Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 2:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ມາ​ດ້ວຍ​ຄວາມໂສກເສົ້າ​ຢ່າງ​ໜັກ ດ້ວຍ​ຄວາມເຈັບປວດ​ຫົວໃຈ ແລະ ດ້ວຍ​ນ້ຳຕາ, ບໍ່​ແມ່ນ​ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ໂສກເສົ້າ ແຕ່​ເພື່ອ​ໃຫ້​ພວກເຈົ້າ​ຮູ້​ຄວາມຮັກ​ອັນ​ເລິກເຊິ່ງ​ຂອງ​ເຮົາ​ທີ່​ມີ​ສຳລັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ດ້ວຍ​ຄວາມ​ລຳບາກ​ຍິ່ງ ແລະ​ຄວາມ​ເສົ້າໂສກ​ຢ່າງ​ໜັກ ແລະ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ, ຈຸດປະສົງ​ຂອງເຮົາ​ບໍ່ແມ່ນ​ເພື່ອ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເສົ້າໂສກ, ແຕ່​ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ຮູ້ຈັກ​ວ່າ ເຮົາ​ຮັກ​ພວກເຈົ້າ​ທຸກຄົນ​ຫລາຍ​ເທົ່າ​ໃດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 2:4
12 Jak'a apnaqawi uñst'ayäwi  

ເພາະ​ເຮົາ​ຫວງແຫນ​ພວກເຈົ້າ​ດ້ວຍ​ຄວາມຫວງແຫນ​ທີ່​ມາ​ຈາກ​ພຣະເຈົ້າ. ເຮົາ​ໄດ້​ສັນຍາ​ພວກເຈົ້າ​ໄວ້​ເພື່ອ​ສາມີ​ຄົນ​ດຽວ, ຄື​ແກ່​ພຣະຄຣິດເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖວາຍ​ພວກເຈົ້າ​ເໝືອນດັ່ງ​ສາວບໍລິສຸດ​ທີ່​ບໍລິສຸດ​ແກ່​ພຣະອົງ.


ດັ່ງນັ້ນ ເຮົາ​ກໍ​ຍິນດີ​ຫລາຍ​ທີ່​ຈະ​ໃຊ້​ທຸກສິ່ງ​ທີ່​ເຮົາ​ມີ ແລະ ທຸ້ມເທ​ເຮົາ​ເອງ​ເພື່ອ​ພວກເຈົ້າ​ດ້ວຍ. ຖ້າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ ພວກເຈົ້າ​ຈະ​ຮັກ​ເຮົາ​ໜ້ອຍ​ລົງ​ບໍ?


ເຫດຜົນ​ອື່ນ​ອີກ​ທີ່​ເຮົາ​ຂຽນ​ມາ​ນັ້ນ​ກໍ​ເພື່ອ​ຈະ​ເບິ່ງ​ວ່າ​ພວກເຈົ້າ​ຈະ​ຕັ້ງໝັ້ນຄົງ​ຕໍ່​ການທົດລອງ ແລະ ເຊື່ອຟັງ​ໃນ​ທຸກສິ່ງ ຫລື ບໍ່.


ດັ່ງນັ້ນ ເຖິງແມ່ນ​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ກໍ​ບໍ່​ແມ່ນ​ເພາະ​ເຫັນແກ່​ຄົນ​ທີ່​ເຮັດ​ຜິດ ຫລື ຝ່າຍ​ທີ່​ເສຍຫາຍ​ນັ້ນ, ແຕ່​ເພື່ອ​ວ່າ​ຕໍ່ໜ້າ​ພຣະເຈົ້າ​ພວກເຈົ້າ​ຈະ​ໄດ້​ເຫັນ​ເອງ​ວ່າ​ພວກເຈົ້າ​ໄດ້​ທຸ້ມເທ​ໃຫ້​ກັບ​ພວກເຮົາ​ຫລາຍ​ເທົ່າໃດ.


ເພາະວ່າ, ດັ່ງ​ທີ່​ເຮົາ​ເຄີຍ​ບອກ​ພວກເຈົ້າ​ຫລາຍເທື່ອ​ແລ້ວ ແລະ ບັດນີ້​ກໍ​ບອກ​ພວກເຈົ້າ​ອີກ​ແມ່ນແຕ່​ດ້ວຍ​ນ້ຳຕາ, ມີ​ຫລາຍຄົນ​ທີ່​ດຳເນີນຊີວິດ​ເປັນ​ສັດຕູ​ຕໍ່​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka