Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 3:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ພວກເຈົ້າເອງ​ເປັນ​ຈົດໝາຍ​ຂອງ​ພວກເຮົາ, ທີ່​ໄດ້​ຂຽນ​ໄວ້​ໃສ່​ຫົວໃຈ​ຂອງ​ພວກເຮົາ, ເພື່ອ​ໃຫ້​ທຸກຄົນ​ໄດ້​ຮູ້ ແລະ ໄດ້​ອ່ານ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ແມ່ນ​ພວກເຈົ້າ​ເອງ​ທີ່​ເປັນ​ໜັງສື​ແນະນຳ​ຕົວ​ສຳລັບ​ພວກເຮົາ ຊຶ່ງ​ຈາລຶກ​ໄວ້​ໃສ່​ຫົວໃຈ​ຂອງ​ພວກເຮົາ​ໃຫ້​ທຸກຄົນ​ໄດ້​ຮູ້​ແລະ​ໄດ້​ອ່ານ

Uka jalj uñjjattʼäta Copia luraña




2 ໂກຣິນໂທ 3:2
9 Jak'a apnaqawi uñst'ayäwi  

ກ່ອນອື່ນ ເຮົາ​ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເຮົາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ເພື່ອ​ພວກເຈົ້າ​ທຸກຄົນ, ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ກຳລັງ​ຖືກ​ກ່າວ​ໄປ​ທົ່ວ​ໂລກ.


ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກຖານ​ເໝືອນ​ດັ່ງ​ນາຍຊ່າງ​ທີ່​ສະຫລາດ ແລະ ຄົນ​ອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ. ແຕ່ວ່າ​ແຕ່ລະຄົນ​ຄວນ​ກໍ່​ຂຶ້ນ​ດ້ວຍ​ຄວາມ​ລະວັງ.


ເພາະ​ເຫດໃດ? ເພາະ​ເຮົາ​ບໍ່​ຮັກ​ພວກເຈົ້າ​ບໍ? ພຣະເຈົ້າ​ຮູ້​ວ່າ​ເຮົາ​ຮັກ​ພວກເຈົ້າ!


ດັ່ງນັ້ນ ເຮົາ​ກໍ​ຍິນດີ​ຫລາຍ​ທີ່​ຈະ​ໃຊ້​ທຸກສິ່ງ​ທີ່​ເຮົາ​ມີ ແລະ ທຸ້ມເທ​ເຮົາ​ເອງ​ເພື່ອ​ພວກເຈົ້າ​ດ້ວຍ. ຖ້າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ ພວກເຈົ້າ​ຈະ​ຮັກ​ເຮົາ​ໜ້ອຍ​ລົງ​ບໍ?


ພວກເຮົາ​ກຳລັງ​ຈະ​ຍົກຍ້ອງ​ຕົນເອງ​ອີກ​ບໍ? ຫລື ໃຫ້​ພວກເຮົາ​ເຮັດ​ຈົດໝາຍ​ແນະນຳ​ຕົວ​ມາ​ໃຫ້​ພວກເຈົ້າ​ເໝືອນ​ດັ່ງ​ບາງຄົນ​ບໍ, ຫລື ເຮົາ​ຕ້ອງການ​ຈົດໝາຍ​ແນະນຳ​ຕົວ​ຈາກ​ພວກເຈົ້າ​ບໍ?


ເຮົາ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພື່ອ​ກ່າວໂທດ​ພວກເຈົ້າ; ເຮົາ​ເຄີຍ​ເວົ້າ​ໄວ້​ກ່ອນ​ແລ້ວ​ວ່າ​ພວກເຈົ້າ​ທັງຫລາຍ​ຢູ່​ໃນ​ໃຈ​ຂອງ​ພວກເຮົາ ເຖິງ​ຂະໜາດ​ວ່າ​ພວກເຮົາ​ຈະ​ຮ່ວມເປັນ​ຮ່ວມຕາຍ​ກັບ​ພວກເຈົ້າ​ດ້ວຍ.


ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.


ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ດັງ​ອອກຈາກ​ພວກເຈົ້າ​ໄປ ບໍ່​ແມ່ນ​ແຕ່​ຢູ່​ໃນ​ແຂວງ​ມາເກໂດເນຍ ແລະ ໃນ​ແຂວງ​ອະຂາຢາ​ເທົ່ານັ້ນ ຄວາມເຊື່ອ​ໃນ​ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ໄດ້​ກາຍເປັນ​ທີ່​ຮູ້ຈັກ​ໄປ​ທົ່ວ​ທຸກຫົນທຸກແຫ່ງ. ເຫດສະນັ້ນ ພວກເຮົາ​ຈຶ່ງ​ບໍ່​ຈໍາເປັນ​ຕ້ອງ​ເວົ້າ​ຫຍັງ​ກ່ຽວ​ກັບ​ເລື່ອງ​ນີ້​ອີກ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka