ສະຫງ່າລາສີ​ຍິ່ງ​ກວ່າ​ນັ້ນ​ເທົ່າໃດ!


ພຣະອົງ​ໄດ້​ໄຖ່​ພວກເຮົາ​ເພື່ອ​ວ່າ​ພອນ​ທີ່​ໄດ້​ໃຫ້​ແກ່​ອັບຣາຮາມ​ນັ້ນ ຈະ​ມາ​ເຖິງ​ຄົນຕ່າງຊາດ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ເພື່ອ​ວ່າ​ໂດຍ​ທາງ​ຄວາມເຊື່ອ ພວກເຮົາ​ຈະ​ໄດ້ຮັບ​ພຣະວິນຍານ​ຕາມ​ສັນຍາ.


ແຕ່​ໂດຍ​ຄວາມເຊື່ອ​ພວກເຮົາ​ຈົດຈໍ່​ຄອຍຖ້າ​ທີ່​ຈະ​ໄດ້​ຮັບ​ຄວາມຊອບທຳ​ຜ່ານ​ທາງ​ພຣະວິນຍານ​ຕາມ​ທີ່​ພວກເຮົາ​ໄດ້​ຫວັງ​ໄວ້.


ເພາະ​ໂດຍ​ທາງ​ພຣະອົງ​ພວກເຮົາ​ທັງສອງ​ຈຶ່ງ​ໄດ້​ເຂົ້າ​ເຖິງ​ພຣະບິດາເຈົ້າ​ໂດຍ​ພຣະວິນຍານ​ອົງ​ດຽວກັນ.


ແຕ່​ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ, ພີ່ນ້ອງ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຮັກ​ເອີຍ, ເພາະ​ພຣະເຈົ້າ​ເລືອກ​ພວກເຈົ້າ​ໃນ​ຖານະ​ຜົນ​ທຳອິດ​ຂອງ​ພຣະອົງ​ເພື່ອ​ຮັບ​ຄວາມພົ້ນ ໂດຍ​ການ​ຊຳລະ​ໃຫ້​ບໍລິສຸດ​ຈາກ​ພຣະວິນຍານ ແລະ ໂດຍ​ການ​ເຊື່ອ​ໃນ​ຄວາມຈິງ.


ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka