Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 3:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ແລະ ພວກເຮົາ​ທຸກຄົນ ຜູ້​ບໍ່​ມີ​ຜ້າປົກໜ້າ​ກໍ​ຄຳນຶງ​ເຖິງ​ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ກຳລັງ​ໄດ້​ຮັບ​ການປ່ຽນແປງ​ໃຫ້​ມີ​ລັກສະນະ​ເໝືອນ​ພຣະອົງ​ດ້ວຍ​ສະຫງ່າລາສີ​ທີ່​ເພີ່ມ​ທະວີ​ຂຶ້ນ ຄື​ສະຫງ່າລາສີ​ທີ່​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ​ຜູ້​ເປັນ​ພຣະວິນຍານ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ແຕ່​ເຮົາ​ທັງຫລາຍ​ບໍ່ມີ​ຜ້າປົກ​ໜ້າ​ແລ້ວ ຕົວ​ພວກເຮົາ​ຈຶ່ງ​ສະທ້ອນ​ແສງ​ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະ​ສະຫງ່າຣາສີ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຊຶ່ງ​ເປັນ​ພຣະວິນຍານ​ນັ້ນ ກໍ​ຊົງ​ເຮັດ​ໃຫ້​ເຮົາ​ທັງຫລາຍ​ປ່ຽນ​ມີ​ລັກສະນະ​ເໝືອນ​ພຣະອົງ ໂດຍ​ມີ​ສະຫງ່າຣາສີ​ເປັນ​ລຳດັບ​ຂຶ້ນ​ໄປ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 3:18
24 Jak'a apnaqawi uñst'ayäwi  

ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ເອຊາຢາ​ໄດ້​ກ່າວ​ຢ່າງ​ນີ້​ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຢຊູເຈົ້າ ແລະ ໄດ້​ກ່າວ​ເຖິງ​ພຣະອົງ.


ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນໜຶ່ງອັນດຽວກັນ​ຄື,


“ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ປາຖະໜາ​ໃຫ້​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ໄດ້​ຢູ່​ກັບ​ຂ້ານ້ອຍ​ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່ ແລະ ໃຫ້​ພວກເຂົາ​ເຫັນ​ສະຫງ່າລາສີ​ຂອງ​ຂ້ານ້ອຍ, ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ທີ່​ພຣະອົງ​ສ້າງ​ໂລກ.


ຢ່າ​ດຳເນີນຊີວິດ​ເໝືອນ​ຢ່າງ​ຄົນ​ໃນ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ພວກເຈົ້າ​ຈະ​ສາມາດ​ພິສູດ ແລະ ຢືນຢັນ​ໄດ້​ວ່າ​ສິ່ງໃດ​ຄື​ຄວາມ​ປະສົງ​ທີ່​ດີ, ເປັນ​ທີ່​ຍອມ​ຮັບ ແລະ ສົມບູນແບບ​ຂອງ​ພຣະເຈົ້າ.


ແຕ່​ຈົ່ງ​ປະດັບ​ກາຍ​ດ້ວຍ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າ​ຄິດ​ຈັດຫາ​ອັນໃດ​ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ທຳມະຊາດ​ບາບ.


ເພາະ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍ​ໄດ້​ກຳນົດ​ໄວ້​ກ່ອນ​ເພື່ອ​ໃຫ້​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ຈະ​ໄດ້​ເປັນ​ບຸດກົກ​ໃນ​ທ່າມກາງ​ພີ່ນ້ອງ​ຫລາຍຄົນ.


ເພື່ອ​ຂໍ້ກຳນົດ​ອັນ​ຊອບທຳ​ຂອງ​ກົດບັນຍັດ​ຈະ​ໄດ້​ສຳເລັດ​ຄົບຖ້ວນ​ໃນ​ພວກເຮົາ​ທັງຫລາຍ ຜູ້​ທີ່​ບໍ່​ດຳເນີນຊີວິດ​ຕາມ​ທຳມະຊາດ​ບາບ ແຕ່​ດຳເນີນຊີວິດ​ຕາມ​ພຣະວິນຍານບໍລິສຸດເຈົ້າ.


ຈິດໃຈ​ທີ່​ຖືກ​ຄວບຄຸມ​ໂດຍ​ເນື້ອໜັງ​ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ, ມັນ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ ມັນ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ກໍ​ບໍ່​ໄດ້.


ເພາະວ່າ​ເວລາ​ນີ້ ພວກເຮົາ​ເຫັນ​ແຕ່​ເງົາ​ສະທ້ອນ​ເໝືອນ​ເບິ່ງ​ໃນ​ແວ່ນ; ໃນ​ເວລາ​ນັ້ນ​ພວກເຮົາ​ຈະ​ເຫັນ​ກັນ​ໜ້າຕໍ່ໜ້າ. ໃນ​ເວລາ​ນີ້​ເຮົາ​ຮູ້ຈັກ​ພຽງ​ບາງສ່ວນ; ໃນ​ເວລາ​ນັ້ນ​ເຮົາ​ຈະ​ຮູ້ຈັກ​ທຸກສິ່ງ, ແຕ່​ເໝືອນດັ່ງ​ເຮົາ​ເປັນ​ທີ່​ຮູ້ຈັກ​ຢ່າງ​ສົມບູນ​ແລ້ວ.


ແລະ ເຊັ່ນດຽວ​ກັນ​ກັບ​ພວກເຮົາ​ເກີດ​ມາ​ມີ​ລັກສະນະ​ເໝືອນ​ກັບ​ຄົນ​ຝ່າຍ​ໂລກ​ຢ່າງໃດ ພວກເຮົາ​ກໍ​ຈະ​ມີ​ລັກສະນະ​ເໝືອນ​ກັບ​ຄົນ​ຈາກ​ສະຫວັນ​ຢ່າງນັ້ນ.


ບັດນີ້ ອົງພຣະຜູ້ເປັນເຈົ້າ​ເປັນ​ພຣະວິນຍານ ແລະ ທີ່​ໃດ​ມີ​ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ, ທີ່​ນັ້ນ​ກໍ​ມີ​ເສລີພາບ.


ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.


ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.


ເຫດສະນັ້ນ ຖ້າ​ຜູ້ໃດ​ຢູ່ໃນ​ພຣະຄຣິດເຈົ້າ ການ​ສ້າງ​ໃໝ່​ກໍ​ໄດ້​ມາເຖິງ​ແລ້ວ: ສິ່ງ​ເກົ່າ​ໄດ້​ລ່ວງພົ້ນ​ໄປ ສິ່ງ​ໃໝ່​ກໍ​ຢູ່​ທີ່ນີ້!


ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ກໍ​ບໍ່​ມີ​ຄວາມໝາຍ​ຫຍັງ; ສິ່ງ​ສຳຄັນ​ແມ່ນ​ການ​ສ້າງຂຶ້ນ​ໃໝ່.


ແລະ ສວມ​ສະພາບ​ມະນຸດ​ຄົນ​ໃໝ່ ເຊິ່ງ​ພຣະເຈົ້າ​ກຳລັງ​ສ້າງ​ຂຶ້ນ​ໃໝ່​ຕາມ​ແບບ​ລັກສະນະ​ຂອງ​ພຣະ​ຜູ້ສ້າງ​ເພື່ອ​ໃຫ້​ພວກເຈົ້າ​ຮູ້ຈັກ​ພຣະອົງ​ຫລາຍຂຶ້ນ.


ເຊິ່ງ​ສອດຄ່ອງ​ກັບ​ຂ່າວປະເສີດ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ, ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ນີ້.


ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ລອດພົ້ນ, ບໍ່​ແມ່ນ​ເພາະ​ຄວາມຊອບທຳ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຜ່ານທາງ​ການຊຳລະ​ແຫ່ງ​ການ​ບັງເກີດ​ໃໝ່ ແລະ ການ​ສ້າງ​ຂຶ້ນ​ໃໝ່​ໂດຍ​ພຣະວິນຍານບໍລິສຸດເຈົ້າ


ຜູ້ໃດ​ທີ່​ຟັງ​ພຣະຄຳ​ແຕ່​ບໍ່​ໄດ້​ປະຕິບັດ​ຕາມ, ຜູ້​ນັ້ນ​ກໍ​ເປັນ​ເໝືອນ​ຄົນ​ທີ່​ແຍງເບິ່ງ​ໜ້າ​ຂອງ​ຕົນເອງ​ໃນ​ແວ່ນ


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ບັດນີ້​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ​ແລ້ວ ແລະ ພວກເຮົາ​ຈະ​ເປັນ​ຢ່າງໃດ​ນັ້ນ​ພວກເຮົາ​ຍັງ​ບໍ່​ທັນ​ຖືກ​ສະແດງ​ໃຫ້​ຮູ້. ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະຄຣິດເຈົ້າ​ມາ​ປາກົດ, ພວກເຮົາ​ຈະ​ເປັນ​ເໝືອນ​ພຣະອົງ ເພາະ​ພວກເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka