Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 3:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ພວກເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ພວກເຈົ້າ​ເອງ​ເປັນ​ຈົດໝາຍ​ທີ່​ມາ​ຈາກ​ພຣະຄຣິດເຈົ້າ, ເປັນ​ຜົນ​ທີ່​ມາ​ຈາກ​ພັນທະກິດ​ຂອງ​ພວກເຮົາ, ເຊິ່ງ​ບໍ່​ໄດ້​ຂຽນ​ດ້ວຍ​ນ້ຳມຶກ ແຕ່​ຂຽນ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ບໍ່​ໄດ້​ຂຽນ​ໃສ່​ເທິງ​ແຜ່ນຫີນ ແຕ່​ຂຽນ​ໃສ່​ໃນ​ຫົວໃຈ​ຂອງ​ມະນຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ແລະ​ເປັນ​ທີ່​ຈະແຈ້ງ​ແລ້ວ​ວ່າ ພວກເຈົ້າ​ເປັນ​ຕົວໜັງສື​ທີ່​ມາ​ຈາກ​ພຣະຄຣິດ ທີ່​ພວກເຮົາ​ເປັນ​ຜູ້​ຂຽນ ຊຶ່ງ​ບໍ່ໄດ້​ຂຽນ​ດ້ວຍ​ນໍ້າມຶກ ແຕ່​ຂຽນ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ແລະ​ບໍ່ໄດ້​ຂຽນ​ໃສ່​ແຜ່ນຫີນ ແຕ່​ຂຽນ​ໃສ່​ຫົວໃຈ​ຂອງ​ມະນຸດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 3:3
35 Jak'a apnaqawi uñst'ayäwi  

ຊີໂມນ​ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່”.


ອາໂປໂລ​ແມ່ນ​ຜູ້ໃດ? ແລະ ໂປໂລ​ແມ່ນ​ຜູ້ໃດ? ກໍ​ເປັນພຽງ​ຜູ້ຮັບໃຊ້​ເທົ່ານັ້ນ, ຄື​ຜູ້​ທີ່​ນຳ​ພວກເຈົ້າ​ມາ​ເຊື່ອ ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໜ້າທີ່​ໃຫ້​ແຕ່ລະຄົນ.


ພຣະອົງ​ໃຫ້​ພວກເຮົາ​ມີ​ຄວາມສາມາດ​ເປັນ​ຜູ້ຮັບໃຊ້​ແຫ່ງ​ພັນທະສັນຍາ​ໃໝ່ ບໍ່​ແມ່ນ​ດ້ວຍ​ຕົວອັກສອນ ແຕ່​ດ້ວຍ​ພຣະວິນຍານ; ເພາະ​ຕົວອັກສອນ​ເຮັດ​ໃຫ້​ຕາຍ, ແຕ່​ພຣະວິນຍານ​ໃຫ້ຊີວິດ.


ບັດນີ້​ຖ້າ​ພັນທະກິດ​ທີ່​ນຳ​ຄວາມຕາຍ​ມາ ເຊິ່ງ​ໄດ້​ຈາລຶກ​ເປັນ​ຕົວອັກສອນ​ໃສ່​ເທິງ​ແຜ່ນຫີນ ກໍ​ຍັງ​ມາ​ດ້ວຍ​ສະຫງ່າລາສີ, ດັ່ງນັ້ນ ເຖິງ​ແມ່ນ​ວ່າ​ສະຫງ່າລາສີ​ນີ້​ຈະ​ຈາງຫາຍ​ໄປ, ແຕ່​ປະຊາຊົນ​ອິດສະຣາເອນ​ກໍ​ບໍ່​ກ້າ​ເບິ່ງ​ໜ້າ​ໂມເຊ​ເພາະ​ສະຫງ່າລາສີ​ນັ້ນ,


ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.


ເພາະ​ພວກເຂົາ​ເອງ​ໄດ້​ເວົ້າ​ເຖິງ​ພວກເຈົ້າ​ວ່າ​ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງໃດ. ພວກເຂົາ​ຍັງ​ບອກ​ອີກ​ວ່າ​ພວກເຈົ້າ​ໄດ້​ຫັນໜີ​ຈາກ​ຮູບເຄົາລົບ​ມາ​ຫາ​ພຣະເຈົ້າ ເພື່ອ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ຜູ້​ມີຊີວິດ​ຢູ່,


ອົງ​ພຣະຜູ້ເປັນເຈົ້າ​ກ່າວ​ວ່າ, “ນີ້​ຄື​ພັນທະສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ ຫລັງຈາກ​ສະໄໝ​ນັ້ນ. ເຮົາ​ຈະ​ໃສ່​ກົດບັນຍັດ​ຂອງ​ເຮົາ​ໄວ້​ໃນ​ຫົວໃຈ​ຂອງ​ພວກເຂົາ, ແລະ ເຮົາ​ຈະ​ຈາລຶກ​ກົດບັນຍັດ​ນັ້ນ​ເທິງ​ຈິດໃຈ​ຂອງ​ພວກເຂົາ”.


ນີ້​ຄື​ພັນທະສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ຂອງ​ອິດສະຣາເອນ ຫລັງຈາກ​ສະໄໝ​ນັ້ນ, ອົງພຣະຜູ້ເປັນເຈົ້າ​ກ່າວ​ດັ່ງນີ້. ເຮົາ​ຈະ​ໃສ່​ກົດບັນຍັດ​ຂອງ​ເຮົາ​ໄວ້​ໃນ​ຈິດໃຈ​ຂອງ​ພວກເຂົາ ແລະ ຈາລຶກ​ກົດບັນຍັດ​ນັ້ນ​ເທິງ​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.


ແລ້ວ​ຫລາຍກວ່ານັ້ນ​ຈັກ​ເທົ່າໃດ, ໂລຫິດ​ຂອງ​ພຣະຄຣິດເຈົ້າ​ຜູ້​ໄດ້​ຖວາຍ​ພຣະອົງ​ເອງ​ຢ່າງ​ບໍ່ມີຕຳໜິ​ແກ່​ພຣະເຈົ້າ ໂດຍ​ທາງ​ພຣະວິນຍານ​ຕະຫລອດໄປ​ເປັນນິດ ກໍ​ຈະ​ຊຳລະ​ຈິດສຳນຶກ​ຂອງ​ພວກເຮົາ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບໃຊ້​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່!


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ຖື​ດາວ​ທັງ​ເຈັດ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ຍ່າງ​ຢູ່​ທ່າມກາງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ນັ້ນ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເປຄາໂມ​ວ່າ: ພຣະອົງ​ຜູ້​ຖື​ດາບ​ສອງ​ຄົມ​ກ່າວ​ວ່າ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນດັ່ງ​ໄຟ​ລຸກໄໝ້ ແລະ ຜູ້​ທີ່​ມີ​ຕີນ​ເໝືອນດັ່ງ​ທອງສຳລິດ​ທີ່​ຂັດເງົາ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊະມີນາ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ຜູ້​ທີ່​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ຄືນມາ​ອີກ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ຖື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ ດາວ​ທັງ​ເຈັດ​ດວງ. ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ເຈົ້າ​ມີ​ຊື່ສຽງ​ໃນ​ການ​ມີຊີວິດ​ຢູ່ ແຕ່​ເຈົ້າ​ໄດ້​ຕາຍ​ແລ້ວ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ເປັນ​ອາແມນ, ເປັນ​ພະຍານ​ທີ່​ສັດຊື່ ແລະ ເປັນ​ຄວາມ​ຈິງ, ເປັນ​ຜູ້​ປົກຄອງ​ສິ່ງ​ທີ່​ພຣະເຈົ້າ​ສ້າງ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ”.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ບໍລິສຸດ ແລະ ເປັນ​ຄວາມ​ຈິງ, ຜູ້​ຖື​ກະແຈ​ຂອງ​ດາວິດ. ສິ່ງ​ທີ່​ພຣະອົງ​ເປີດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້ ແລະ ສິ່ງ​ທີ່​ພຣະອົງ​ປິດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ເປີດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka