Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 3:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເຫດສະນັ້ນ ເພາະ​ພວກເຮົາ​ມີ​ຄວາມຫວັງ​ຢ່າງນີ້, ພວກເຮົາ​ຈຶ່ງ​ມີ​ໃຈກ້າ​ຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ຄວາມຫວັງ​ຢ່າງ​ນີ້ ພວກເຮົາ​ກໍ​ມີ​ໃຈ​ກ້າ​ຫລາຍ​ຂຶ້ນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 3:12
21 Jak'a apnaqawi uñst'ayäwi  

ພວກ​ຢິວ​ທີ່​ຢູ່​ທີ່​ນັ້ນ​ໄດ້​ມາ​ຫຸ້ມ​ອ້ອມ​ພຣະອົງ ແລະ ເວົ້າ​ວ່າ, “ທ່ານ​ຈະ​ເຮັດ​ໃຫ້​ພວກເຮົາ​ຢູ່​ໃນ​ຄວາມສົງໄສ​ດົນ​ປານໃດ? ຖ້າ​ທ່ານ​ເປັນ​ພຣະຄຣິດເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ໃຫ້​ຮູ້​ຢ່າງ​ແຈ່ມແຈ້ງ​ສາ”.


“ເຖິງແມ່ນວ່າ​ເຮົາ​ໄດ້​ກ່າວ​ເປັນ​ຄຳປຽບທຽບ​ຕະຫລອດ​ມາ, ແຕ່​ອີກ​ບໍ່​ດົນ​ເຮົາ​ຈະ​ບໍ່​ໃຊ້​ພາສາ​ແບບ​ນີ້​ອີກ​ຕໍ່ໄປ ແຕ່​ເຮົາ​ຈະ​ບອກ​ພວກເຈົ້າ​ຢ່າງ​ຈະແຈ້ງ​ກ່ຽວກັບ​ເລື່ອງ​ພຣະບິດາເຈົ້າ​ຂອງ​ເຮົາ.


ແລ້ວ​ພວກສາວົກ​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ພຣະອົງ​ກ່າວ​ຢ່າງ​ຈະແຈ້ງ​ໂດຍ​ບໍ່​ມີ​ຄຳປຽບທຽບ.


ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ດົນນານ, ພວກເພິ່ນ​ໄດ້​ກ່າວ​ຢ່າງ​ກ້າຫານ​ເພື່ອ​ອົງພຣະຜູ້ເປັນເຈົ້າ, ຜູ້​ຢືນຢັນ​ຖ້ອຍຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ພວກເພິ່ນ​ສາມາດ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ.


ເມື່ອ​ພວກເຂົາ​ເຫັນ​ຄວາມກ້າຫານ​ຂອງ​ເປໂຕ ແລະ ໂຢຮັນ ແລະ ສັງເກດ​ວ່າ​ພວກເພິ່ນ​ເປັນ​ຄົນທຳມະດາ​ສາມັນ​ຂາດ​ການສຶກສາ, ພວກເຂົາ​ກໍ​ປະຫລາດໃຈ ແລະ ນຶກ​ຂຶ້ນ​ໄດ້​ວ່າ​ຄົນ​ເຫລົ່ານີ້​ເຄີຍ​ຢູ່​ກັບ​ພຣະເຢຊູເຈົ້າ.


ແຕ່​ບາຣະນາບາ​ໄດ້​ພາ​ເພິ່ນ​ໄປ​ພົບ​ບັນດາ​ອັກຄະສາວົກ. ບາຣະນາບາ​ໄດ້​ເລົ່າເລື່ອງ​ໃຫ້​ພວກເພິ່ນ​ຟັງ​ວ່າ​ໂຊໂລ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ໃນ​ກາງທາງ​ນັ້ນ​ຢ່າງໃດ ແລະ ພຣະອົງ​ໄດ້​ກ່າວ​ກັບ​ເພິ່ນ​ຢ່າງໃດ ແລະ ເພິ່ນ​ໄດ້​ເທດສະໜາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ທີ່​ເມືອງ​ດາມັສກັດ​ດ້ວຍ​ໃຈ​ກ້າຫານ​ຢ່າງໃດ​ດ້ວຍ.


ເພິ່ນ​ຍັງ​ໄດ້​ສົນທະນາ ແລະ ໂຕ້ຕອບ​ກັບ​ຊາວ​ຢິວ​ຜູ້​ທີ່​ເວົ້າ​ພາສາ​ກຣີກ, ແຕ່​ພວກເຂົາ​ພະຍາຍາມ​ຈະ​ຂ້າ​ເພິ່ນ.


ແຕ່​ຢູ່​ໃນ​ຄຣິສຕະຈັກ ເຮົາ​ຂໍ​ເວົ້າ​ຫ້າ​ຄຳ​ທີ່​ຄົນ​ຟັງ​ເຂົ້າໃຈ ເພື່ອ​ສັ່ງສອນ​ຄົນ​ອື່ນ​ຫລາຍ​ກວ່າ​ຈະ​ເວົ້າ​ໝື່ນ​ຄຳ​ເປັນ​ພາສາ​ແປກໆ.


ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!


ແລະ ຖ້າ​ສິ່ງ​ຊົ່ວຄາວ​ຍັງ​ມາ​ພ້ອມ​ສະຫງ່າລາສີ, ແລ້ວ​ສິ່ງ​ຍືນຍົງ​ຈະ​ມີ​ສະຫງ່າລາສີ​ຍິ່ງໃຫຍ່​ຫລາຍ​ກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ!


ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເຮົາ​ໄດ້​ເຊື່ອ ດ້ວຍເຫດນັ້ນ​ເຮົາ​ຈຶ່ງ​ໄດ້​ກ່າວ”. ເພາະວ່າ ພວກເຮົາ​ມີ​ພຣະວິນຍານ​ແຫ່ງ​ຄວາມເຊື່ອ​ອັນດຽວກັນ, ພວກເຮົາ​ກໍ​ເຊື່ອ​ຢ່າງນັ້ນ​ເໝືອນກັນ ແລະ ດ້ວຍເຫດນັ້ນ​ຈຶ່ງ​ກ່າວ​ອອກ​ມາ,


ເຮົາ​ໄດ້​ເວົ້າ​ກັບ​ພວກເຈົ້າ​ດ້ວຍ​ຄວາມ​ຈິງໃຈ​ຫລາຍ; ເຮົາ​ພູມໃຈ​ໃນ​ພວກເຈົ້າ​ຫລາຍ. ເຮົາ​ໄດ້​ຮັບ​ກຳລັງໃຈ​ຢ່າງ​ຫລວງຫລາຍ; ໃນ​ຄວາມຍາກລຳບາກ​ທັງໝົດ​ຂອງ​ພວກເຮົາ​ນັ້ນ ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ກໍ​ຮູ້​ວ່າ​ບໍ່​ມີ​ທີ່​ສິ້ນສຸດ.


ແລະ ເພາະ​ການ​ທີ່​ເຮົາ​ຖືກ​ລ່າມໂສ້​ນັ້ນ ເຮັດ​ໃຫ້​ພີ່ນ້ອງ​ສ່ວນຫລາຍ​ມີ​ຄວາມ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ທ້າທາຍ​ທຸກຄົນ​ໃຫ້​ປະກາດ​ຂ່າວປະເສີດ​ໂດຍ​ບໍ່​ໄດ້​ຢ້ານກົວ.


ເຮົາ​ຄາດໝາຍ ແລະ ຫວັງ​ຢ່າງ​ກະຕືລືລົ້ນ​ວ່າ​ເຮົາ​ຈະ​ບໍ່​ຖືກ​ອັບອາຍ​ໃນ​ທາງ​ໃດ​ເລີຍ, ແຕ່​ຈະ​ມີ​ຄວາມກ້າຫານ​ພຽງພໍ ເພື່ອວ່າ​ບັດນີ້ ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ກຽດ​ເພາະ​ຮ່າງກາຍ​ຂອງ​ເຮົາ​ເໝືອນດັ່ງ​ທີ່​ເຄີຍ​ໄດ້​ຮັບ​ມາ​ຕະຫລອດ, ບໍ່​ວ່າ​ໂດຍ​ການ​ມີ​ຊີວິດ​ຢູ່ ຫລື ໂດຍ​ຄວາມຕາຍ​ກໍ​ຕາມ.


ຈົ່ງ​ອະທິຖານ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ປະກາດ​ຂໍ້​ເລິກລັບ​ນັ້ນ​ຢ່າງ​ຈະແຈ້ງ​ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ.


ກ່ອນໜ້າ​ນີ້​ພວກເຮົາ​ໄດ້​ປະເຊີນ​ກັບ​ຄວາມທຸກທໍລະມານ ແລະ ຖືກ​ປະຕິບັດ​ຢ່າງ​ໂຫດຮ້າຍ​ໃນ​ເມືອງ​ຟີລິບປອຍ​ຕາມ​ທີ່​ພວກເຈົ້າ​ຮູ້, ແຕ່​ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ພວກເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ​ຂ່າວປະເສີດ​ຂອງ​ພຣະອົງ​ແກ່​ພວກເຈົ້າ​ເຖິງ​ແມ່ນ​ວ່າ​ຖືກ​ຕໍ່ຕ້ານ​ຢ່າງ​ໜັກ​ກໍຕາມ.


ບັນດາ​ຜູ້​ທີ່​ຮັບໃຊ້​ດີ​ກໍ​ໄດ້​ຮັບ​ກຽດ​ຫລາຍ ແລະ ມີ​ຄວາມຫມັ້ນໃຈ​ຢ່າງ​ຫລວງຫລາຍ​ໃນ​ຄວາມເຊື່ອ​ຂອງ​ຕົນ​ໃນ​ພຣະຄຣິດເຈົ້າເຢຊູ.


ເຫດສະນັ້ນ ເຖິງ​ແມ່ນ​ວ່າ​ໃນ​ພຣະຄຣິດເຈົ້າ​ເຮົາ​ອາດ​ຈະ​ກ້າ​ສັ່ງ​ໃຫ້​ເຈົ້າ​ເຮັດ​ສິ່ງ​ທີ່​ສົມຄວນ​ເຮັດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka