Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 3:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ພວກເຮົາ​ກຳລັງ​ຈະ​ຍົກຍ້ອງ​ຕົນເອງ​ອີກ​ບໍ? ຫລື ໃຫ້​ພວກເຮົາ​ເຮັດ​ຈົດໝາຍ​ແນະນຳ​ຕົວ​ມາ​ໃຫ້​ພວກເຈົ້າ​ເໝືອນ​ດັ່ງ​ບາງຄົນ​ບໍ, ຫລື ເຮົາ​ຕ້ອງການ​ຈົດໝາຍ​ແນະນຳ​ຕົວ​ຈາກ​ພວກເຈົ້າ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ພວກເຮົາ​ກຳລັງ​ຍ້ອງຍໍ​ພວກເຮົາ​ເອງ​ອີກ​ບໍ? ຫລື​ວ່າ​ພວກເຮົາ​ຕ້ອງການ​ໜັງສື​ແນະນຳ​ຕົວ​ມາ​ໃຫ້​ພວກເຈົ້າ​ເໝືອນ​ຢ່າງ​ບາງຄົນ​ບໍ? ຫລື​ເຮົາ​ຕ້ອງການ​ໜັງສື​ແນະນຳ​ຕົວ​ຈາກ​ພວກເຈົ້າ​ບໍ?

Uka jalj uñjjattʼäta Copia luraña




2 ໂກຣິນໂທ 3:1
13 Jak'a apnaqawi uñst'ayäwi  

ເມື່ອ​ອາໂປໂລ​ຕ້ອງການ​ຈະ​ໄປ​ທີ່​ແຂວງ​ອະຂາຢາ, ພວກ​ພີ່ນ້ອງ​ກໍ​ໄດ້​ໜູນໃຈ​ລາວ ແລະ ໄດ້​ຂຽນ​ຈົດໝາຍ​ຝາກ​ເຖິງ​ພວກສາວົກ​ທີ່​ນັ້ນ​ໃຫ້​ຕ້ອນຮັບ​ລາວ. ເມື່ອ​ລາວ​ມາ​ຮອດ​ແລ້ວ, ລາວ​ກໍ​ໄດ້​ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ຫລວງຫລາຍ.


ເຮົາ​ຂໍ​ຝາກ​ນ້ອງສາວ​ຂອງ​ເຮົາ ຄື​ນາງ​ຟອຍເບ ເຊິ່ງ​ເປັນ​ຜູ້ດູແລ​ຂອງ​ຄຣິສຕະຈັກ​ໃນ​ເມືອງ​ເກັນເຂໄອ.


ເໝືອນ​ດັ່ງ​ເຮົາ​ທີ່​ພະຍາຍາມ​ຈະ​ເຮັດ​ໃຫ້​ທຸກຄົນ​ພໍໃຈ​ໃນ​ທຸກ​ດ້ານ. ເພາະວ່າ​ເຮົາ​ບໍ່​ໄດ້​ສະແຫວງຫາ​ຜົນປະໂຫຍດ​ຂອງ​ເຮົາເອງ ແຕ່​ເປັນ​ຜົນປະໂຫຍດ​ຂອງ​ຄົນ​ທັງຫລາຍ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ພົ້ນ.


ແລ້ວ​ເມື່ອ​ເຮົາ​ມາເຖິງ ເຮົາ​ກໍ​ຈະ​ມອບ​ຈົດໝາຍ​ແນະນຳ​ຕົວ​ໃຫ້​ແກ່​ບັນດາ​ຜູ້ຊາຍ​ທີ່​ພວກເຈົ້າ​ເຫັນ​ສົມຄວນ ແລະ ສົ່ງ​ພວກເຂົາ​ໄປ​ຍັງ​ເຢຣູຊາເລັມ​ພ້ອມ​ກັບ​ເງິນຖວາຍ​ຂອງ​ພວກເຈົ້າ.


ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກຖານ​ເໝືອນ​ດັ່ງ​ນາຍຊ່າງ​ທີ່​ສະຫລາດ ແລະ ຄົນ​ອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ. ແຕ່ວ່າ​ແຕ່ລະຄົນ​ຄວນ​ກໍ່​ຂຶ້ນ​ດ້ວຍ​ຄວາມ​ລະວັງ.


ເຖິງແມ່ນວ່າ ໃນ​ພຣະຄຣິດເຈົ້າ​ພວກເຈົ້າ​ມີ​ຜູ້ປ້ອງກັນຮັກສາ​ເປັນ​ສິບພັນ​ຄົນ​ກໍຕາມ, ພວກເຈົ້າ​ກໍ​ບໍ່​ມີ​ພໍ່​ຫລາຍ​ຄົນ, ເພາະ​ໃນ​ພຣະເຢຊູຄຣິດເຈົ້າ ເຮົາ​ໄດ້​ກາຍເປັນ​ພໍ່​ຂອງ​ພວກເຈົ້າ​ໂດຍ​ທາງ​ຂ່າວປະເສີດ.


ພວກເຮົາ​ບໍ່​ກ້າ​ຈັດ​ອັນດັບ ຫລື ປຽບທຽບ​ພວກເຮົາ​ເອງ​ກັບ​ຄົນ​ທີ່​ຍົກຍ້ອງ​ຕົນເອງ. ເມື່ອ​ພວກເຂົາ​ວັດແທກ​ພວກເຂົາເອງ​ໂດຍ​ພວກເຂົາ​ເອງ ແລະ ປຽບທຽບ​ກັນ​ເອງ, ພວກເຂົາ​ກໍ​ບໍ່​ສະຫລາດ.


ເພາະ​ບໍ່​ແມ່ນ​ຜູ້ທີ່​ຍົກຍ້ອງ​ຕົນ​ເອງ​ທີ່​ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ຮັບຮອງ, ແຕ່​ແມ່ນ​ຜູ້​ທີ່​ອົງພຣະຜູ້ເປັນເຈົ້າ​ຍົກຍ້ອງ.


ດັ່ງນັ້ນ ເຖິງ​ແມ່ນ​ວ່າ​ເຮົາ​ອວດອ້າງ​ຫລາຍ​ເກີນ​ໄປ​ກ່ຽວກັບ​ສິດອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ພວກເຮົາ ເພື່ອ​ເສີມສ້າງ​ພວກເຈົ້າ​ຂຶ້ນ​ແທນທີ່​ຈະ​ດຶງ​ພວກເຈົ້າ​ລົງ​ນັ້ນ, ເຮົາ​ກໍ​ຈະ​ບໍ່​ໄດ້​ລະອາຍ​ໃນ​ເລື່ອງ​ນັ້ນ.


ເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ຄົນໂງ່​ແລ້ວ, ແຕ່​ພວກເຈົ້າ​ກໍ​ເປັນ​ຜູ້​ກົດດັນ​ໃຫ້​ເຮົາ​ເປັນ​ຢ່າງນີ້. ພວກເຈົ້າ​ທັງຫລາຍ​ສົມຄວນ​ຈະ​ຍົກຍ້ອງ​ເຮົາ ເພາະ​ເຖິງແມ່ນ​ວ່າ​ເຮົາ​ຈະ​ບໍ່​ມີ​ສິ່ງໃດ​ດີເດັ່ນ ແຕ່​ເຮົາ​ກໍ​ບໍ່​ໄດ້​ຕໍ່າຕ້ອຍ​ໄປ​ກວ່າ “ບັນດາ​ອັກຄະສາວົກ​ຊັ້ນສູງ”.


ພວກເຈົ້າ​ຄິດ​ມາ​ຕະຫລອດ​ວ່າ​ພວກເຮົາ​ກຳລັງ​ປົກປ້ອງ​ພວກເຮົາ​ເອງ​ຕໍ່​ພວກເຈົ້າ​ແມ່ນ​ບໍ? ພວກເຮົາ​ເວົ້າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢ່າງ​ຄົນ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າ, ເພື່ອນ​ທີ່​ຮັກ, ທຸກສິ່ງ​ທີ່​ພວກເຮົາ​ເຮັດ​ກໍ​ເຮັດ​ເພື່ອ​ເສີມກຳລັງ​ຂອງ​ພວກເຈົ້າ.


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ພວກເຮົາ​ບໍ່​ໄດ້​ພະຍາຍາມ​ຍົກຍ້ອງ​ຕົນເອງ​ຕໍ່​ພວກເຈົ້າ​ອີກ, ແຕ່​ກຳລັງ​ໃຫ້​ໂອກາດ​ພວກເຈົ້າ​ພູມໃຈ​ໃນ​ພວກເຮົາ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຕອບ​ບັນດາ​ຜູ້​ທີ່​ພູມໃຈ​ໃນ​ສິ່ງ​ທີ່​ເບິ່ງເຫັນ ແທນທີ່​ຈະ​ພູມໃຈ​ໃນ​ສິ່ງ​ທີ່​ຢູ່​ໃນ​ໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka