Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 3:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ບໍ່ແມ່ນ​ວ່າ​ພວກເຮົາ​ມີ​ຄວາມສາມາດ​ໃນ​ພວກເຮົາເອງ​ທີ່​ຈະ​ຮຽກຮ້ອງ​ສິ່ງໃດ​ສຳລັບ​ພວກເຮົາເອງ, ແຕ່​ຄວາມສາມາດ​ຂອງ​ພວກເຮົາ​ມາ​ຈາກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ທີ່​ຈິງ​ແລ້ວ ພວກເຮົາ​ບໍ່ໄດ້​ຖື​ສິ່ງໃດ​ວ່າ​ເກີດ​ມາ​ຈາກ​ຄວາມ​ສາມາດ​ຂອງ​ພວກເຮົາ​ເອງ, ແຕ່​ຄວາມ​ສາມາດ​ທີ່​ພວກເຮົາ​ມີ​ນັ້ນ ແມ່ນ​ມາ​ຈາກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 3:5
19 Jak'a apnaqawi uñst'ayäwi  

ເພາະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ຖ້ອຍຄຳ ແລະ ສະຕິປັນຍາ​ທີ່​ບັນດາ​ຜູ້​ທີ່​ເປັນ​ສັດຕູ​ຂອງ​ພວກເຈົ້າ​ບໍ່​ສາມາດ​ຕໍ່ຕ້ານ ຫລື ໂຕ້ແຍ້ງ​ໄດ້.


ເຮົາ​ຈະ​ສົ່ງ​ສິ່ງ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້​ສັນຍາ​ໄວ້​ມາ​ໃຫ້​ພວກເຈົ້າ, ແຕ່​ຈົ່ງ​ຢູ່​ໃນ​ເມືອງ​ນີ້​ຈົນ​ກວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ລິດອຳນາດ​ທີ່​ມາ​ຈາກ​ເບື້ອງເທິງ”.


“ເຮົາ​ເປັນ​ເຄືອອະງຸ່ນ ພວກເຈົ້າ​ເປັນ​ກິ່ງ. ຖ້າ​ຜູ້ໃດ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ຜູ້​ນັ້ນ, ຜູ້​ນັ້ນ​ແຫລະ​ຈະ​ເກີດຜົນ​ຫລາຍ ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.


ເຮົາ​ບໍ່​ກ້າ​ຈະ​ກ່າວ​ເຖິງ​ສິ່ງ​ໃດ​ນອກຈາກ​ສິ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ກະທຳ​ຜ່ານທາງ​ເຮົາ ໃນ​ການ​ນຳ​ຄົນຕ່າງຊາດ​ມາ​ເຊື່ອຟັງ​ພຣະເຈົ້າ​ດ້ວຍ​ສິ່ງ​ທີ່​ເຮົາ​ໄດ້​ເວົ້າ ແລະ ໄດ້​ເຮັດ


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ ພຣະຄຸນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ​ນັ້ນ​ກໍ​ບໍ່​ໄດ້​ໄຮ້ປະໂຫຍດ. ບໍ່​ດອກ, ເຮົາ​ໄດ້​ເຮັດວຽກ​ໜັກ​ກວ່າ​ພວກເຂົາ​ທຸກຄົນ, ແຕ່​ບໍ່ແມ່ນ​ເຮົາ​ເອງ​ທີ່​ເຮັດ, ຫາກ​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ.


ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກຖານ​ເໝືອນ​ດັ່ງ​ນາຍຊ່າງ​ທີ່​ສະຫລາດ ແລະ ຄົນ​ອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ. ແຕ່ວ່າ​ແຕ່ລະຄົນ​ຄວນ​ກໍ່​ຂຶ້ນ​ດ້ວຍ​ຄວາມ​ລະວັງ.


ເຮົາ​ເປັນ​ຜູ້​ປູກ​ເມັດພືດ, ອາໂປໂລ​ເປັນ​ຜູ້​ຫົດນ້ຳ​ເມັດພືດ​ນັ້ນ, ແຕ່​ພຣະເຈົ້າ​ເຮັດ​ໃຫ້​ເມັດພືດ​ນັ້ນ​ເຕີບໃຫຍ່​ຂຶ້ນ.


ແຕ່​ພຣະອົງ​ກ່າວ​ກັບ​ເຮົາ​ວ່າ, “ພຣະຄຸນ​ຂອງ​ເຮົາ​ກໍ​ພຽງພໍ​ແລ້ວ​ສຳລັບ​ເຈົ້າ, ເພາະ​ວ່າ​ລິດອຳນາດ​ຂອງ​ເຮົາ​ຈະ​ໄດ້​ປາກົດ​ໃນ​ຄວາມອ່ອນແອ​ຢ່າງ​ເຕັມທີ່”. ເຫດສະນັ້ນ ເຮົາ​ຈຶ່ງ​ຈະ​ອວດ​ຄວາມອ່ອນແອ​ທັງໝົດ​ຂອງ​ເຮົາ​ດ້ວຍ​ຄວາມຍິນດີ, ເພື່ອ​ລິດອຳນາດ​ຂອງ​ພຣະຄຣິດເຈົ້າ​ຈະ​ໄດ້​ຢູ່​ກັບ​ເຮົາ.


ເປັນ​ກິ່ນ​ແຫ່ງ​ຄວາມຕາຍ​ສຳລັບ​ຄົນ​ພວກໜຶ່ງ ແລະ ເປັນ​ກິ່ນຫອມ​ທີ່​ນຳ​ຊີວິດ​ສຳລັບ​ຄົນ​ອີກ​ພວກໜຶ່ງ. ແລະ ແມ່ນ​ຜູ້ໃດ​ນໍ​ທີ່​ສົມຄວນ​ກັບ​ງານ​ນີ້?


ແຕ່​ພວກເຮົາ​ມີ​ຂອງ​ລ້ຳຄ່າ​ນີ້​ໃນ​ພາຊະນະ​ດິນ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ລິດອຳນາດ​ອັນ​ເໜືອກວ່າ​ສິ່ງ​ທັງປວງ​ນີ້​ມາ​ຈາກ​ພຣະເຈົ້າ ບໍ່​ແມ່ນ​ມາ​ຈາກ​ພວກເຮົາ.


ເພາະວ່າ​ແມ່ນ​ພຣະເຈົ້າ​ເປັນ​ຜູ້​ກະທຳການ​ຢູ່​ພາຍໃນ​ພວກເຈົ້າ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງໃຈ ແລະ ການກະທຳ​ເພື່ອ​ໃຫ້​ບັນລຸ​ຈຸດປະສົງ​ອັນ​ດີ​ຂອງ​ພຣະອົງ.


ເຮົາ​ສາມາດ​ເຮັດ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ໃຫ້​ກຳລັງ​ແກ່​ເຮົາ.


ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ກ່າວ​ຕໍ່ໜ້າ​ພະຍານ​ຫລາຍຄົນ​ນັ້ນ ຈົ່ງ​ມອບໝາຍ​ໃຫ້​ແກ່​ຜູ້​ທີ່​ເຊື່ອຖືໄດ້ ຜູ້​ທີ່​ມີ​ຄຸນສົມບັດ​ເໝາະສົມ​ທີ່​ຈະ​ສອນ​ຜູ້​ອື່ນ​ດ້ວຍ.


ຂອງປະທານ​ທຸກຢ່າງ​ທີ່​ດີ ແລະ ລ້ຳເລີດ​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ເບື້ອງເທິງ, ລົງ​ມາ​ຈາກ​ພຣະບິດາ​ແຫ່ງ​ດວງສະຫວ່າງ​ທັງຫລາຍ​ໃນ​ສະຫວັນ ຜູ້​ບໍ່​ປ່ຽນແປງ​ເໝືອນດັ່ງ​ເງົາ​ທີ່​ເຄື່ອນຍ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka