Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 2:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເຮົາ​ໄດ້​ຂຽນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ, ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ ເຮົາ​ຈະ​ບໍ່​ຕ້ອງ​ໂສກເສົ້າ​ຍ້ອນ​ຄົນ​ທີ່​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມຊື່ນຊົມຍິນດີ. ເຮົາ​ມີ​ຄວາມ​ໝັ້ນໃຈ​ໃນ​ພວກເຈົ້າ​ທຸກຄົນ​ວ່າ ພວກເຈົ້າ​ທຸກຄົນ​ຈະ​ຮ່ວມ​ຊື່ນຊົມຍິນດີ​ກັບ​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ແລະ​ເຮົາ​ໄດ້​ຂຽນ​ຂໍ້​ຄວາມ​ນັ້ນ​ເພື່ອ​ວ່າ​ເມື່ອ​ເຮົາ​ມາ ເຮົາ​ຈະ​ບໍ່ໄດ້​ຄວາມ​ທຸກໂສກ​ຈາກ​ຄົນ​ເຫຼົ່ານັ້ນ​ທີ່​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ. ເຮົາ​ໄວ້​ໃຈ​ພວກເຈົ້າ​ວ່າ, ຄວາມ​ຍິນດີ​ຂອງເຮົາ​ກໍ​ເປັນ​ຄວາມ​ຍິນດີ​ຂອງ​ເຈົ້າ​ທັງຫລາຍ​ດ້ວຍ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 2:3
17 Jak'a apnaqawi uñst'ayäwi  

ພວກເຈົ້າ​ມັກ​ອັນໃດ? ຈະ​ໃຫ້​ເຮົາ​ຖື​ໄມ້ແສ້​ຂອງ​ການຕີສອນ​ມາ​ຫາ​ພວກເຈົ້າ ຫລື ຈະ​ໃຫ້​ເຮົາ​ມາ​ດ້ວຍ​ຄວາມຮັກ ແລະ ດ້ວຍ​ຈິດໃຈ​ທີ່​ອ່ອນສຸພາບ?


ເພາະ​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ນີ້, ເຮົາ​ຈຶ່ງ​ຢາກ​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ​ກ່ອນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ສອງເທົ່າ.


ເຮົາ​ຂໍຮ້ອງ​ພຣະເຈົ້າ​ໃຫ້​ເປັນ​ພະຍານ​ແກ່​ເຮົາ ແລະ ເຮົາ​ຂໍ​ເອົາ​ຊີວິດ​ຂອງ​ເຮົາ​ເປັນ​ເດີມພັນ​ກ່ຽວກັບ​ເລື່ອງນີ້​ວ່າ​ເຮົາ​ບໍ່​ໄດ້​ກັບໄປ​ທີ່​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພາະ​ເຮົາ​ຢາກ​ສະຫງວນ​ພວກເຈົ້າ​ໄວ້.


ເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ຄົນໂງ່​ແລ້ວ, ແຕ່​ພວກເຈົ້າ​ກໍ​ເປັນ​ຜູ້​ກົດດັນ​ໃຫ້​ເຮົາ​ເປັນ​ຢ່າງນີ້. ພວກເຈົ້າ​ທັງຫລາຍ​ສົມຄວນ​ຈະ​ຍົກຍ້ອງ​ເຮົາ ເພາະ​ເຖິງແມ່ນ​ວ່າ​ເຮົາ​ຈະ​ບໍ່​ມີ​ສິ່ງໃດ​ດີເດັ່ນ ແຕ່​ເຮົາ​ກໍ​ບໍ່​ໄດ້​ຕໍ່າຕ້ອຍ​ໄປ​ກວ່າ “ບັນດາ​ອັກຄະສາວົກ​ຊັ້ນສູງ”.


ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ອີກ ພຣະເຈົ້າ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ເຮົາ​ຖ່ອມ​ລົງ​ຕໍ່ໜ້າ​ພວກເຈົ້າ ແລະ ເຮົາ​ຈະ​ໂສກເສົ້າ​ເພາະ​ຫລາຍ​ຄົນ​ທີ່​ໄດ້​ເຮັດ​ບາບ​ມາ​ກ່ອນ​ແລ້ວ ແລະ ຍັງ​ບໍ່​ຍອມ​ກັບໃຈ​ປະຖິ້ມ​ຄວາມ​ເປື້ອນເປິ, ຄວາມບາບ​ທາງ​ເພດ ແລະ ຄວາມ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ​ຢູ່.


ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.


ເຫດຜົນ​ອື່ນ​ອີກ​ທີ່​ເຮົາ​ຂຽນ​ມາ​ນັ້ນ​ກໍ​ເພື່ອ​ຈະ​ເບິ່ງ​ວ່າ​ພວກເຈົ້າ​ຈະ​ຕັ້ງໝັ້ນຄົງ​ຕໍ່​ການທົດລອງ ແລະ ເຊື່ອຟັງ​ໃນ​ທຸກສິ່ງ ຫລື ບໍ່.


ດັ່ງນັ້ນ ເຖິງແມ່ນ​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ກໍ​ບໍ່​ແມ່ນ​ເພາະ​ເຫັນແກ່​ຄົນ​ທີ່​ເຮັດ​ຜິດ ຫລື ຝ່າຍ​ທີ່​ເສຍຫາຍ​ນັ້ນ, ແຕ່​ເພື່ອ​ວ່າ​ຕໍ່ໜ້າ​ພຣະເຈົ້າ​ພວກເຈົ້າ​ຈະ​ໄດ້​ເຫັນ​ເອງ​ວ່າ​ພວກເຈົ້າ​ໄດ້​ທຸ້ມເທ​ໃຫ້​ກັບ​ພວກເຮົາ​ຫລາຍ​ເທົ່າໃດ.


ເຮົາ​ດີໃຈ​ທີ່​ເຮົາ​ສາມາດ​ໝັ້ນໃຈ​ໃນ​ພວກເຈົ້າ​ໄດ້​ຢ່າງ​ເຕັມທີ່.


ແຕ່​ພຣະເຈົ້າ​ຜູ້​ເລົ້າໂລມໃຈ​ຄົນ​ທີ່​ທໍ້ຖອຍ ໄດ້​ເລົ້າໂລມໃຈ​ພວກເຮົາ​ໂດຍ​ການ​ມາ​ຂອງ​ຕີໂຕ


ເຖິງແມ່ນວ່າ ຈົດໝາຍ​ຂອງ​ເຮົາ​ເຮັດ​ໃຫ້​ພວກເຈົ້າ​ທຸກໃຈ ເຮົາ​ກໍ​ບໍ່​ເສຍໃຈ. ເຖິງ​ແມ່ນ​ວ່າ ເຮົາ​ເຄີຍ​ເສຍໃຈ​ທີ່​ເຫັນ​ວ່າ​ຈົດໝາຍ​ນັ້ນ​ເຮັດ​ໃຫ້​ພວກເຈົ້າ​ບໍ່​ສະບາຍ​ໃຈ ແຕ່​ກໍ​ເປັນພຽງ​ແຕ່​ຊົ່ວຄາວ​ເທົ່ານັ້ນ


ນອກຈາກນີ້ ພວກເຮົາ​ຍັງ​ສົ່ງ​ພີ່ນ້ອງ​ອີກ​ຄົນ​ໜຶ່ງ​ຮ່ວມ​ໄປນຳ​ດ້ວຍ ພີ່ນ້ອງ​ຜູ້​ນີ້​ໄດ້​ພິສູດ​ໃຫ້​ພວກເຮົາ​ເຫັນ​ໃນ​ຫລາຍໆ​ດ້ານ​ແລ້ວ​ວ່າ ລາວ​ກະຕືລືລົ້ນ​ຫລາຍ ແລະ ບັດນີ້ ກໍ​ກະຕືລືລົ້ນ​ຫລາຍ​ຂຶ້ນ​ອີກ​ກວ່າເກົ່າ ເພາະວ່າ​ລາວ​ໝັ້ນໃຈ​ໃນ​ພວກເຈົ້າ​ຫລາຍ.


ເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ ພວກເຈົ້າ​ຈະ​ບໍ່​ຍອມຮັບ​ຄວາມຄິດ​ຢ່າງ​ອື່ນ. ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ສັບສົນ​ວຸ້ນວາຍ​ນັ້ນ ບໍ່​ວ່າ​ລາວ​ຈະ​ເປັນ​ຜູ້ໃດ​ກໍ​ຕາມ ຈະ​ຕ້ອງ​ໄດ້​ຮັບ​ໂທດ.


ພວກເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ​ພວກເຈົ້າ​ກຳລັງ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຮົາ​ສັ່ງ​ຢູ່ ແລະ ຈະ​ເຮັດ​ຢ່າງ​ນັ້ນ​ຕໍ່ໄປ.


ເຮົາ​ໄດ້​ຂຽນ​ເຖິງ​ເຈົ້າ​ດ້ວຍ​ຄວາມ​ໝັ້ນໃຈ​ວ່າ​ເຈົ້າ​ຈະ​ເຊື່ອຟັງ ເພາະ​ຮູ້​ວ່າ​ເຈົ້າ​ຈະ​ເຮັດ​ຫລາຍ​ກວ່າ​ທີ່​ເຮົາ​ຂໍ​ນັ້ນ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka